黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ບົດຕອບສໍາພາດຕໍ່ສື່ມວນຊົນຈີນຂອງ ສະຫາຍ ທອງລຸນ ສີສຸລິດ,ເລຂາທິການໃຫຍ່,ປະທານປະເທດແຫ່ງ ສປປ ລາວ ໃນໂອກາດວັນສ້າງຕັ້ງພັກກອມມູນິດຈີນຄົບຮອບ 100 ປີ

2021-07-02 18:38:51 cri

ບົດຕອບສໍາພາດຕໍ່ສື່ມວນຊົນຈີນ ຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໃນໂອກາດ ວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 100 ປີ_fororder_微信图片_20210702183726

ບົດຕອບສໍາພາດ ຕໍ່ສື່ມວນຊົນຈີນ ຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໃນໂອກາດ ວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 100 ປີ

  1. ທ່ານຕີລາຄາຕໍ່ການຮ່ວມມືສອງຝ່າຍໃນໄລຍະຜ່ານມາ ແລະ ທິດທາງໃນຕໍ່ໜ້າມີຄືແນວໃດ?

ສອງປະເທດ ລາວ-ຈີນ ໄດ້ມີການພົວພັນຖານບ້ານໃກ້ເຮືອນຄຽງທີ່ດີນໍາກັນ ມາແຕ່ບູຮານນະການ, ປະຊາຊົນສອງຊາດໄດ້ດໍາລົງຊີວິດ ແລະ ທໍາມາຫາກິນຮ່ວມກັນ ບົນສາຍນໍ້າ ແລະ ສາຍພູທີ່ຕິດຈອດກັນ, ໄດ້ມີການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ທັງໃນໄລຍະຕໍ່ສູ້ກູ້ຊາດ, ການປົກປັກຮັກສາຄວາມເປັນເອກະລາດ ກໍ່ຄື ໄລຍະແຫ່ງການສ້າງສາພັດ ທະນາປະເທດຊາດຂອງປະຊາຊົນສອງຊາດ, ພັກ ປປ ລາວ ໄດ້ມີການພົວພັນກັບ ພັກກອມມູນິດຈີນ ແຕ່ປີ 1959, ຕໍ່ມາ ປີ 1961 ສອງປະເທດໄດ້ສ້າງຕັ້ງສາຍພັວພັນການທູດຮ່ວມກັນຢ່າງເປັນທາງການ.

