何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວໃຫ້ສຳພາດໃນໂອກາດລະນຶຶກວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 100 ປີ

2021-07-04 14:49:13 CRI

ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວໃຫ້ສຳພາດໃນໂອກາດລະນຶຶກວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 100 ປີ_fororder_微信图片_20210704144616

ເນື່ອງໃນໂອກາດລະນຶຶກວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 100 ປີ,ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວໄດ້ໃຫ້ສໍາພາດ ຕໍ່ສື່ມວນຊົນຈີນໃນ3 ຫົວຂໍ້ໃຫຍ່ດັ່ງນີ້:

1.  ຕໍ່ການຮ່ວມມືສອງຝ່າຍໃນໄລຍະຜ່ານມາ ແລະ ທິດທາງໃນຕໍ່ໜ້າ,ສະຫາຍ ທອງລຸນ ສີສຸລິດກ່າວວ່າ:ສອງປະເທດ ລາວ-ຈີນ ໄດ້ມີການພົວພັນຖານບ້ານໃກ້ເຮືອນຄຽງທີ່ດີນໍາກັນ ມາແຕ່ບູຮານນະການ, ປະຊາຊົນສອງຊາດໄດ້ດໍາລົງຊີວິດ ແລະ ທໍາມາຫາກິນຮ່ວມກັນ ບົນສາຍນໍ້າ ແລະ ສາຍພູທີ່ຕິດຈອດກັນ, ໄດ້ມີການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ທັງໃນໄລຍະຕໍ່ສູ້ກູ້ຊາດ, ການປົກປັກຮັກສາຄວາມເປັນເອກະລາດ ກໍ່ຄື ໄລຍະແຫ່ງການສ້າງສາພັດ ທະນາປະເທດຊາດຂອງປະຊາຊົນສອງຊາດ, ພັກ ປປ ລາວ ໄດ້ມີການພົວພັນກັບ ພັກກອມມູນິດຈີນ ແຕ່ປີ 1959, ຕໍ່ມາ ປີ 1961 ສອງປະເທດໄດ້ສ້າງຕັ້ງສາຍພັວພັນການທູດຮ່ວມກັນຢ່າງເປັນທາງການ.

