何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດ​ຖະ​ມົ​ນ​ຕີທີ່​ປຶກ​ສາ​ແຫ່ງ​ລັດ​ກິດ​ຕິ​ມະ​ສັກ​ຂອງ​ສິງ​ກະ​ໂປ​ຕີ​ລາ​ຄາ​ສູງ​ຕໍ່​ການ​ພັດ​ທະ​ນາ​ຂອງ​ຈີນ

2021-07-07 11:44:21 CRI

ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ໃນ​ເວ​ລາ​ປະ​ກອບ​ຄຳ​ເຫັນ​ໃນ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ສັນ​ຕິ​ພາບ​ໂລກ​ຄັ້ງ​ທີ 9, ທ່ານ​ໂກ​​ຈົກ​ຕົ່ງ ລັດ​ຖະ​ມົ​ນ​ຕີ​ທີ່​ປຶກ​ສາ​​ແຫ່ງ​ລັດ​ກິດ​ຕິ​ມະ​ສັກ​ຂອງ​ສິງ​ກະ​ໂປໄດ້​ຕີ​ລາ​ຄາ​ສູງ​ຕໍ່​ການ​ພັດ​ທະ​ນ​າ​ຂອງ​ຈີນ. ກ່ຽວ​ກັບ​ເລື່ອງ​ນີ້, ທ່ານ​ຈ້າວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 6 ກໍ​ລະ​ກົດ​ນີ້​ວ່າ, ຈີນ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ການ​ຕີ​ລາ​ຄາ​ທີ່​ກ່ຽວ​ຂ້ອງ​ຂອງ​ທ່ານ​ໂກ​ຈົກ​ຕົ່ງ.

 

ຕາມ​ຂ່າວ​ແຈ້ງວ່າ, ໃນ​ກອງ​ປ​ະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ສັນ​ຕິ​ພາບ​ໂລກ​ຄັ້ງ​ທີ 9​ທີ່​ຈັດ​ຂຶ້ນ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ ໂກ​ຈົກ​ຕົ່ງ​ກ່າວ​ວ່າ, ຈີນ​​ໄດ້ສຸມ​ຄ​ວາມ​ພະ​ຍາ​ຍາມ​ຍົກ​ສູງ​ລະ​ດັບ​ຄຸນ​ນະ​ພາບ​ຊີ​ວິດ​ຂອງ​ປະ​ຊ​າ​ຊົນ​ໂດຍ​ຜ່ານ​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ, ແຕ່​ບໍ່​ແມ່ນ​ສະ​ແຫວງ​ຫາການ​ເປັນ​ເຈົ້າ​ອຳ​ນາດ​ຢູ່​ອາ​ຊີ ຫຼື ທ້າ​ທາຍ​ຖາ​ນະ​ເຈົ້າ​ອຳ​ນາດ​​ໂລກຂອງ​ອາ​ເມ​ຣິ​ກາ, ການ​ພັດ​ທະ​ນາ​ຂອງ​ຈີນ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ຕັ້ງ​ໜ້າ​ໃຫ້​ກັບ​ອາ​ຊີ ກໍ​ຄື​​ໂລກ.

 

ໃນ​ເວ​ລາ​ຕອບ​ຄຳ​ຖາມ​ທີ່​ກ່ຽວ​ຂ້ອງ​ຂອງ​ນັກ​ຂ່າວ, ທ່ານ​ຈ້າວ​ລີ້​ຈ່ຽນ​ຊີ້​ອອກວ່າ, ກວ່າ​ເວ​ລາ​ໃດ​ໝົດໃນ​ໂລກ​ປະ​ຈຸ​ບັນ​ນີ້, ​ຄວນຍຶດ​ໝັ້ນ​ການ​ຮ່ວມ​ມື​ ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ, ປະ​ຖິ້ມ​ແນວ​ຄິດ​ເປັນ​ປໍ​ລະ​ປັ​ກ​ກັນ ແລະ ປິດ​ປະ​ຕູ. ຈີນ​ຈະ​ສືບ​ຕໍ່​ຮ່ວມ​ມື​ກັບ​ກຳ​ລັງ​ທີ່​ກ້າວ​ໜ້າ​ທັງ​ໝົດ​ຂອງ​ໂລກ​ເພື່ອ​ກ້າວເດີນ​ໄປ​ໜ້າ, ເຊີດ​ຊູ​ຄ່າ​ນິ​ຍົມ​ຮ່ວມ​ຂອງມວນ​ມະ​ນຸດ ຄື ສັນ​ຕິ​ພາບ ການ​ພັດ​ທະ​ນາ ​ຄວາມຍຸດ​ຕິ​​ທຳ ​ຄວາມເປັນ​ທຳ ປະ​ຊາ​ທິ​ປະ​ໄຕ ແລະ ເສ​ລີ​ພາບ, ຊຸກ​ຍູ້​ສັ​ນ​ຕິ​ພາບ ແລະ ການ​ພັດ​ທະ​ນາ​ຮ່ວມ​ກັນ​ຂອງ​ໂລກ, ຄັດ​ຄ້ານ​ລັດ​ທິ​ເຈົ້າ​ອຳ​ນາດ ແລະ ການ​ເມືອງ​ມະ​ຫາ​ອຳ​ນາດ, ​ສູ້​ຊົນ​ຢ່າງ​ບໍ່​ລົດ​ລະ​ເພື່ອ​ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ.

ຄຳ​ເຫັນ

0