黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານວ່າງຢາງພົບປະກັບທ່ານສິນລະວົງ ຄຸດໄພທູນ

2021-06-30 10:00:56 CRI

ທ່ານວ່າງຢາງ ກຳມະການປະຈຳກົມການເມືອງສູນກາງພັກກອມມູນິດຈີນ, ປະທານສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ ໄດ້ພົບປະກັບທ່ານສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ປະທານແນວລາວສ້າງຊາດແຫ່ງ ສປປ ລາວ ໂດຍຜ່ານທາງວີດີໂອ ຢູ່ນະຄອນຫຼວງປັກກິ່ງໃນວັນທີ 29 ມິຖຸນານີ້.

ທ່ານວ່າງຢາງ ກ່າວວ່າ: ປີນີ້ແມ່ນປີຄົບຮອບ 60 ປີຂອງການສ້າງຕັ້ງສາຍພົວພັນທາງການທູດຈີນ-ລາວ ແລະ ກໍເປັນປີມິດຕະພາບຈີນ-ລາວ. ເນື່ອງໃນໂອກາດທີ່ພັກກອມມູນິດຈີນສ້າງຕັ້ງຂຶ້ນຄົບຮອບ 100 ປີ, ພວກເຮົາໄດ້ພົບປະ ແລະ ສົນທະນາກັນ ເຊິ່ງມີຄວາມໝາຍອັນສຳຄັນຕໍ່ການພັດທະນາສາຍພົວພັນລະຫວ່າງສອງພັກສອງລັດ. ສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນຍິນດີຮ່ວມກັບແນວລາວສ້າງຊາດແຫ່ງ ສປປ ລາວ, ເດີນໄປຕາມທິດທາງທີ່ຜູ້ນຳສູງສຸດຂອງສອງປະເທດໄດ້ກຳນົດໄວ້, ລົງເລິກການແລກປ່ຽນແລະຖອດຖອນບົດຮຽນເຊິ່ງກັນແລະກັນ ເພື່ອຊຸກຍູ້ໃຫ້ສາຍພົວພັນລະຫວ່າງຈີນ-ລາວໄດ້ຮັບການພັດທະນາໃຫຍ່ຫຼວງກວ່າເກົ່າ.

ທ່ານສິນລະວົງ ຄຸດໄພທູນ ໄດ້ສະແດງຄວາມຊົມເຊີຍເນື່ອງໃນໂອກາດວັນສ້າງຕັ້ງພັກກອມມູນິດຈີນຄົບຮອບ 100 ປີ ແລະ ໄດ້ຕີລາຄາສູງຕໍ່ຜົນສຳເລັດອັນຍິ່ງໃຫຍ່ຂອງຈີນ, ທັງກ່າວວ່າ: ລາວຍິນດີສືບຕໍ່ລົງເລິກການຮ່ວມມືກັບຝ່າຍຈີນໃນຂົງເຂດຕ່າງໆ, ເຊັ່ນດຽວກັນແນວລາວສ້າງຊາດແຫ່ງ ສປປ ລາວກໍຍິນດີເພີ່ມທະວີການແລກປ່ຽນກັບສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ ເພື່ອຊຸກຍູ້ໃຫ້ສາຍພົວພັນລະຫວ່າງສອງປະເທດໄດ້ຮັບຄວາມຄືບໜ້າໃໝ່.

ຄຳ​ເຫັນ

0