ປີນີ້ ເປັນປີຄົບຮອບ 60 ປີ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ, ຕະຫຼອດໄລ ຍະ 60 ປີ ຜ່ານມາ ການພົວພັນຮ່ວມມືທີ່ມີມູນເຊື້ອ ລະຫວ່າງ ສປປ ລາວ ແລະ ສປ ຈີນ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ເລີ່ມແຕ່ບັນຫາການ ເມືອງ-ຄວາມໝັ້ນຄົງ ຈົນຮອດການຮ່ວມມືດ້ານເສດຖະກິດ-ວັດທະນະທຳສັງຄົມ, ການພົວພັນຮ່ວມມື ລາວ-ຈີນ ໃນແຕ່ລະດ້ານໄດ້ຮັບການເສີມຂະຫຍາຍໄປສູ່ລວງເລິກ ແລະ ລວງກວ້າງ ອັນໄດ້ນຳຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຈີນ, ສ້າງຄວາມເຊື່ອໝັ້ນ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງການນຳພັກ-ລັດ ກໍ່ຄື ປະຊາຊົນສອງຊາດອ້າຍນ້ອງ ລາວ-ຈີນ. ທັງໝົດນີ້ສະແດງອອກໃຫ້ເຫັນ ຜ່ານການແລກປ່ຽນການຢ້ຽມຢາມລະຫວ່າງການນຳຂັ້ນສູງພັກ-ລັດ ຂອງ ສອງປະເທດ ກໍ່ຄື ການໄປມາຫາສູ່ກັນຂອງປະຊາຊົນສອງຊາດ ລາວ-ຈີນ. ໃນດ້ານເສດຖະກິດ, ສປ ຈີນ ເປັນປະເທດທີ່ລົງທຶນຫລາຍທີ່ສຸດ ເປັນອັນດັບໜຶ່ງຂອງການລົງທຶນຈາກຕ່າງປະເທດ ໃນ ສປປ ລາວ ແລະ ເປັນຄູ່ຄ້າຕ່າງປະເທດອັນດັບທີ 2 ຂອງ ສປປ ລາວ. ພ້ອມດຽວກັນນີ້, ໂຄງການທາງລົດໄຟ ລາວ-ຈີນ ທີ່ຈະສຳເລັດໃນທ້າຍປີນີ້ ຈະເປັນອີກ 1 ໃນສັນຍາລັກປະຫວັດສາດຂອງການພົວພັນຮ່ວມມື ລາວ-ຈີນ ຕະຫລອດ 6 ທົດສະວັດຜ່ານມາ. ຄວາມໄວ້ເນື້ອເຊື່ອໃຈ ແລະ ເຊື່ອໝັ້ນເຊິ່ງກັນ ແລະ ກັນ ລະຫວ່າງສອງປະເທດ ລາວ-ຈີນ ຍັງໄດ້ສະແດງອອກຢ່າງຈະແຈ້ງໃນການຍົກລະດັບການພົວພັນສອງຝ່າຍ ໃຫ້ເປັນສາຍພົວພັນ ແບບຄູ່ຮ່ວມຍຸດທະສາດ ຮອບດ້ານ ຫມັ້ນຄົງ ຍາວນານ ຕາມທິດ 4 ດີ ໃນປີ 2009 ແລະ ກ້າວຂຶ້ນເປັນຄູ່ຮ່ວມຊະຕາກໍາ ລາວ-ຈີນ, ຈີນ-ລາວ  ໃນປີ 2019, ເຊິ່ງ ສະຫາຍເລຂາ ທິການໃຫຍ່ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ ແລະ ສະຫາຍເລຂາທິ ການໃຫຍ່ ສີ ຈິ້ນຜິງ, ປະທານປະເທດ ແຫ່ງ ສປ ຈີນ ໄດ້ລົງນາມຮ່ວມກັນໃນແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊະຕາກໍາ ລາວ-ຈີນ, ຈີນ-ລາວ, ທີ່ເປັນເອກະສານສຳຄັນທີ່ມີຄວາມຫມາຍທາງປະຫວັດສາດແຫ່ງການພົວພັນ ລາວ-ຈີນ, ຈີນ-ລາວ ແລະ ເປັນບ່ອນອີງພື້ນຖານໃຫ້ແກ່ການຜັນຂະຫຍາຍການພົວພັນຮ່ວມມື ລະຫວ່າງ ສອງປະເທດ ໃຫ້ເກີດດອກອອກຜົນ ຍິ່ງໆຂຶ້ນໃນຕໍ່ຫນ້າ.

