ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ຕອນເຊົ້າວັນທີ 27 ມິຖຸນານີ້, ທ່ານປຣະຢຸດ ຈັນໂອຊາ, ນາຍົກລັດຖະມົນຕີໄທ ໄດ້ລົງນາມໃນດຳລັດສຸກເສີນ ໂດຍປະກາດວ່າ, ນັບແຕ່ວັນທີ 28 ມິຖຸນານີ້ເປັນຕົ້ນໄປ, ຢູ່ນະຄອນຫຼວງບາງກອກ ແລະບໍລິເວນໃກ້ຄຽງ ເຊັ່ນແຂວງນະຄອນປະຖົມ, ແຂວງນົນທະບູລີ, ແຂວງປາທຸມທານີ ແລະ ແຂວງສະໝຸດສາຄອນ ຈະປະຕິບັດມາດຕະການ “ປິດເມືອງ”.
ລາຍລະອຽດຂອງມາດຕະການ “ປິດເມືອງ” ຄື : ປິດລ້ອມສະຖານທີ່ກໍ່ສ້າງທີ່ເກີດການແຜ່ລະບາດຂອງພະຍາດໂຄວິດ-19 ເລື້ອຍໆ; ຮ້ານອາຫານຕ່າງໆຫ້າມກິນຢູ່ຕາມຮ້ານ, ພຽງແຕ່ໃຫ້ບໍລິການສົ່ງຮອດສະຖານທີ່; ຮ້ານສັບພະສິນຄ້າເປີດບໍລິການຮອດພຽງແຕ່ 21:00; ໂຮງແຮມ, ສູນວາງສະແດງ ແລະຫໍປະຊຸມເປີດບໍລິການເປັນປົກກະຕິ, ແຕ່ຫ້າມຈັດກອງປະຊຸມ, ງານສຳມະນາ ແລະງານລ້ຽງ; ຫ້າມຈັດກິດຈະກຳຊຸມນຸມທີ່ມີຈຳນວນ 20 ຄົນຂຶ້ນໄປໂດຍບໍ່ໄດ້ຮັບການອະນຸຍາດຈາກພາກສ່ວນຄຸ້ມຄອງທີ່ກ່ຽວຂ້ອງ.
ຄຳເຫັນ
0