吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ມຽນມາ​ມີ​ຜູ້​ຕິດ​ເຊື້ອ​ພະຍາດ​ໂຄ​ວິດ-19 ​ເພີ່ມ​ໃໝ່ 3602 ຄົນ

2021-07-07 14:54:36 cri

ຕອນ​ຄ່ຳ​ວັນ​ທີ 6 ກໍລະກົດ​ນີ້, ກະຊວງ​ສາທາລະນະ​ສຸກ ​ແລະ​ກິລາ​ມຽນມາ​ລາຍງານວ່າ: ຈາກ​ການ​ເກັບ​ຕົວຢ່າງ 12832 ສະບັບ​ໃນ​ມື້​ດຽວ​ກັນ​ນັ້ນ ​ມີ​ຜູ້ຕິດ​ເຊື້ອ​ເພີ່ມ​ໃໝ່ 3602 ຄົນ, ອັດຕາ​ການຕິດ​ເຊື້ອ​ພະຍາດ​ຫຼາຍ​ກວ່າ 28% ​ເຊິ່ງ​ເປັນ​ເທື່ອ​ທຳ​ອິດ​ຢູ່​ມຽນມາ​ທີ່​ມີຈຳນວນ​ຜູ້​ຕິດ​ເຊື້ອ​ເພີ່ມ​ໃໝ່​ຕໍ່​ມື້​ຫຼາຍ​ກວ່າ ​3000 ຄົນ. ​ໃນຂະນະ​ດຽວ​ກັນ, ຍັງ​ມີ​ຜູ້​ເສຍ​ຊີວິດຕໍ່​ມື້​ເພີ່ມ​ໃໝ່ 52 ຄົນ​ໃນ​ມື້​ດຽວ​ກັນ ​ເຊິ່ງກໍ​ເປັນ​ຈຳນວນ​ຜູ້​ເສຍ​ຊີວິດ​​ເພີ່ມ​ໃໝ່​ຕໍ່​ມື້ສູງ​ສຸດຢູ່​ມຽນມານັບ​ແຕ່​ເກີດ​ມີ​ການ​ແຜ່​ລະບາດ​ຂອງພະຍາດ​ໂຄ​ວິດ-19 ​ເປັນ​ຕົ້ນມາ.

ປັດຈຸບັນ​ນີ້, ພະຍາດ​ໂຄ​ວິດ-19 ​ໄດ້​​​ແຜ່ລະບາ​ດຢູ່​​ແຫ່ງ​ຕ່າງໆ​ຢູ່ມຽນມາ, ຈຳນວນ​ຜູ້​ຕິດ​ເຊື້​ອ​ເພີ່ມ​ໃໝ່​ໄດ້​ເພີ່ມ​ຂຶ້ນ​ຢ່າງຫຼວງຫຼາຍ ​ເຊິ່ງ​ໄດ້ສ້າງ​ຄວາມ​ກົດ​ດັນ​ອັນ​ໃຫຍ່​ຫຼວງ​ໃຫ້​ກັບ​ລະບົບ​ສາທາລະນະ​ສຸກທ້ອງ​ຖິ່ນ​. ພ້ອມດຽວ​ກັນນີ້, ຍັງມີ​ພະນັກງານ​ລັດ ​ແລະ​ພະນັກງານ​ທາງ​ການ​ແພດຈຳນວນ​ຫຼາຍ​ໄດ້​ຕິດ​ເຊື້ອ​ພະຍາດ​ໂຄວິດ-19 ​​ເຊິ່ງ​ໄດ້ເຮັດ​ໃຫ້​ສະພາບ​ການ​ປ້ອງ​ກັນ​ພະຍາດ​ໂຄ​ວິດ-19 ຂ້ຽວຂາດ​ກວ່າ​ເກົ່າ.

ຄຳ​ເຫັນ

0