吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

“ຮົງ​ກົງ-ຟິ​ລິບ​ປິນ​ຈັດ​ສຳ​ມະ​ນາ​ເພື່ອເພີ່ມ​ທະ​ວີ​ການ​ຕິດ​ຕໍ່​​ພົວ​ພັນກັນ”

2021-06-30 11:32:16 CRI

    ວັນ​ທີ 29 ມິ​ຖຸ​ນາ​ນີ້, ​ພະ​ແນກ​ພັດ​ທະ​ນາ​ການ​ຄ້າ ແລະ ເສດ​ຖະ​ກິດ​ອົງ​ການ​ປົກ​ຄອງ​ເຂດ​ພິ​ເສດ​ຮົງ​ກົງ​ຈີນ ກັບ ກະ​ຊວງ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ຟິ​ລິບ​ປິນ​ໄດ້​ຮ່ວມ​ກັນ​ຈັດ​ງານ​ສຳ​ມະ​ນາ​​ທາງອອນ​ລາຍ​ພາຍ​ໃຕ້​ຫົວ​ຂໍ້ “​ຮົງ​ກົງ-ຟິ​ລິບ​ປິນ​ເພິ່ມ​ທະ​ວີ​ການ​ຕິດ​ຕໍ່​ພົວ​ພັນ​ກັນ” ເພື່ອ​ເພິ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ດ້ານ​ເສດ​ຖະ​ກິດ ແລະ ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ.


     ທ່ານ​ສິ່ວ​ເທີງ​ຮ​ວາ ຫົວ​ໜ້າ​ພະ​ແນກ​ພັດ​ທະ​ນາ​ການ​ຄ້າ ແລະ ເສດ​ຖະ​ກິດ​ອົງ​ການ​ປົກ​ຄອງ​ເຂດ​ພິ​ເສດ​ຮົງ​ກົງ​ກ່າວ​ວ່າ, ອາ​ຊຽນ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ​ສອງຂອງ​ຮົງ​ກົງ​ເປັນ​ເວ​ລາ 10 ປີ​​ລຽນ​ຕິດ, ຮົງ​ກົງ​ຍິນ​ດີ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ​ອາ​ຊຽນ ເຊິ່ງ​ລວມ​ທັງ​ຟິ​ລິ​ບ​ປິນ ເພື່ອ​ປະ​ກອບ​ສ່ວນເຂົ້າ​ໃນ​ການ​ຟື້ນ​ຟູ ແລະ ການ​ພັດ​ທະ​ນາ​ເສດ​ຖ​ະ​ກິດ​ຂອງ​ພາກ​ພື້ນ​ຫຼັງ​​ພະ​ຍາດໂຄວິດ-19.

 

     ທ່ານ​ສິ່ວ​ເທີງ​ຮ​ວາ​ຊີ້​ອອກວ່າ, ຮົງ​ກົງ​ບໍ່​ພຽງ​ແຕ່​ຈະ​ສືບ​ຕໍ່​ເປັນ​ເວ​ທີ​ອັນ​ດັບ​ໜຶ່ງ ແລະ ຊ່ອງ​ທາງ​ຕົ້ນ​ຕໍ​ສຳ​ລັບ​ອາ​ຊຽນ​​ເພື່ອພັດ​ທະ​ນາ​ເສດ​ຖະ​ກິດ ແລະ ຕິດ​ຕໍ່​ພົວ​ພັນ​ກັບ​ແຫ່ງ​ຕ່າງ​ໆ​ຂອງ​ໂລກ,​ທັງຈະ​ກາຍ​ເປັນ​ເພື່ອນ​ມິດ​ທີ່​ໃກ້​ຊິດ​ຂອງວົງ​ການ​ທຸ​ລະ​ກິດ ແລະ ວິ​ສາ​ຫະ​ກິດ​ຂອງ​ອາ​ຊຽນ, ​ເພື່ອຮ່ວມ​ມື​ກັນ​ໃນ​ການ​ພັດ​ທະ​ນາ​ຕະ​ຫຼາດ
​ໃໝ່, ກຳ​ກາ​ລະໂອ​ກາດ​​ທາງ​ດ້ານການ​ຄ້າ ແລະ ການ​ລົງ​ທຶນ​ໃໝ່, ໂດຍ​ສະ​ເພາະ​ແມ່ນ​ໂອ​ກາດ​ສຳ​ຄັນ​ຈາກ​ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ແລະ ການ​ພັດ​ທະ​ນາເຂດ​ອ່າວ​ກວາງ​​ຕຸ້ງ-ຮົງ​ກົງ-ມາ​ກາວ.

ຄຳ​ເຫັນ

0