ປີນີ້ ເປັນປີຄົບຮອບ 60 ປີ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ, ຕະຫຼອດໄລ ຍະ 60 ປີ ຜ່ານມາ ການພົວພັນຮ່ວມມືທີ່ມີມູນເຊື້ອ ລະຫວ່າງ ສປປ ລາວ ແລະ ສປ ຈີນ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ເລີ່ມແຕ່ບັນຫາການເມືອງ-ຄວາມໝັ້ນຄົງ ຈົນຮອດການຮ່ວມມືດ້ານເສດຖະກິດ,ວັດທະນະທຳ-ສັງຄົມ, ການພົວພັນຮ່ວມມື ລາວ-ຈີນ ໃນແຕ່ລະດ້ານໄດ້ຮັບການເສີມຂະຫຍາຍໄປສູ່ລວງເລິກ ແລະ ລວງກວ້າງ ອັນໄດ້ນຳຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຈີນ, ສ້າງຄວາມເຊື່ອໝັ້ນ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງການນຳພັກ-ລັດ ກໍ່ຄື ປະຊາຊົນສອງຊາດອ້າຍນ້ອງ ລາວ-ຈີນ. ທັງໝົດນີ້ສະແດງອອກໃຫ້ເຫັນ ຜ່ານການແລກປ່ຽນການຢ້ຽມຢາມລະຫວ່າງການນຳຂັ້ນສູງພັກ-ລັດ ຂອງ ສອງປະເທດ ກໍ່ຄື ການໄປມາຫາສູ່ກັນຂອງປະຊາຊົນສອງຊາດ ລາວ-ຈີນ. ໃນດ້ານເສດຖະກິດ, ສປ ຈີນ ເປັນປະເທດທີ່ລົງທຶນຫລາຍທີ່ສຸດ ເປັນອັນດັບໜຶ່ງຂອງການລົງທຶນຈາກຕ່າງປະເທດ ໃນ ສປປ ລາວ ແລະ ເປັນຄູ່ຄ້າຕ່າງປະເທດອັນດັບທີ 2 ຂອງ ສປປ ລາວ. ພ້ອມດຽວກັນນີ້, ໂຄງການທາງລົດໄຟ ລາວ-ຈີນ ທີ່ຈະສຳເລັດໃນທ້າຍປີນີ້ ຈະເປັນອີກ 1 ໃນສັນຍາລັກປະຫວັດສາດຂອງການພົວພັນຮ່ວມມື ລາວ-ຈີນ ຕະຫລອດ 6 ທົດສະວັດຜ່ານມາ. ຄວາມໄວ້ເນື້ອເຊື່ອໃຈ ແລະ ເຊື່ອໝັ້ນເຊິ່ງກັນ ແລະ ກັນ ລະຫວ່າງສອງປະເທດ ລາວ-ຈີນ ຍັງໄດ້ສະແດງອອກຢ່າງຈະແຈ້ງໃນການຍົກລະດັບການພົວພັນສອງຝ່າຍ ໃຫ້ເປັນສາຍພົວພັນ ແບບຄູ່ຮ່ວມຍຸດທະສາດ ຮອບດ້ານ ຫມັ້ນຄົງ ຍາວນານ ຕາມທິດ 4 ດີ ໃນປີ 2009 ແລະ ກ້າວຂຶ້ນເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ  ໃນປີ 2019, ເຊິ່ງ ສະຫາຍເລຂາ ທິການໃຫຍ່ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ ແລະ ສະຫາຍເລຂາທິ ການໃຫຍ່ ສີ ຈິ້ນຜິງ, ປະທານປະເທດ ແຫ່ງ ສປ ຈີນ ໄດ້ລົງນາມຮ່ວມກັນໃນແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ, ທີ່ເປັນເອກະສານສຳຄັນທີ່ມີຄວາມຫມາຍທາງປະຫວັດສາດແຫ່ງການພົວພັນ ລາວ-ຈີນ, ຈີນ-ລາວ ແລະ ເປັນບ່ອນອີງພື້ນຖານໃຫ້ແກ່ການຜັນຂະຫຍາຍການພົວພັນຮ່ວມມື ລະຫວ່າງ ສອງປະເທດ ໃຫ້ເກີດດອກອອກຜົນ ຍິ່ງໆຂຶ້ນໃນຕໍ່ຫນ້າ.

