尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດ​ຖະ​ບານ​ຟີ​ລິບ​ປິນ​ເປີດ​ເຜີຍ​ມາດ​ຕະ​ການ​ກັກ​ບໍ​ລິ​ເວນ​ຢູ່​ເຂດ​ຊຸມ​ຊົນ​ຮອບ​ໃໝ່

2021-06-29 16:29:34 cri

      ວັນ​ທີ 28 ມິ​ຖຸ​ນາ​ນີ້, ທ່ານ ໂຣ​ດ​ຣີ​ໂກ ດູ​ເຕີ​ເຕ ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປິນ​ຮ່ວມ​ກັບ​ໜ່ວຍ​ງານ​ປະ​ສົມ​ຕ້ານ​ພະ​ຍາດ​ໂຄວິດ-19 ຂອງ​ລັດ​ຖະ​ບານ​ໄດ້​ຈັດ​ກອງ​ປະ​ຊຸມ​ໂດຍ​ໄດ້​ເປີດ​ເຜີຍ​ມາດ​ຕະ​ການ​ກັກ​ບໍ​ລິ​ເວນ​ຢູ່​ເຂດ​ຊຸມ​ຊົນ​ຂອງ​ຟີ​ລິບ​ປິນ​ໃນ​ເດືອນ​ກໍ​ລະ​ກົດ​ໜ້າ​ນີ້. ເຂດ​ເມ​ໂຕ​ຣ​ມາ​ນີ​ລາ​ໃນ​ນະ​ຄອນ​ຫຼວງ​ມາ​ນີ​ລາ​ຈະ​ສືບ​ຕໍ່​ຮັກ​ສາ​ສະ​ພາບ​ການ​ກັກ​ບໍ​ລິ​ເວນ​ຢູ່​ເຂດ​ຊຸມ​ຊົນ​ແບບ​ທຳ​ມະ​ດາ​ໂດຍ​ປະ​ຕິ​ບັດ​ມາດ​ຕະ​ການ​ຈຳ​ກັດ​ບາງ​ຢ່າງ.
 

      ປັດ​ຈຸ​ບັນ,ນະ​ໂຍ​ບາຍ​ກັກ​ບໍ​ລິ​ເວນ​ຢູ່​ເຂດ​ຊຸມ​ຊົນ​ຂອງ​ຟີ​ລິບ​ປິນ​ແບ່ງ​ອອກເປັນ 4 ​ລະ​ດັບ​ເຊັ່ນ:ການ​ເພີ່ມ​ທະ​ວີ​ການ​ກັກ​ບໍ​ລິ​ເວນ​ຢູ່​ເຂດ​ຊຸ​ມ​ຊົນ, ການ​ເພີ່ມ​ທະ​ວີ​ການ​ກັກ​ບໍ​ລິ​ເວນ​ຢູ່​ເຂດ​ຊຸ​ມ​ຊົນ​​ແບບ​ປັບ​ປຸງ,ການ​ກັກ​ບໍ​ລິ​ເວນ​ຢູ່​ເຂດ​ຊຸມ​ຊົນ​ແບບ​ທຳ​ມະ​ດາ,ການ​ກັກ​ບໍ​ລິ​ເວນ​ຢູ່​ເຂດ​ຊຸມ​ຊົນ​​ແບບ​ທຳ​ມະ​ດາ​ທີ່​ໄດ້ປັງ​ປຸງ.
 

      ນັບ​ມາ​ຮອດ​ວັນ​ທີ 28 ມິ​ຖຸ​ນາ​ນີ້, ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ຢູ່​ຟີ​ລິບ​ປິນ​​ມີ​ທັງ​ໝົດ​ຫຼາຍກວ່າ 1,4 ລ້ານ​ກໍ​ລະ​ນີ.

ຄຳ​ເຫັນ

0