蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນະ​ຄອນຫຼວງ​ບາງກອກ​ຂອງ​ໄທ​ປາ​ກົດ​ມີ​ເຊື້ອ​ພະ​ຍາດ​ໂຄວິດ-19 ​ກາຍ​ພັນ 3 ຊະ​ນິດ

2021-06-28 14:55:30 CRI

ວັນ​ທີ 27 ມິ​ຖຸ​ນາ​ນີ້, ເຈົ້າ​ໜ້າ​ທີ່​​ກະ​ຊວງສາ​ທາ​ລະ​ນະ​ສຸກ​ໄທ​ເປີດ​ເຜີຍ​ວ່າ: ເຊື້ອ​ພະ​ຍາດ​ກາຍ​ພັນ​ເບ​ຕາ​ໄດ້​ແຜ່​ລະ​ບາດ​ຈາກ​ແຂວງ​ນະ​ລາ​ທິ​ວາດ ທາງ​ພາກ​ໃຕ້​ຂອງ​ໄທ​ມາ​ຮອດ​ນະ​ຄອນຫຼວງ​ບາງກອກ​ແລ້ວ, ປັດ​ຈຸ​ບັນ​ນີ້, ມີ​ຜູ້​ຖື​ກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ດັ່ງ​ກ່າວ 1 ກໍ​ລະ​ນີ ແລະ ຈະ​ເປີ​ດ​ເຜີຍ​ລາຍ​ລະ​ອຽດ​ໃນ​ໄວ​ໆ​ນີ້.

ກ່ອນ​ໜ້າ​ນີ້, ເຊື້ອ​ພະ​ຍາດ​ອານ​ຟາ, ເຊື້ອ​ພະ​ຍາດ​ເດວ​ຕາ ກໍໄດ້​ແຜ່​ລະ​ບາດ​ຢູ່​ນະ​ຄອນຫຼວງ​ບາງກອກ ແລະ ຫຼາຍ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ​ໄທ​ແລ້ວ. ໃນ​ນັ້ນ, ເຊື້ອ​ພະ​ຍາດ​ກາຍ​ພັນ​ເດວ​ຕາ​ໄດ້​ແຜ່​ລະ​ບາດ​ຕາມ​ສະ​ຖານ​ທີ່​ກໍ່​ສ້າງ ທີ່​ມີ​ແຮງ​ງານ​ຕ່າງ​ປະ​ເທດ​ເປັນ​ຈຳ​ນວນຫຼວງຫຼາຍ​​ຢູ່​ນະ​ຄອນຫຼວງ​ບາງກອກ ແລະ ໄດ້​ແຜ່​ລະ​ບາດ​ໄປ​ເຂດ​ອື່ນໆ ຍ້ອນ​ການ​ເຄື່ອນ​ຍ້າຍ​ຂອງ​ແຮງ​ງານ​ຢ່າງວ່ອງ​ໄວ. ເພື່ອ​ສະ​ກັດ​ກັ້ນ​ການ​ແຜ່​ລະ​ບາດ​ຂອງ​ເຊື້ອ​ພະ​ຍາດ, ວັນ​ທີ 26 ມິ​ຖຸ​ນາ​ນີ້, ລັດ​ຖະ​ບານ​ໄທ​ໄດ້​ອອກ​ຄຳ​ສັ່ງ​ສຸກ​ເສີນ ໂດຍ​ສັ່ງ​ໃຫ້​ສະ​ຖານ​ທີ່​ກໍ່​ສ້າງ​ຢູ່​ນະ​ຄອນຫຼວງ​ບາ​ງກອກ ແລະ ເຂດ​​ໃກ້​ຄຽງ ທີ່​ມີ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ທີ່​ໜັກ​ໜ່ວງ​ຢຸດເຮັດ​ວຽກໂດຍ​ດ່ວນ ພ້ອມ​ທັງ​ໄດ້​ປິດ​ສະ​ຖານ​ທີ່​ກໍ່​ສ້າງ​ເຫຼົ່າ​ນີ້​ ແລະ ຫ້າມ​ບໍ່​ໃຫ້​ແຮງ​ງານ​ເຄື່ອນ​ຍ້າຍ​ໄປ​ບ່ອນ​ອື່ນ.

ຄຳ​ເຫັນ

0