    ສໍາລັບທິດທາງການຮ່ວມມືໃນຕໍ່ໜ້າ ພັກ ແລະ ລັດຖະບານ ພວກຂ້າພະເຈົ້າ ຍິນດີຮ່ວມກັບພັກກອມມູນິດຈີນ, ລັດຖະບານຈີນ ກໍຄື ການນໍາແຕ່ລະຂັ້ນຂອງຝ່າຍຈີນ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ ຖານສະຫາຍອ້າຍນ້ອງຮ່ວມອຸດົມການສັງຄົມນິຍົມ  ແລະ ຈະເຊີດຊູຄວາມເປັນເຈົ້າການ ໃນການປະຕິບັດບັນດາສົນທິສັນຍາ, ສັນຍາ ແລະ ຂໍ້ຕົກລົງຕ່າງໆ ລະຫວ່າງ ສອງພັກ-ສອງລັດ ພວກເຮົາ; ກໍ່ຄື ການເພີ່ມທະວີການຮ່ວມມືໃນເວທີພາກພື້ນ ແລະ ສາກົນ ເພື່ອສົ່ງເສີມສັນຕິພາບ ແລະ ການຮ່ວມມືເພື່ອການພັດທະນາ. ພ້ອມດຽວກັນນັ້ນ, ກໍຈະເພີ່ມຄວາມພະຍາຍາມ ໃນການຈັດຕັ້ງປະຕິບັດຍຸດທະສາດການຮ່ວມມືດ້ານເສດຖະກິດ, ວັດທະນະທຳ, ວິທະຍາສາດເຕັກໂນໂລຢີ ແລະ ສ້າງສະ ພາບແວດລ້ອມເພື່ອອຳນວຍຄວາມສະດວກໃຫ້ແກ່ການຮ່ວມມືກໍ່ຄື ການລົງທຶນ ບົນພື້ນຖານການປົກປັກຮັກສາສິ່ງແວດລ້ອມໃຫ້ຍືນຍົງ ແລະ ຍາວນານ ເພື່ອນຳເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ໃຫ້ໄດ້ຫຼາຍຂຶ້ນເລື້ອຍໆ ແລະ ໃນທ້າຍປີນີ້ ໂຄງການທາງລົດໄຟ ລາວ-ຈີນ ກໍ່ຈະສາມາດເປີດນຳໃຊ້, ເຊິ່ງຖືເປັນໂຄງການທີ່ມີຄວາມໝາຍສຳຄັນຍິ່ງຕໍ່ສາຍພົວພັນ ລາວ-ຈີນ ຖືໄດ້ວ່າເປັນການຕັດສິນໃຈສູງຂອງພັກ ແລະ ລັດຖະບານລາວ ຕໍ່ການພັດທະນາພື້ນຖານໂຄງລ່າງ ເພື່ອແນໃສ່ຫັນເອົາ ສປປ ລາວ ຊຶ່ງເປັນປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລ ໃຫ້ກາຍເປັນປະເທດເຊື່ອມຈອດໃນພາກພື້ນ ໂດຍນຳໃຊ້ຍຸດທະສາດການພັດທະນາ “ຫນຶ່ງແລວ ຫນຶ່ງເສັ້ນທາງ” ແລະ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງ, ໂດຍມີແລວເສດຖະກິດ ລາວ-ຈີນ ເປັນຕົວຊຸກຍູ້ຕື່ມ, ເຊື່ອໄດ້ວ່າ ການສ້າງສາພັດທະນາ ແລະ ເພີ່ມທະວີ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສປ ຈີນ ຈະໄດ້ຮັບການພັດທະນາໄວ, ສິ່ງທີ່ສໍາຄັນແມ່ນພວກເຮົາຕ້ອງຮ່ວມມືກັນ ຈັດຕັ້ງປະຕິບັດບັນດາຂໍ້ຕົກລົງ ແລະ ບັນດາສັນຍາຕ່າງໆ ທີ່ການນຳຂັ້ນສູງໄດ້ຕົກລົງຮ່ວມກັນໃຫ້ເປັນຮູບປະທຳຍິ່ງຂຶ້ນ.

2.  ຕໍ່ການປົກຄອງລັດ-ບໍລິຫານປະເທດ ຂອງ ສະຫາຍ ສີຈິ້ິນຜິງ,ສະຫາຍ ທອງລຸນ ສີສຸລິດກ່າວວ່າ:ຂ້າພະເຈົ້າ ຕີລາຄາສູງ ຕໍ່ການປົກຄອງ ແລະ ບໍລິຫານລັດ ໃນ ສປ ຈີນ, ເຊິ່ງສະຫາຍ ສີຈິ້ນຜິງ ເປັນຜູ້ນໍາທີ່ປ່ຽມລົ້ນໄປດ້ວຍປະສົບການ ແລະ ຜົນງານອັນໂດດເດັ່ນໃນວຽກງານຄຸ້ມຄອງລັດ ແລະ ບໍລິຫານປະເທດ, ມີຄວາມໃກ້ຊິດຕິດແທດກັບປະຊາຊົນ, ເຮັດແທ້ທຳຈິງ ແລະ ມີຄວາມຕັດສິນໃຈເດັດດ່ຽວ ໃນການຄຸ້ມຄອງລັດ-ບໍລິຫານປະເທດ, ການແກ້ໄຂບັນຫາສໍ້ລາດບັງຫຼວງ, ບັນຫາການແກ້ໄຂຄວາມທຸກຍາກ ແລະ ອື່ນໆ. ເປັນແກ່ນສານນໍາພາ ໃນການຢຶດໝັ້ນລັດທິມາກ, ແນວຄິດເໝົາເຈີຕົງ, ທິດສະດີເຕິ້ງສຽວຜິງ, “ແນວຄິດສໍາຄັນ 3 ຕົວແທນ”, ທັດສະນະການພັດທະນາຢ່າງມີວິທະຍາສາດ, ບົນພື້ນຖານເງື່ອນໄຂຂອງຍຸກສະ

