吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີຈິ້ນ​ຜິ​ງສົ່ງ​ສານ​ສະ​ແດງ​ຄວາມ​ເຫັນ​ໃຈ​ເຖິງ​ປະທານາທິບໍດີ​ຟິລິບ​ປິນ​ໃນ​ກໍລະນີ​ທີ່​ເຮືອບິນ​ທະຫານ​ຕົກ

2021-07-07 14:59:15 cri

ວັນ​ທີ 6 ກໍລະ​ກົດນີ້, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ສົ່ງ​ສານເຖິງ​ທ່ານ​ດູ​ເຕີ​ເຕ ປະທານາທິບໍດີ​ຟິລິບ​ປິນ​ເພື່ອ​ສະ​ແດງ​ຄວາມ​ເຫັນ​ໃຈ​ຕໍ່​ອຸບັດ​ເຫດທີ່​ເຮືອບິນ​ລຳລຽງ​ຂອງ​ທະຫານ​ຟິລິບ​ປິນຕົກ.

ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ວ່າ: ຂ້າພະ​ເຈົ້າຮູ້ສຶກ​ຕື່ນ​ຕກ​ໃຈ​ທີ່​ໄດ້​ຮູ້​ຂ່າວ​ວ່າ​ເຮືອບິນ​ທະຫານ​ຟິລິບ​ປິນຕົກ​ໃນ​ຂະນະ​ທີ່​ຈະລົງ​ຈອດ ​ເຊິ່ງ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ ​ແລະ​ບາດ​ເຈັບຢ່າງ​ຫຼວງ​ຫຼາຍ, ຂ້າ​ພະ​ເຈົ້າຂໍ​ຕາງໜ້າ​​ໃຫ້​ລັດຖະບານ ​ແລະ​ປະຊາຊົນ​ຈີນ​ສະ​ແດງ​ຄວາມ​ໄວ້ອາ​ໄລ​​ເຖິງ​ຜູ້​ເສຍ​ຊີວິດ ​ແລະ​ພ້ອມ​ທັງສະ​ແດງ​ຄວາມ​​ເຫັນ​ໃຈຕໍ່​ຜູ້​​ໄດ້​ຮັບບາດ​ເຈັບ ​ແລະ​ຄອບຄົວຂອງ​ຜູ້​ເສຍ​ຊີວິດທັງ​ໝົດ.

ຄຳ​ເຫັນ

0