     ສໍາລັບທິດທາງການຮ່ວມມືໃນຕໍ່ໜ້າ ພັກ ແລະ ລັດຖະບານ ພວກຂ້າພະເຈົ້າ ຍິນດີຮ່ວມກັບພັກກອມມູນິດຈີນ, ລັດຖະບານຈີນ ກໍຄື ການນໍາແຕ່ລະຂັ້ນຂອງຝ່າຍຈີນ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ ຖານສະຫາຍອ້າຍນ້ອງຮ່ວມອຸດົມການສັງຄົມນິຍົມ  ແລະ ຈະ​ເຊີດ​ຊູ​ຄວາມ​ເປັນ​ເຈົ້າ​ການ​ ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ສົນ​ທິ​ສັນ​ຍາ, ສັນ​ຍາ ແລະ ຂໍ້​ຕົກ​ລົງ​ຕ່າງໆ ລະ​ຫວ່າງ ​ສອງພັກ-ສອງ​ລັດ ​ພວກ​ເຮົາ; ກໍ່ຄື ການເພີ່ມທະວີການຮ່ວມມືໃນເວທີພາກພື້ນ ແລະ ສາກົນ ເພື່ອສົ່ງເສີມສັນຕິພາບ ແລະ ການຮ່ວມມືເພື່ອການພັດທະນາ. ພ້ອມ​ດຽວ​ກັນ​ນັ້ນ, ກໍ​ຈະ​ເພີ່ມ​ຄວາມ​ພະ​ຍາ​ຍາມ ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຍຸດ​ທະ​ສາດການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ ແລະ ສ້າງສະ ພາບແວດລ້ອມເພື່ອອຳນວຍຄວາມສະດວກໃຫ້ແກ່ການຮ່ວມມື ກໍ່ຄື ການລົງທຶນ ບົນພື້ນຖານການປົກປັກຮັກສາສິ່ງແວດລ້ອມໃຫ້ຍືນຍົງ ແລະ ຍາວນານ ເພື່ອ​ນຳ​ເອົາ​ຜົນ​ປະ​ໂຫຍດ​ຕົວ​ຈິງ ມາ​ສູ່​ປະ​ຊາ​ຊົນ​ສອງ​ຊາດ ​ໃຫ້​ໄດ້ຫຼາຍ​ຂຶ້ນ​ເລື້ອຍໆ ແລະ ໃນທ້າຍປີນີ້ ໂຄງການທາງລົດໄຟ ລາວ-ຈີນ ກໍ່ຈະສາມາດເປີດນຳໃຊ້, ເຊິ່ງຖືເປັນໂຄງການທີ່ມີຄວາມໝາຍສຳຄັນຍິ່ງຕໍ່ສາຍພົວພັນ ລາວ-ຈີນ ຖືໄດ້ວ່າເປັນການຕັດສິນໃຈສູງຂອງພັກ ແລະ ລັດຖະ ບານລາວ ຕໍ່ການພັດທະນາພື້ນຖານໂຄງລ່າງ ເພື່ອແນໃສ່ຫັນເອົາ ສປປ ລາວ ຊຶ່ງເປັນປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລ ໃຫ້ກາຍເປັນປະເທດເຊື່ອມຈອດໃນພາກພື້ນ ໂດຍນຳໃຊ້ຍຸດທະສາດການພັດທະນາ “ຫນຶ່ງແລວ ຫນຶ່ງເສັ້ນທາງ” ແລະ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງ, ໂດຍມີແລວເສດຖະກິດ ລາວ-ຈີນ ເປັນຕົວຊຸກຍູ້ຕື່ມ, ເຊື່ອໄດ້ວ່າ ການສ້າງສາພັດທະນາ ແລະ ເພີ່ມທະວີ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສປ ຈີນ ຈະໄດ້ຮັບການພັດທະນາໄວ, ສິ່ງທີ່ສໍາຄັນແມ່ນພວກເຮົາຕ້ອງຮ່ວມມືກັນ ຈັດຕັ້ງປະຕິບັດບັນ ດາຂໍ້ຕົກລົງ ແລະ ບັນດາສັນຍາຕ່າງ ທີ່ການນຳຂັ້ນສູງໄດ້ຕົກລົງຮ່ວມກັນໃຫ້ເປັນຮູບປະທຳຍິ່ງຂຶ້ນ.

   2.ທ່ານຕີລາຄາແນວໃດຕໍ່ການປົກຄອງລັດ-ບໍລິຫານປະເທດ ຂອງ ສະຫາຍ ສີຈິ້ິນຜິງ?