ໄໝ ແລະ ແທດເໝາະກັບສະພາບການພັດທະນາຕົວຈິງ, ພ້ອມທັງ ເປັນຜູ້ທີ່ລິເລີ່ມໃນການສະເໜີແນວຄິດໃໝ່, ທັດສະນະໃໝ່ ແລະ ຍຸດທະສາດໃໝ່ຢ່າງເປັນລະບົບ ເປັນຕົ້ນແມ່ນ: ແນວຄິດສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກສະໄໝໃໝ່ ໂດຍຢຶດຖືເອົາການນໍາພາຂອງພັກເປັນກົກ, ຖືເອົາການພັດທະນາເສດຖະກິດເປັນໃຈກາງ ຄວບຄູ່ກັບການປົກປັກຮັກສາສິ່ງແວດລ້ອມ ແລະ ຟື້ນຟູລະບົບນິເວດ; ດຳເນີນການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານ ໄປຄວບຄູ່ກັບ ການຊຸກຍູ້ການຫັນເປັນທັນສະໄໝ, ປອດໃສ, ຍຸຕິທຳ ໃນການປົກຄອງປະເທດ-ບໍລິຫານລັດ; ບົນພື້ນຖານການຢຶດໝັ້ນ “ຖືປະຊາຊົນເປັນກົກ” ໄດ້ເອົາ ໃຈໃສ່ປັບປຸງຊີວິດການເປັນຢູ່ຂອງປະຊາຊົນຢ່າງຕັ້ງໜ້າ, ເຮັດໃຫ້ປະຊາຊົນຈີນໄດ້ຮັບການພັດທະນາຢ່າງຮອບດ້ານ. ອັນພົ້ນເດັ່ນທີ່ສຸດ ແມ່ນໄດ້ນໍາພາປະຊາຊົນຈີນ ລົບລ້າງຄວາມທຸກຍາກໄດ້ຢ່າງເດັດຖານ ໃນຂອບເຂດທົ່ວປະເທດ ສາມາດບັນລຸເປົ້າໝາຍສູ້ຊົນ “100 ປີເຫດການທໍາອິດ” ເພື່ອເຮັດໃຫ້ຄວາມຝັນຂອງຈີນ ໃນການຟື້ນຟູຄວາມຈະເລີນຮຸ່ງ ເຮືອງຂອງຊາດຈີນປະກົດຜົນເປັນຈິງ ໃນກາງສະຕະວັດນີ້.

ພິເສດ ໃນໄລຍະທີ່ທົ່ວປະເທດຈີນ ປະເຊີນໜ້າກັບການລະບາດ ຂອງ ພະຍາດໂຄວິດ-19, ສະຫາຍ ສີ ຈິ້ນຜິງ ໄດ້ຊີ້ນໍາບັນຊາດຳເນີນການສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂ ດ້ວຍຕົນເອງຢ່າງຮອບດ້ານ, ເຮັດໃຫ້ ສປ ຈີນ ສາມາດຍາດໄດ້ໄຊຊະນະ ແລະ ມີຜົນສຳເລັດໃນການຮັບມືກັບພະຍາດດັ່ງກ່າວໄດ້ເປັນຢ່າງດີ, ລວມທັງມີແນວທາງນະໂຍບາຍໃນການຟື້ນຟູການຜະລິດ ແລະ ພັດທະນາເສດຖະກິດຂອງປະເທດໃຫ້ກັບຄືນສູ່ສະພາບປົກກະຕິຢ່າງໄວວາ.  ຄຽງຄູ່ກັນນັ້ນ, ສະຫາຍ ສີຈິ້ນຜິງ ຍັງມີແນວທາງນະໂຍບາຍການແກ້ໄຂຄວາມທຸກຍາກຂອງປະຊາຊົນຢ່າງຖືກຈຸດ, ອັນໄດ້ເຮັດໃຫ້ປະຊາຊົນຈີນຫຼາຍຮ້ອຍລ້ານຄົນ ຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ໃນເວລາອັນສັ້ນໆ, ເຊິ່ງເປັນຜົນສຳເລັດທີ່ມີຄວາມໝາຍປະ ຫວັດສາດ ຂອງ ສປ ຈີນ, ທັງໄດ້ເປັນບົດຮຽນອັນປະເສີດໃຫ້ແກ່ບັນດາປະເທດກຳລັງພັດທະນາໃນໂລກ.

