尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເກາະ​ພູ​ເກັດ​ຂອງ​ໄທ​ໄດ້​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ຈຳ​ນວນ 366 ຄົນໃນ​ມື້​ທຳ​ອິດ​ທີ່​ເປີດ​ການ​ທ່ອງ​ທ່ຽວ

2021-07-02 14:41:57 cri

      ວັນ​ທີ 1 ກໍ​ລະ​ກົດ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ເກາະ​ພູ​ເກັດ​ຂອງ​ໄທ​ໄດ້​ຟື້ນ​ຟູ​ການ​ທ່ອງ​ທ່ຽວ​ຢ່າງ​ເປັນ​ທາງ​ການ​ຫຼັງ 1 ປີ ເພື່ອຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ຈາກ​ແຫ່ງ​ຕ່າງໆ​ຂອງ​ໂລກ. ໃນ​ມື້​ດັ່ງ​ກ່າວ, ໄດ້​ມີ​ຜູ້​ໂດຍ​ສານ​ທັງ​ໝົດ 366 ຄົນ​ຕ່າງ​ໄດ້​ຂີ່​​ເຮືອບິນ​ຂອງ​ບໍ​ລິ​ສັດ​ການ​ບິນ 4 ແຫ່ງ​ເດີນ​ທາງ​ເຖິງ​ເກາະ​ພູ​ເກັດ.
 

      ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄທ​ແຈ້ງ​ໃຫ້​ຮູ້​ວ່າ: ນັບ​ມາ​ຮອດ​ປັດ​ຈຸ​ບັນ​ໄດ້​​ມີ​ຜູ້​ຮ້ອງ​ຂໍ​ເຂົ້າ​ແດນ​ໄທ 4 ພັນ​ກວ່າ​ຄົນ​, ອົງ​ການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ໄທ​ກ່າວ​ວ່າ: ໃນ​ໄລ​ຍະ​ເວ​ລາເຄິ່ງ​ເດືອນ​ໜ້າ​ນີ້​ມີ​ນັກ​ທ່ອ​ງ​ທ່ຽວ​ສັນ​ຊາດ​ຕ່າງ​ປະ​ເທດ 1 ພັນ​ກວ່າ​ຄົນ​ໄດ້​ຈອງໂຮງ​ແຮມ​ຢູ່​ເກາະ​ພູ​ເກັດ​ແລ້ວ. ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ໃຫ້​ໄດ້​ຫຼາຍກວ່າ​ເກົ່າ,ຮ້ານ​ຄ້າ​ຢູ່​ເກາະ​ພູ​ເກັດ​ຈະ​ມີ​ກິດ​ຈະ​ກຳ​ຈຳ​ໜ່າຍ​ແບບ​ສົ່ງ​ເສີມ​ການ​ຂາຍ​ຢ່າງຂະ​ໜາດ​ໃຫຍ່​ໃນ​ເດືອນ​ກໍ​ລະ​ກົດ​ປີ​ນີ້,​ດ້ວຍ​ການ​ຫຼຸດ​ລາ​ຄາສູງ​ເຖິງ 70%. ເປົ້າ​ໝາຍ​ຂອງ​ອົງ​ການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ໄທ​ແມ່ນ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​​ໄປ​ເກາະ​ພູ​ເກັດ​ໃນ​ເດືອນ​ກໍ​ລະ​ກົດ​ຫາ​ເດືອນ​ກັນ​ຍາ​ປີ​ນີ້ໃຫ້​ໄດ້ 1 ແສນ​ຄົນ,​ເຊິ່ງ​ຈະສ້າງ​ລາຍ​ຮັບ​ທາງ​ເສດ​ຖະ​ກິດ​ທີ່​ມີ​ມູນ​ຄ່າ​ເຖິງ 8,9 ຕື້​ບາດ, ນອກ​ນີ້, ຄາດ​ວ່າ​ຈະ​ມີ​ນັ​ກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ​ໄທ 5 ແສນ​ຄົນ​ໄປ​ທ່ຽວ​ເກາະ​ພູ​ເກັດ ເຊິ່ງຈະ​ສ້າງ​ລາຍ​ຮັບ​ທີ່​ມີ​ມູນ​ຄ່າ​ເຖິງ 5 ຕື້​ບາດ.

ຄຳ​ເຫັນ

0