覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ຈີນ-ລາວ-ມຽນ​ມາ-ໄທ​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ​ໃນ​ການ​ເຄື່ອນ​ໄຫວການ​ບັງ​ຄັບ​ໃຊ້​ກົດ​ໝາຍ ແລະລາດ​ຕະ​ເວນ​ຮ່ວມ​ກັນ​ຕາມ​ລຳແມ່​ນ້ຳ​ຂອງ​ຄັ້ງ​ທີ 106

2021-06-26 15:11:36 cri

ວັນ​ທີ 25 ມິ​ຖຸ​ນາ​ນີ້, ການ​ເຄື່ອນ​ໄຫວ ການ​ບັງ​ຄັບ​ໃຊ້​ກົດ​ໝາຍ ແລະລາດ​ຕະ​ເວນ​ຮ່ວມ​ກັນ​ຕາມ​ລຳແມ່​ນ້ຳ​ຂອງ​ລະ​ຫວ່າງ​ຈີນ-ລາວ-ມຽນ​ມາ-ໄທ​ຄັ້ງ​ທີ 106ທີ່​ດຳ​ເນີນ​ມາ​ເປັນ​ເວ​ລາ 4 ວັນ 3 ຄືນ​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ. 4 ປະ​ເທດ​ໄດ້​ສົ່ງ​ເຮືອ 4 ລຳ ແລະ​ເຈົ້າ​ໜ້າ​ທີ່​ບັງ​ຄັບ​ໃຊ້​ກົດ​ໝາຍ 99 ຄົນ​ປະ​ຕິ​ບັດ​ໜ້າ​ທີ່​ໃນ​ຄັ້ງ​ນີ້.
 

   ໃນ​ໄລ​ຍະ​ການ​ເຄື່ອນ​ໄຫວ, ເຈົ້າ​ໜ້າ​ທີ່ໄດ້​ດຳ​ເນີນ​ການກວດ​ກາ​ຮ່ວມ​ຢູ່​ເຂດ​ນ້ຳ​ບ້ານ​ຊຽງ​ກົກ, ກວດ​ລົດ 79 ຄັນ, 168 ຄົນ ແລະ​ ສິນ​ຄ້າ 29 ໂຕນ. ຕາມ​ແຜນ​ການ​ເຄື່ອນ​ໄຫວ​ໂຄ​ສະ​ນາ​ກ່ຽວ​ກັບ​ວັນ​ຕ້ານ​ຢາ​ເສບ​ຕິດ​ສາ​ກົນ 26 ມິ​ຖຸ​ນາ​, 4 ປະ​ເທດ​ຈະ​ຈັດ​ ​ກິດ​ຈະ​ກຳ​ຕ່າງໆ​ເພື່ອ​ໂຄ​ສະ​ນາດ້ານການ​ຕ້ານ​ຢາ​ເສບ​ຕິດ​ທີ່​ມີ​ຫົວ​ຂໍ້​ວ່າ “​ຮ່ວມ​ຈິດ​ຮ່ວມ​ໃຈກັນ  ຮ່ວມ​ມື​ຕ້ານ​ຢາ​ເສບ​ຕິດ”.
 

  ນັບ​ແຕ່​ຕົ້​ນ​ປີ​ນີ້​ມາ, ພາກ​ສ່ວນ​ບັງ​ຄັບ​ໃຊ້​ກົດ​ໝາຍ​ຂອງ4 ປະ​ເທດ​ຈີນ-ລາວ​-ມຽນ​ມາ-ໄທ​ໄດ້​ມ້າງ​ຄະ​ດີ​ອາ​ຊະ​ຍາ​ກຳ​ກ່ຽວ​ກັບ​ຢາ​ເສບ​ຕິດ ທັງ​ໝົດ 3387 ຄະ​ດີ, ຍຶດ​ໄດ້​ຢາ​ເສບ​ຕິດ​ປະ​ເພດ​ຕ່າງໆ​ທັງ​ໝົດ 66,78ໂຕນ, ຈັບ​ຜູ້​ຖືກ​ສົງ​ໄສ​ກະ​ທຳ​ຜິດ 3010 ຄົນ, ເປັນ​ການ​ປາບ​ປາມ​ການ​ຄ້າ​ຂາຍ​ຢາ​ເສບ​ຕິດ​ຕາມ​ລຳ​ແມ່​ນ້ຳ​ຂອງ​ແລະ​ການ​ເຄື່ອນ​ໄຫວ​ຜິດ​ກົດ​ໝາຍ​ຂ້າມ​ຊາດປະ​ເພດ​ຕ່າງໆຢ່າງ​ມີ​ປະ​ສິດ​ທິ​ຜົນ.

ຄຳ​ເຫັນ

0