刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ກ່າວ​ວ່າ: ຜົນ​ສຳ​ເລັດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ເປັນ​ບົດ​ຮຽນ​ທີ່ເປັນ​ໜ້າ​ຖອດ​ຖອນ​ຮ່ຳ​ຮຽນ​ສຳ​ລັບ​ປະ​ເທດ​ແລະ​ພັກ​ການ​ເມືອງ​ອື່ນ

2021-06-26 14:22:43 cri

 

ວັນ​ທີ 25 ມິ​ຖຸ​ນາ​ນີ້, ທ່ານ​ອະ​ພິ​ຊິດ ​ເວດ​ຊາ​ຊີ​ວະອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ອະ​ດີດ​ປະ​ທານ​ພັກປະ​ຊາ​ທິ​ປັດ​ໄທ​ກ່າວ​ວ່າ: ພັກ​ກອມ​ມູ​ນິດ​ຈີນ​ມີ​ຄວາມ​ກ້າ​ຫານ​ໃນ​ການ​ປະ​ຕິ​ຮູບ​ຕໍ່​ຕົນ​ເອງ, ​ກ້າວ​ໜ້າ​ໄປ​ພ້ອມ​ກັບ​ຍຸກ​ສະ​ໄໝ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຕ່າງໆ​ຢ່າງ​ສົມ​ເຫນ​ສົມ​ຜົນ ເຊິ່ງ​​ບົດ​ຮຽນ​ທີ່​ດີເຫຼົ່າ​ນີ້​ເປັນໜ້າ​ຖອດ​ຖອນ​ຮ່ຳ​ຮຽນ​ສຳ​ລັບ​ປະ​ເທດ​ແລະ​ພັກ​ການ​ເມືອງ​ອື່ນ.

ມື້​ດຽວ​ກັນ, ກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​​ການ​ສ້າງ​ຕັ້ງພັກ​ກອມ​ມູ​ນິດ​ຈີນ​ຄົບ​ຮອບ 100 ປີ​ແລະ​ການ​ສ້າງ​ສາຍ​ພົວ​ພັນ​ທາງ​ການ​ທູ​ດ​ລະ​ຫວ່າງ​ໄທ​ກັບ​ຈີນ​ຄົບ​ຮອບ 46 ປີ​ ທີ່​ສູນ​​ຄົ້ນ​ຄວ້າ​ຍຸດ​ທະ​ສາດ​ໄທ-ຈີນ​ຂອງ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ແຫ່ງ​ຊາດ​ໄທ​ແລະ​ສູນ​​ຄົ້ນ​ຄວ້າ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທ​າງ” ໄທ-ຈີນ​ຮ່ວມ​ກັນ​​ເປັນ​ເຈົ້າ​ພາບ​ໄດ້ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ບາງກອກ​ໄທ. ທ່ານ​ອະ​ພິ​ສິດ​ໄດ້​ໃຫ້​ທັດ​ສະ​ນະ​ດັ່ງ​ກ່າວໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້​ຜ່ານ​ທາງວິ​ດີ​ໂອ.

ທ່ານ​ກ່າວ​ວ່າ: ພາຍ​ໃຕ້​ການ​​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ​ຈີນ, ຈີນ​ໄດ້​ຮັບ​ຜົນ​ສຳ​ເລັດ​ອັນ​ໃຫຍ່ຫຼວງ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ແລະ​ຂົງ​ເຂດ​ຕ່າງໆ. ຈີນ​ໄດ້​ຮັບ​ໄຊ​ຊະ​ນະ​ຢ່າງ​ຮອບ​ດ້ານ​ໃນ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ, ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ກໍ​ໄດ້​ເປັນ​ກຳ​ລັງ​ຊຸກ​ດັນ​​ການ​ພັດ​ທະ​ນາ​ຂອງ​ໂລກ ເຊິ່ງ​ໄດ້​ປະ​ກອບ​ສ່ວນທີ່​ສຳ​ຄັນ​ເພື່ອ​​ພາ​ລະ​ກິດສັນ​ຕິ​ພາບ​ແລະການ​ພັດ​ທະ​ນາ​ຂອງ​ໂລກ.​

ຄຳ​ເຫັນ

0