蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສານ​​ທ້ອງ​ຖິ່ນມຽນ​ມາ​ສືບ​ຕໍ່​ດຳ​ເນີນ​ຄະ​ດີ​ທີ່​ພົວ​ພັນ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ແລະ ທີ່​ປຶກ​ສາ​ແຫ່ງ​ລັດ​ມຽນ​ມາ

2021-06-30 15:46:24 CRI

ວັນ​ທີ 29 ມິ​ຖຸ​ນາ​ນີ້​, ສານ​ທ້ອງ​ຖິ່ນ​​ໃນນະ​ຄອນຫຼວງ​ເນ​ປີ​ດໍ​ຂອງ​ມຽນ​ມາ​ໄດ້​​ສືບ​ຕໍ່ດຳ​ເນີນ​ຄະ​ດີ, ທະ​ນາ​ຍຄວາມ​ຝ່າຍ​ຈຳ​ເລີຍ 4 ຄົນ​ໄດ້​ເດີນ​ທາງ​ມາ​ຂຶ້ນ​ສານ, ສານ​ໄດ້​ດຳ​ເນີນ​ຄະ​ດີ​ທີ່​ກ່ຽວ​ຂ້ອງ​ກັບ​ທ່ານ​ວິນ​ມິນ ປະ​ທາ​ນາ​ທິ​ບໍ​ດີ​ມຽນ​ມາ ແລະ ທ່ານ​ນາງ​ອອງ​ຊານ​ຊູ​ຈີ ທີ່​ປຶກ​ສາ​ແຫ່ງ​ລັດ​ມຽນ​ມາ​​ໃນ​ຂໍ້​ຫາລະ​ເມີດ “ກົດ​ໝາຍ​ອາ​ຍາ​ມຽນ​ມາ” ແລະ “ກົດ​ໝາຍ​ຄຸ້ມ​ຄອງ​ໄພ​ພິ​ບັດ​ທຳ​ມະ​ຊາດ​ມຽນ​ມາ”, ​ສານໄດ້​ຮັບ​ຟັງ​ຄຳ​ໃຫ້​ການ​ຂອງ​ຝ່າຍ​ໂຈດຫຼາຍ​ຄົນ.

​ໃນມື້​ດຽວ​ກັນ, ສານ​ໄດ້​ອະ​ນຸ​ມັດ​ຄຳ​ຮ້ອງ​ຂໍ​ຂອງ​ທະ​ນາ​ຄວາມ​ຝ່າຍ​ຈຳ​ເລີຍ ທີ່​ສະ​ເໜີ​ພະ​ຍານ​ໃຫ້​ການ ແລະ ຫຼັກ​ຖານ​ສຳ​ລັບ​ຝ່າຍ​ຈຳ​ເລີຍ, ຍັງ​ກ່າວ​ວ່າ: ຝ່າຍ​ຈຳ​ເລີຍ​ມີ​ສິດ​ຮ້ອງ​ຟ້ອງ​ຕໍ່​ສານ​ສູງ​ສຸດ​ຂອງ​ມຽນ​ມາ ກ່ຽວ​ກັບ​ຄະ​ດີ​ຕ່າງໆ​ເຫຼົ່າ​ນີ້. ຂ່າວ​​ລາຍ​ງານ​ອີກວ່າ: ສານ​ພິ​ເສດ​ຈະ​ປິດ​ສານ​ເປັນ​ການ​ຊົ່ວ​ຄາວ​ໃນ​ອາ​ທິດ​ໜ້າ.

ຄຳ​ເຫັນ

0