何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສປປ ລາວ ພົບຜູ້ຕິດເຊື້ອ ໂຄວິດ-19 ເພີ່ມ 44 ກໍລະນີ

2021-07-07 15:33:36 CRI

ໃນວັນທີ 7 ກໍລະກົດ 2021 ນີ້, ທ່ານ ດຣ.ສະໜອງ ທອງຊະນະ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ​ແລະ ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່ ​ໄດ້​ຖະ​ແຫ​ລ່ງຂ່າວກ່ຽວກັບ ສະພາບການ ລະບາດພະຍາດ ​ໂຄ​ວິດ-19ໃນ ສປປ ລາວ ວ່າ: ໃນວັນທີ 6 ກໍລະກົດ 2021 ໄດ້​ເກັບ​ຕົວຢ່າງ​ມາກວດວິເຄາະທັງໝົດ2.184 ຄົນໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ຈຳນວນ 44 ຄົນ. ໃນນັ້ນ ນະຄອນຫລວງວຽງຈັນ1 ຄົນ(ກໍລະນີ​ນຳ​ເຂົ້າ)ສະຫວັນນະເຂດ 17 ຄົນ(ກໍລະນີ​ນຳ​ເຂົ້າ)ຈຳປາສັກ 21 ຄົນ(ກໍລະນີ​ນຳ​ເຂົ້າ)ແຂວງວຽງຈັນ 2 ຄົນ(ຕິດ​ເຊື້ອ​ໃນ​ຊຸມ​ຊົນ) ແລະ ຄຳມ່ວນ 3 ຄົນ (ກໍລະນີ​ນຳ​ເຂົ້າ). ມາຮອດປັດຈຸບັນ, ທົ່ວ​ປະ​ເທດ ມີຜູ້ຕິດເຊື້ອສະສົມທັງໝົດ 2.400 ຄົນເສຍຊີວິດສະສົມ 3 ຄົນ (ບໍ່ມີກໍລະນີເສຍຊີວິດໃໝ່) ແລະ ກໍາລັງປິ່ນປົວ ທັງໝົດ 316 ຄົນ.

ຄຳ​ເຫັນ

0