刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສິງ​ກະ​ໂປ​ເພີ່ມເງິນ​ອຸດ​ໜູນ​ເພື່ອ​ສົ່ງ​ເສີມ​ໃຫ້​ປະ​ຊາ​ຊົນ​ສ້າງ​ຄອບ​ຄົວ​ແ​ລະ​ມີ​ລູກ

2021-07-07 15:41:15 cri

 

ຫວ່າງ​ກ່ອນ​ນີ້ບໍ່​ດົນ, ລັດ​ຖະ​ມົນ​ຕີກະ​ຊວງ​ສຶກ​ສາ​ທິ​ການ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ວຽກ​ງານ​ບໍ​ລິ​ຫານ​ກະ​ຊວງ​ການ​ພັດ​ທະ​ນາ​ສັງ​ຄົມ​ແລະ​ຄອບ​ຄົວ​ສິງ​ກະ​ໂປ ໄດ້​ສະ​ເໜີ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍເງິນ​ຝາກ​ປະ​ຢັດ​ຮ່ວມ​ເພື່ອ​ລ້ຽງ​ດູ​ແລະ​ບົ່ມ​ສ້າງ​ເດັກ​ນ້ອຍ​ສະ​ບັບ​ດັດ​ແກ້​ຢູ່​ໃນ​ລັດ​ຖະ​ສະ​ພາ​ສິງ​ກະ​ໂປ ເພື່ອ​ສົ່ງ​ເສີມ​ໃຫ້​ປະ​ຊາ​ຊົນ​ສ້າງ​ຄອບ​ຄົວ​ແລະ​ມີລູກ.

ປີ​ກາຍ​ນີ້, ລັດ​ຖະ​ບານ​ສິງ​ກະ​ໂປ​ໄດ້​ປະ​ກາດ​ວ່າ: ​ໄດ້ແຈກຢາຍ​ເງິນ​ອຸດ​ໜູນ​ລວດ​ດຽວ​ປະ​ມານ 3000 ໂດ​ລາ​ສິງ​ກະ​ໂປ (ຫຼື​ປະ​ມານ 23 ລ້ານ​ກີບ) ​ໃຫ້​ແກ່​ເດັກ​ນ້ອຍ​ສັນ​ຊາດ​ສິງ​ກະ​ໂປແຕ່​ລະ​ຄົນ​​ທີ່​ເກີດ​ໃນ​ລະ​ຫວ່າງວັນ​ທີ 1 ຕຸ​ລາ​ປີ 2020 ຫາ​ວັນ​ທີ 30 ກັນ​ຍາ​ປີ 2022, ພໍ່​ແມ່​ທີ່​​ມີ​ລູກ​ຜູ້​ທີ​ສອງ​ຈະ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ດ້ານ​ການ​ເງິນຫຼາຍກວ່າ​ເກົ່າ ເຊິ່ງ​ເງິນ​ອຸດ​ໜູນ​ສູງ​ສຸດ​ທີ່ມອບໃຫ້​​ລູກ​ຜູ້​ທີ​ສອງ​​ນັ້ນ​​ໄດ້​ເພີ່ມ​ຂຶ້ນ​ຈາກ 3000 ໂດ​ລາ​ສິງ​ກະ​ໂ​ປ​ເປັນ 6000 ໂດ​ລາ​ສິງ​ກະ​ໂປ (ຫຼື​ປະ​ມານ 45 ລ້ານ​ກີບ).

ຕົວ​ເລກ​ຂໍ້​ມູນຜົນ​ການ​ສຳຫຼວດ​ປະ​ຊາ​ກອນ​​ສິງ​ກະ​ໂປ​ປີ 2020 ທີ່​ອົງ​ການ​ສະ​ຖິ​ຕິ​ສິງ​ກະ​ໂປ​ປະ​ກາດ​ໃນ​ເດືອນ​ມິ​ຖຸ​ນາ​ປີ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ: ສິງ​ກະ​ໂປ​ມີ​ປະ​ຊາ​ກອນທັງ​ໝົດ 5.685.800 ​ຄົນ. ໃນ 10 ຜ່ານ​ມາ, ສິງ​ກະ​ໂປ​ມີ​ປະ​ຊາ​ກອນ​ເພີ່ມ​ຂຶ້ນ 6 ແສນ​ຄົນ, ອັດ​ຕາ​ເພີ່ມ​ຂຶ້ນ​ຕໍ່​ປີ​ແມ່ນ 1,1% ເຊິ່ງມີ​ຈັງ​ຫວະ​ຊ້າກວ່າ 20 ​ປິກ່ອນ​ທີ່​​ເພີ່ມ​ຂຶ້ນ 2,5% ​ແລະ​ກໍ​ແມ່ນ 10 ປີ​ທີ່​ມີ​ຈັງ​ຫວະ​ເພີ່ມ​ຂຶ້ນ​ຊ້າ​ສຸດນັບ​ແຕ່​ຊຸມ​ປີ 1970 ເປັນ​ຕົ້ນ​ມາ.

ຄຳ​ເຫັນ

0