ຂ້າພະເຈົ້າ ຕີລາຄາສູງ ຕໍ່ການປົກຄອງ ແລະ ບໍລິຫານລັດ ໃນ ສປ ຈີນ, ເຊິ່ງສະຫາຍ ສີຈິ້ນຜິງ ເປັນຜູ້ນໍາທີ່ປ່ຽມລົ້ນໄປດ້ວຍປະສົບການ ແລະ ຜົນ ງານອັນໂດດເດັ່ນໃນວຽກງານຄຸ້ມຄອງລັດ ແລະ ບໍລິຫານປະເທດ, ມີຄວາມໃກ້ຊິດຕິດແທດກັບປະຊາຊົນ, ເຮັດແທ້ທຳຈິງ ແລະ ມີຄວາມຕັດສິນໃຈເດັດດ່ຽວ ໃນການຄຸ້ມຄອງລັດ-ບໍລິ ຫານປະເທດ, ການແກ້ໄຂບັນຫາສໍ້ລາດບັງຫຼວງ, ບັນຫາການແກ້ໄຂຄວາມທຸກຍາກ ແລະ ອື່ນໆ. ເປັນແກ່ນສານນໍາພາ ໃນການຢຶດໝັ້ນລັດທິມາກ, ແນວຄິດເໝົາເຈີຕົງ, ທິດສະດີເຕິ້ງສຽວຜິງ, “ແນວຄິດສໍາຄັນ 3 ຕົວແທນ”, ທັດສະນະການພັດທະນາຢ່າງມີວິທະຍາສາດ, ບົນພື້ນຖານເງື່ອນໄຂຂອງຍຸກສະໄໝ ແລະ ແທດເໝາະກັບສະພາບການພັດທະນາຕົວຈິງ, ພ້ອມທັງ ເປັນຜູ້ທີ່ລິເລີ່ມໃນການສະເໜີແນວຄິດໃໝ່, ທັດສະນະໃໝ່ ແລະ ຍຸດທະສາດໃໝ່ຢ່າງເປັນລະບົບ ເປັນຕົ້ນແມ່ນ: ແນວຄິດສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກສະໄໝໃໝ່ ໂດຍຢຶດຖືເອົາການນໍາພາຂອງພັກເປັນກົກ, ຖືເອົາການພັດທະນາເສດຖະກິດເປັນໃຈກາງ ຄວບຄູ່ກັບການປົກປັກຮັກສາສິ່ງແວດລ້ອມ ແລະ ຟື້ນຟູລະບົບນິເວດ; ດຳເນີນການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານ ໄປຄວບຄູ່ກັບ ການຊຸກຍູ້ການຫັນເປັນທັນສະໄໝ, ປອດໃສ, ຍຸ ຕິທຳ ໃນການປົກຄອງປະເທດ-ບໍລິຫານລັດ; ບົນພື້ນຖານການຢຶດໝັ້ນ “ຖືປະຊາຊົນເປັນກົກ” ໄດ້ເອົາ ໃຈໃສ່ປັບປຸງຊີວິດການເປັນຢູ່ຂອງປະຊາຊົນຢ່າງຕັ້ງໜ້າ, ເຮັດໃຫ້ປະຊາຊົນຈີນໄດ້ຮັບການພັດທະນາຢ່າງຮອບດ້ານ. ອັນພົ້ນເດັ່ນທີ່ສຸດ ແມ່ນໄດ້ນໍາພາປະຊາຊົນຈີນ ລົບລ້າງຄວາມທຸກຍາກໄດ້ຢ່າງເດັດຖານ ໃນຂອບເຂດທົ່ວປະເທດ ສາມາດບັນລຸເປົ້າໝາຍສູ້ຊົນ “100 ປີເຫດການທໍາອິດ” ເພື່ອເຮັດໃຫ້ຄວາມຝັນຂອງຈີນ ໃນການຟື້ນຟູຄວາມຈະເລີນຮຸ່ງ ເຮືອງຂອງຊາດຈີນປະກົດຜົນເປັນຈິງ ໃນກາງສະຕະວັດນີ້.

ພິເສດ ໃນໄລຍະທີ່ທົ່ວປະເທດຈີນ ປະເຊີນໜ້າກັບການລະບາດ ຂອງ ພະຍາດໂຄວິດ-19, ສະຫາຍ ສີ ຈິ້ນຜິງ ໄດ້ຊີ້ນໍາບັນຊາດຳເນີນການສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂ ດ້ວຍຕົນເອງຢ່າງຮອບດ້ານ, ເຮັດໃຫ້ ສປ ຈີນ ສາມາດຍາດໄດ້ໄຊຊະນະ ແລະ ມີຜົນສຳເລັດໃນການຮັບມືກັບພະຍາດດັ່ງກ່າວໄດ້ເປັນຢ່າງດີ, ລວມທັງມີແນວທາງນະໂຍບາຍໃນການຟື້ນຟູການຜະລິດ ແລະ ພັດທະນາເສດຖະກິດຂອງປະເທດໃຫ້ກັບຄືນສູ່ສະພາບປົກກະຕິຢ່າງໄວວາ.  ຄຽງຄູ່ກັນນັ້ນ, ສະຫາຍ ສີຈິ້ນຜິງ ຍັງມີແນວທາງນະໂຍບາຍການແກ້ໄຂຄວາມທຸກຍາກຂອງປະຊາຊົນຢ່າງຖືກຈຸດ, ອັນໄດ້ເຮັດໃຫ້ປະຊາຊົນຈີນຫຼາຍຮ້ອຍລ້ານຄົນ ຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ໃນເວລາອັນສັ້ນໆ, ເຊິ່ງເປັນຜົນສຳເລັດທີ່ມີຄວາມໝາຍປະ ຫວັດສາດ ຂອງ ສປ ຈີນ, ທັງໄດ້ເປັນບົດຮຽນອັນປະເສີດໃຫ້ແກ່ບັນດາປະເທດກຳລັງພັດທະນາໃນໂລກ.

