尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄຸກ​ຫຼາຍ​ແຫ່ງ​ຢູ່ມຽນ​ມາ​ຈະ​ປ່ອຍ​ຕົວຜູ້​ຖືກ​ຄຸມ​ຂັງ 2 ພັນ​ກວ່າ​ຄົນ

2021-07-01 16:31:31 cri

      ສື່ມວນ​ຊົນ​ມຽນ​ມາ​ລາຍ​ງານ​ວ່າ: ວັນ​ທີ 30 ມິ​ຖຸ​ນາ​ຜ່ານ​ມາ, ຄຸກ​ຫຼາຍ​ແຫ່ງ​ຢູ່ແຫ່ງ​ຕ່າງໆ​ຂອງ​ມຽນ​ມາ​ຈະ​ປ່ອຍ​ຕົວ​ຜູ້​ຖືກຄຸມ​ຂັງ 2 ພັນ​ກວ່າ​ຄົນ, ໃນ​ນັ້ນ​ມີ 700 ຄົນ​ຢູ່​ໃນ​ຄຸກອິນ​ເຊັນ​ໃນນະ​ຄອນ​ຢາງ​ກຸ້ງ​ໄດ້​ຮັບ​ການ​ປ່ອຍ​ຕົວ​ແລ້ວ, ຜູ້​ທີ່​ໄດ້​ຮັບ​ການ​​ປ່ອຍ​ຕົວ​ນັ້ນ​ລວມ​ມີ​ນັກ​ສະ​ແດງ,ນັກ​ຂ່າວ​ແລະ​ບຸກ​ຄົນ​ທີ່​ມີ​ຊື່​ສຽງ​ຂອງ​ມຽນ​ມາ​ຫຼາຍ​ທ່ານ.
 

      ກ່ອນ​ໜ້າ​ນີ້, ຜູ້​ທີ່​ຖືກ​ຈັບ​ຕົວ​ເຫຼົ່າ​ນີ້​​​ຖືກກ່າວ​ຟ້ອງ​ໃນ​ຂໍ້​ຫາ​ທີ່​ໄດ້​ລະ​ເມີດ​ຂໍ້ A ​ຂອງມາດ​ຕາ​ 505 ຂອງ​ກົດ​ໝາຍ​ອາ​ຍາ​​ມຽນ​ມາ. ເລີ່ມ​ແຕ່​ຕອນ​ເຊົ້າ​ຂອງ​ວັນ​ທີ 30 ມິ​ຖຸ​ນາເປັນ​ຕົ້ນ​ມາ, ຄອບ​ຄົວ​ຂອງ​ຜູ້​ຖືກ​ຄຸມ​ຂັງ​ຈຳ​ນວນ​ບໍ່​ໜ້ອຍ​ໄດ້​ລໍ​ຖ້າ​ຢູ່​ດ້ານນອກ​ຄຸກ.
 

      ພາກ​ສ່ວນ​ທີ່​ກ່ຽວ​​ຂ້ອງ​ຂອງ​ມຽນ​ມາ​ໄດ້​ຢືນ​ຢັນ​ວ່າ: ໃນ​ມື້​ດັ່ງ​ກ່າວ, ​ໄດ້​ປ່ອຍ​ຕົວ​ຜູ້​ຖືກ​ຂັງ​ຄຸກ​ຈຳ​ນວນ 2.342 ຄົນ.

ຄຳ​ເຫັນ

0