ສະຫາຍເລຂາທິການໃຫຍ່ ສີຈິ້ນຜິງ ຍັງໄດ້ສືບຕໍ່ດຳເນີນພາລະກິດການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ ໂດຍສະເພາະຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ແລະ ການສະເໜີແນວຄວາມຄິດ ໃນການສ້າງປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດ”, ອັນໄດ້ເຮັດໃຫ້ ສປ ຈີນ ຍາດໄດ້ຜົນສໍາເລັດຢ່າງຈົບງາມ ໃນການພັດທະນາຢ່າງຮອບດ້ານ ທີ່ສ່ອງແສງໃຫ້ເຫັນເຖິງທ່າແຮງອັນພົ້ນເດັ່ນຂອງລະບອບສັງຄົມນິຍົມ ແລະ ການນໍາພາຂອງພັກກອມມູນິດຈີນ, ກາຍເປັນຕົວແບບໃຫ້ແກ່ບັນດາປະເທດກຳລັງພັດທະນາໃນໂລກ, ລວມທັງ ສປປ ລາວ ພວກຂ້າພະເຈົ້າ.

3.  ຕໍ່ການນໍາພາຂອງພັກກອມມູນິດຈີນໃນໄລຍະ100ປີຜ່ານມາ,ສະຫາຍ ທອງລຸນ ສີສຸລິດໄດ້ກ່າວວ່າ:ພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ ມີຄວາມຊື່ນຊົມຍິນດີຕໍ່ຜົນສຳເລັດໃນຫຼາຍດ້ານທີ່ພັກ-ລັດ ແລະ ປະຊາຊົນຈີນອ້າຍນ້ອງບັນລຸໄດ້ໃນຊຸມປີທີ່ຜ່ານມາ, ພິເສດແມ່ນໃນໄລຍະ 100 ປີ ແຫ່ງການສ້າງຕັ້ງພັກກອມມູນິດຈີນ, ພັກກອມມູນິດຈີນ ໄດ້ສ້າງພາລະກຳປະ ຫວັດສາດ ແຫ່ງການປົດປ່ອຍປະຊາຊົນອອກຈາກຄວາມຫຼ້າຫຼັງຂອງລະບອບສັກດີນາ, ສາ ມາດສະຖາປະນາປະເທດຈີນໃໝ່ຂຶ້ນຄື: ສ້າງຕັ້ງ ສາທາລະນະລັດ ປະຊາຊົນຈີນ ຂຶ້ນໃນປີ 1949 ເປັນເຫດການປ່ຽນແປງອັນໃຫຍ່ຫຼວງຂອງປະຫວັດສາດຂອງຈີນ, ຊຶ່ງໄດ້ສ້າງພື້ນຖານ ແລະ ທ່ວງທ່າໃໝ່ ໃຫ້ແກ່ການພັດທະນາປະເທດຊາດ ໄປຕາມທິດຫັນເປັນອຸດສາຫະກຳ-ຫັນເປັນທັນສະໄໝສູ່ຈຸດໝາຍສັງຄົມນິຍົມທີ່ມີສີສັນພິເສດຂອງຈີນຢ່າງໜັກແໜ້ນ. ຜົນສຳເລັດດັ່ງກ່າວນັ້ນ ໄດ້ເປັນບົດຮຽນອັນມີຄ່າແກ່ການນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດຂອງພວກຂ້າພະເຈົ້າ. ພ້ອມດຽວກັນນັ້ນ, ກໍ່ເປັນສິ່ງຊຸກຍູ້ປຸກລະດົມໃຈອັນແຂງແຮງໃຫ້ແກ່ປະຊາຊົນລາວ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງຕົນ.

