尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ແລະ​ລາວ​ລິ​ເລີ່ມ​ສ້າງ​​ຕັ້ງ​ສູນ​ເຊື່ອມ​ຈອດ​ທາງ​ລົດ​ໄຟ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”

2021-06-29 16:30:13 cri

      ຫວ່າງ​ມໍ່ໆ​ມາ​ນີ້, ສູນ​ເຊື່ອມ​ຈອດ​​ທາງ​ລົດ​ໄຟ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ທີ່​ໂຮງ​ຮຽນ​ຊັ້ນ​ສູງ,ສະ​ມາ​ຄົມ​ແລະ​ວິ​ສາ​ຫະ​ກິດ​ຂອງ​ສອງ​ປະ​ເທດ​ຈີນ​ແລະ​ລາວ​ຮ່ວມ​ກັນ​ລິ​ເລີ່ມ​ສ້າງ​ຕັ້ງ​ຂຶ້ນ​ນັ້ນ​ໄດ້​ເປີດ​ປ້າຍ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ເຕັກ​ນິກ​ການນຳ​ໃຊ້​ຊຽງ​ໄຮ້.
 

      ສູນ​ດັ່ງ​ກ່າວ​ສ້າງ​ຂຶ້ນບົນ​ພື້ນ​ຖານ​ໂຄງ​ການ​ກໍ່​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”ເຊັ່ນ:ທາງ​ລົດ​ໄຟ​ຈີນ-ລາວ, ທາງ​ລົດ​ໄຟ​ຈີນ-ໄທ​ແລະ​ທາງ​ລົດ​ໄຟ​ຈີນ-ມຽນ​ມາ​ເປັນ​ຕົ້ນ, ​ຈະ​ປະ​ສານ​ສົມ​ທົບ​ກັບ​ວິ​ສາ​ຫະ​ກິດທາງ​ລົດ​ໄຟ​ທີ່​ກ່ຽວ​ຂ້ອງ,ປະ​ສານ​ງານ​​ກັບ​ໂຮງ​ຮຽນ​ຊັ້ນ​ສູງ​ຢູ່ປະ​ເທດ​ລ້ອງ​ແມ່​ນ້ຳ​ລ້ານ​ລ້າງ-ແມ່​ນ້ຳ​ຂອງ​​ເພື່ອດຳ​ເນີນ​ການ​ກຳ​ນົດ​ຫຼັກ​ສູດ​ການ​ຮຽນແລະ​ການ​ຮ່ວມ​ມື​ດ້ານ​ການ​ອົບ​ຮົມ​ບຸກ​ຄະ​ລາ​ກອນ.
 

      ທ່ານ ຈິງ​ຢີງ ຮອງ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ກັບ​ຕ່າງ​ປະ​ເທດ​ຂອງ​ປະ​ຊາ​ຊົນ​ນະ​ຄອນ​ຊຽງ​ໄຮ້​ກ່າວ​ວ່າ: ປີ​ນີ້​ແມ່ນ​ປີ​ແຫ່ງ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ຄົບ​ຮອບ 5 ປີ, ທາງ​ລົດ​ໄຟ​ຈີນ-ລາວ​ຄາດ​ວ່າ​ຈະ​ສ້າງ​ສຳ​ເລັດ​ແລະ​​ຈະ​ເລີ່ມແລ່ນ​ລົດ​​ໄດ້ໃນ​ທ້າຍ​ປີ​ນີ້, ການ​ຮ່ວມ​ມື​ດ້ານ​ທາງ​ລົດ​ໄຟ​ຈີນ-ໄທ ແລະ ແຜນ​ການ​ທາງ​ລົດ​ໄຟ​ຈີນ-ມຽນ​ມາ​ພວ​ມ​ຄືບ​ໜ້າ​ເປັນ​ກ້າວໆ. ການ​ສ້າງ​ຕັ້ງ​ສູນ​ດັ່ງ​ກ່າວ​ຈະ​ເປັນ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ໂດຍ​ຜ່ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ, ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ​ແລະ​ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ,ເຮັດ​ໃຫ້​ທາງ​ລົດ​ໄຟ​ກາຍ​ເປັນ​ສາຍ​ເລືອດ​ທີ່​ບຳ​ລຸງ​ລ້ຽງ​ການ​ພັດ​ທະ​ນາ​ຂອງ​ພາກ​ພື້ນ​ແລະ​ເປັນ​ເສັ້ນ​ທາງ​ໃຫຍ່​​ທີ່​ກ້າວ​ສູ່​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຮ່ວມ​ກັນ.

ຄຳ​ເຫັນ

0