ສະຫາຍເລຂາທິການໃຫຍ່ ສີຈິ້ນຜິງ ຍັງໄດ້ສືບຕໍ່ດຳເນີນພາລະກິດການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ ໂດຍສະເພາະຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ແລະ ການສະເໜີແນວຄວາມຄິດ ໃນການສ້າງປະຊາຄົມຮ່ວມຊະຕາກໍາຂອງມວນມະນຸດ”, ອັນໄດ້ເຮັດໃຫ້ ສປ ຈີນ ຍາດໄດ້ຜົນສໍາເລັດຢ່າງຈົບງາມ ໃນການພັດທະນາຢ່າງຮອບດ້ານ ທີ່ສ່ອງແສງໃຫ້ເຫັນເຖິງທ່າແຮງອັນພົ້ນເດັ່ນຂອງລະບອບສັງຄົມນິຍົມ ແລະ ການນໍາພາຂອງພັກກອມມູນິດຈີນ, ກາຍເປັນຕົວແບບໃຫ້ແກ່ບັນດາປະເທດກຳລັງພັດທະນາໃນໂລກ, ລວມທັງ ສປປ ລາວ ພວກຂ້າພະເຈົ້າ.

   3.ໃນໂອກາດຄົບຮອບວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 100 ປີ ທ່ານຕີລາຄາແນວໃດ ຕໍ່ ການນໍາພາຂອງພັກກອມມູນິດຈີນ ແລະ ມີຄຳອວຍພອນຕໍ່ໂອກາດດັ່ງກ່າວນີ້ ຄືແນວໃດ?

     ພັກ-ລັດ ແລະ ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າ ມີ​ຄວາມ​ຊື່ນ​ຊົມຍິນ​ດີ​ຕໍ່​ຜົນ​ສຳ​ເລັດ​ໃນຫຼາຍ​ດ້ານທີ່​ພັກ-ລັດ ແລະ ປະ​ຊາ​ຊົນ​ຈີນ​ອ້າຍ​ນ້ອງ​​ບັນ​ລຸ​ໄດ້​ໃນຊຸມ​ປີ​ທີ່​ຜ່ານ​ມາ, ພິ​ເສດ​ແມ່ນ​ໃນ​ໄລ​ຍະ 100 ປີ ​ແຫ່ງ​ການສ້າງຕັ້ງພັກກອມມູນິດຈີນ, ພັກກອມມູນິດຈີນ ໄດ້ສ້າງພາລະກຳປະ ຫວັດສາດ ແຫ່ງການປົດປ່ອຍປະຊາຊົນອອກຈາກຄວາມຫຼ້າຫຼັງຂອງລະບອບສັກດີນາ, ສາ ມາດສະຖາປະນາປະເທດຈີນໃໝ່ຂຶ້ນ     ຄື: ສ້າງຕັ້ງ ສາທາລະນະລັດ ປະຊາຊົນຈີນ ຂຶ້ນໃນປີ 1949 ເປັນເຫດການປ່ຽນແປງອັນໃຫຍ່ຫຼວງຂອງປະຫວັດສາດຂອງຈີນ, ຊຶ່ງ​ໄດ້​ສ້າງ​ພື້ນ​ຖານ ແລະ ທ່ວງ​ທ່າ​ໃໝ່ ໃຫ້​ແກ່​ການ​ພັດ​ທະ​ນາ​ປະ​ເທດ​ຊາດ ໄປ​ຕາມ​ທິດ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ-ຫັນ​ເປັນທັນ​ສະ​ໄໝສູ່​ຈຸດ​ໝາຍ​ສັງ​ຄົມ​ນິ​ຍົມທີ່ມີສີສັນພິເສດຂອງຈີນ​ຢ່າງ​ໜັກ​ແໜ້ນ. ຜົນ​ສຳ​ເລັດ​ດັ່ງ​ກ່າວ​ນັ້ນ ໄດ້​ເປັນ​ບົດ​ຮຽນ​ອັນ​ມີ​ຄ່າ​ແກ່​ການ​ນຳ​ພາ​ຂອງ​ພັກ ແລະ ການ​ຄຸ້ມ​ຄອງ​ຂອງ​ລັດຂອງ​ພວກຂ້າພະເຈົ້າ. ພ້ອມ​ດຽວ​ກັນ​ນັ້ນ, ກໍ່​ເປັນ​ສິ່ງ​ຊຸກ​ຍູ້​ປຸກ​ລະ​ດົມ​ໃຈ​ອັນ​ແຂງ​ແຮງ​ໃຫ້​ແກ່​ປະ​ຊາ​ຊົນ​ລາວ ໃນ​ພາ​ລະ​ກິດ​ປົກ​ປັກ​ຮັກ​ສາ ແລະ ສ້າງ​ສາ​ພັດ​ທະ​ນາ​ປະ​ເທດ​ຊາດ​ຂອງ​ຕົນ.

