尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປີ​ນີ້ ລາວ​ຈະ​ບັນ​ລຸອັດ​ຕາ​ການ​ສັກ​ວັກ​ຊີນ​ໂຄວິດ-19 ເຖິງ 50%

2021-07-02 14:44:44 cri

      ຫວ່າງ​ມໍ່​ໆ​ມາ​ນີ້, ລັດ​ຖະ​ບານ​ລາວ​ກ່າວ​ວ່າ: ຖ້າຢາກ​ບັນ​ລຸ​ເປົ້າ​ໝາຍສັກ​ວັກ​ຊີນ​ໂຄວິດ-19 ຄົບສອງ​ເຂັມ​ໃຫ້​ແກ່​ປະ​ຊາກອນ​ 50% ໃນທົ່ວ​ປະ​ເທດ​ໃນ​ທ້າຍ​ປີນີ້, ລາວຍັງ​ຕ້ອງ​ການ​ວັກ​ຊີນ​ໂຄວິດ-19 ຈຳ​ນວນ 7,4 ລ້ານ​ຫຼອດ. ໃນ​ນັ້ນ, ຈະໄດ້​ຮັບ​ວັກ​ຊີນ 6,6 ລ້ານ​ຫຼອດ​ຈາກ​ແຜນ​ປະ​ຕິ​ບັດ​ງານ​ວັກ​ຊີນ​ໂຄວິດ-19 (COVAX) ທີ່​ຈີນ​ແລະ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ສະ​ໜັບ​ສະ​ໜູນ​ໃຫ້​ດຳ​ເນີນ​ນັ້ນ. ລັດ​ຖະ​ບານ​ລາວ​ໄດ້ຂຶ້ນແຜນງົບປະມານແລະເງິນຊ່ວຍເຫຼືອຈາກບຸກຄົນແລະວິສາຫະກິດຂະໜາດກາງແລະນ້ອຍເພື່ອຈັດ​ຊື້​ວັກ​ຊີນ​ໂຄວິດ-19 ຈຳ​ນວນ 8 ແສນ​ຫຼອດ​​ແລ້ວ.
 

      ອີງ​ຕາມ​ຕົວ​ເລກ​ຂໍ້​ມູນ​ຈາກ​ຄະ​ນະ​ສະເພາະກິດເພື່ອ​ປ້ອງ​ກັນ,ຄວບ​ຄຸມແລະແກ້ໄຂ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ແຫ່ງ​ຊາດ​ລາວ, ນັບ​ມາ​ຮອດ​ວັນ​ທີ 24 ມິ​ຖຸ​ນາ​ຜ່ານ​ມາ, ແພດ​ໝໍ​ແລະ​ພະ​ຍາ​ບານ​ແນວ​ໜ້າ,ກຸ່ມ​ຄົນ​ທີ່​ມີ​ອາ​ຍຸ 60 ປີ​ຂຶ້ນ​ໄປ, ພະ​ນັກ​ງານ​ທີ່​ເຮັດ​ວຽກ​ຢູ່​ສູນ​ກັກ​ບໍ​ລິ​ເວນ​ແລະ​ພາກ​ສ່ວນເຮັດວຽກຢູ່ດ່ານ​ເຂົ້າ​ອອກ​ແດນ, ນັກ​ການ​ທູດ​ແລະ​ອື່ນໆ​ທັງ​ໝົດ 9,54 ແສນ​ຄົນ​ໄດ້​ສັກ​ວັກ​ຊີນ​ເຂັມ​ທີ​ໜຶ່ງໝົດ​ແລ້ວ, ໃນນັ້ນ​ມີ 4,95 ແສນ​ຄົນ​ໄດ້ສັກ​ວັກ​ຊີນ​ຄົບສອງເຂັມແລ້ວ.

ຄຳ​ເຫັນ

0