ຕະຫລອດໄລຍະ 100 ຜ່ານມາ ຖານະບົດບາດຂອງ ສປ ຈີນ ນັບມື້ນັບໂດດເດັ່ນ ໄດ້ມີການພັດທະນາແບບກ້າວກະໂດດ ຈົນກາຍເປັນແບບຢ່າງອັນພົ້ນເດັ່ນໃນການພັດທະນາເສດຖະກິດ ແລະ ສັງຄົມຂອງຫລາຍປະເທດໃນໂລກ, ໂດຍສະເພາະການປະກອບສ່ວນສຳຄັນເຂົ້າໃນການຮັກສາສັນຕິພາບ ແລະ ສະຖຽນລະພາບຂອງໂລກ, ປະກອບສ່ວນຊ່ວຍ ເຫລືອອັນສຳຄັນແກ່ປະເທດທີ່ກຳລັງພັດທະນາ ໂດຍສະເພາະ ແມ່ນການລິເລີ່ມແນວຄວາມຄິດ “ໜຶ່ງແລວ ໜຶ່ງເສັ້ນທາງ” ແມ່ນໄດ້ນໍາຜົນປະໂຫຍດຕົວຈິງມາສູ່ບັນດາປະເທດທີ່ນອນໃນນະໂຍບາຍດັ່ງກ່າວ.

    ພວກຂ້າພະເຈົ້າເຊື່ອໝັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການນຳພາອັນປີຊາສາມາດ ແລະ ສະຫຼາດສ່ອງໃສຂອງພັກກອມມູນິດຈີນ ອັນມີ ສະຫາຍ ສີ ຈິ້ນຜິງ ເປັນແກ່ນສານນໍາພາ ຈະເຮັດໃຫ້ບັນລຸຄວາມຝັນ ໃນການຟື້ນຟູຄວາມຈະເລີນຮຸ່ງ ເຮືອງຂອງປະຊາຊາດຈີນ.

ໃນໂອກາດອັນສະຫງ່າລາສີ  ແຫ່ງ ການສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 100 ປີ,

ສະຫາຍ ທອງລຸນ ສີສຸລິດໄດ້ສະແດງຄວາມອວຍພອນອັນປະເສີດມາຍັງການນຳພັກ,ລັດແລະປະຊາຊົນຈີນອ້າຍນ້ອງ,ສະຫາຍກ່າວວ່າ:ຕາງໜ້າໃຫ້ຄະນະບໍລິຫານງານສູນກາງພັກ, ສະມາຊິກພັກຕະຫຼອດຮອດປະຊາຊົນລາວທຸກຖ້ວນໜ້າ, ອວຍພອນໃຫ້ ສະຫາຍ ສີ ຈິ້ນຜິງ, ຄະນະບໍລິຫານງານສູນກາງພັກກອມມູນິດຈີນ ຕະຫຼອດຮອດສະມາຊິກພັກ ແລະ ປະຊາຊົນຈີນອ້າຍນ້ອງທຸກຖ້ວນໜ້າ ຈົ່ງມີແຕ່ຄວາມຜາສຸກຈະເລີນກ້າວໜ້າ, ສືບຕໍ່ບັນລຸເປົ້າໝາຍສູ້ຊົນ 100 ປີເຫດການທີສອງ ດ້ວຍຜົນສຳເລັດອັນສະຫງ່າງາມ, ບັນລຸຄວາມຝັນຂອງຈີນໃນການຟື້ນຟູຄວາມຈະເລີນຮຸ່ງ ເຮືອງ ຂອງປະຊາຊາດຈີນ ແລະ ກາຍເປັນປະເທດສັງຄົມນິຍົມທັນສະໄໝ ທີ່ຮັ່ງມີເຂັ້ມແຂງ, ປະຊາທິປະໄຕ, ສີວິໄລ, ກົມກຽວປອງດອງ ແລະ ສວຍງາມ ຕາມຄາດໝາຍທີ່ວາງໄວ້.

ອວຍພອນໃຫ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ການເປັນຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ເປັນຄູ່ຮ່ວມຊະຕາ ກຳ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ, ຈີນ-ລາວ ຈົ່ງໝັ້ນຄົງຄະນົງແກ່ນ ແລະ ໄດ້ຮັບການເສີມຂະຫຍາຍໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ.

ຄຳ​ເຫັນ

0