ຕະຫລອດໄລຍະ 100 ຜ່ານມາ ຖານະບົດບາດຂອງ ສປ ຈີນ ນັບມື້ນັບໂດດເດັ່ນ ໄດ້ມີການພັດທະນາແບບກ້າວກະໂດດ ຈົນກາຍເປັນແບບຢ່າງອັນພົ້ນເດັ່ນໃນການພັດທະນາເສດຖະກິດ ແລະ ສັງຄົມຂອງຫລາຍປະເທດໃນໂລກ, ໂດຍສະເພາະການປະກອບສ່ວນສຳຄັນເຂົ້າໃນການຮັກສາສັນຕິພາບ ແລະ ສະຖຽນລະພາບຂອງໂລກ, ປະກອບສ່ວນຊ່ວຍ ເຫລືອອັນສຳຄັນແກ່ປະເທດທີ່ກຳລັງພັດທະນາ ໂດຍສະເພາະ ແມ່ນການລິເລີ່ມແນວຄວາມຄິດ “ໜຶ່ງແລວ ໜຶ່ງເສັ້ນ ທາງ” ແມ່ນໄດ້ນໍາຜົນປະໂຫຍດຕົວຈິງມາສູ່ບັນດາປະເທດທີ່ນອນໃນນະໂຍບາຍດັ່ງກ່າວ.

     ພວກ​ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ຢ່າງ​ໜັກ​ແໜ້ນ​ວ່າ ​ພາຍ​ໃຕ້​ການ​ນຳ​ພາ​ອັນປີ​ຊາ​ສາ​ມາດ ແລະ ສະຫຼາດ​ສ່ອງ​ໃສຂອງ​ພັກ​ກອມ​ມູ​ນິດຈີນ ອັນມີ ສະຫາຍ ສີ ຈິ້ນຜິງ ເປັນແກ່ນສານນໍາພາ ຈະ​ເຮັດ​ໃຫ້​ບັນລຸຄວາມຝັນ ໃນການຟື້ນຟູຄວາມຈະເລີນຮຸ່ງ ເຮືອງຂອງປະຊາຊາດຈີນ.

ໃນໂອກາດອັນສະຫງ່າລາສີ  ແຫ່ງ ການສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 100 ປີ, ຂ້າພະເຈົ້າ ຕາງໜ້າໃຫ້ຄະນະບໍລິຫານງານສູນກາງພັກ, ສະມາຊິກພັກຕະຫຼອດຮອດປະຊາ ຊົນລາວທຸກຖ້ວນໜ້າ, ອວຍພອນໃຫ້ ສະຫາຍ ສີ ຈິ້ນຜິງ, ຄະນະບໍລິຫານງານສູນກາງພັກກອມມູນິດຈີນ ຕະຫຼອດຮອດສະມາຊິກພັກ ແລະ ປະຊາຊົນຈີນອ້າຍນ້ອງທຸກຖ້ວນໜ້າ ຈົ່ງມີແຕ່ຄວາມຜາສຸກຈະເລີນກ້າວໜ້າ, ສືບຕໍ່ບັນລຸເປົ້າໝາຍສູ້ຊົນ 100 ປີເຫດການທີສອງ ດ້ວຍຜົນສຳເລັດອັນສະຫງ່າງາມ, ບັນລຸຄວາມຝັນຂອງຈີນໃນການຟື້ນຟູຄວາມຈະເລີນຮຸ່ງ ເຮືອງ ຂອງປະຊາຊາດຈີນ ແລະ ກາຍເປັນປະເທດສັງຄົມນິຍົມທັນສະໄໝ ທີ່ຮັ່ງມີເຂັ້ມແຂງ, ປະຊາທິປະໄຕ, ສີວິໄລ, ກົມກຽວປອງດອງ ແລະ ສວຍງາມ ຕາມຄາດໝາຍທີ່ວາງໄວ້.

ອວຍພອນໃຫ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ການເປັນຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ເປັນຄູ່ຮ່ວມຊະຕາ ກຳ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ, ຈີນ-ລາວ ຈົ່ງໝັ້ນຄົງຄະນົງແກ່ນ ແລະ ໄດ້ຮັບການເສີມຂະຫຍາຍໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ.

ຄຳ​ເຫັນ

0