何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ເຕືອນ​ວ່າ ການ​ແຜ່​ລະ​ບາ​ດ​ຂອງ​ພະ​ຍາດ​ໂຄວິດ-19 ຈະ​ສ້າງ​ຜົນ​ກະ​ທົບລັກ​ສະ​ນະ​ທຳ​ລາຍ​ຕໍ່​ມຽນ​ມາ

2021-07-08 16:35:22 CRI

ວັນ​ທີ 7 ກໍ​ລະ​ກົດ​ນີ້, ສຳ​ນັກ​ງານ​ອົງ​ການ​ສະ​ຫະ​ປະ​ຊ​າ​ຊາດ​ປະ​ຈຳ​ມຽນ​ມາ​ໄດ້​ອອກ​ຄຳ​​ເຕືອນ​ວ່າ, ການ​ແຜ່​ລະ​ບາດ​ຂອງພະ​ຍາດ​ໂຄວິດ-19ຢ່າງ​ຮ້າຍ​ແຮງ​ຈະ​ສ້າງ​ຜົນ​ກະ​ທົບ​ລັກ​ສະ​ນະ​ທຳ​ລາຍ​ຕໍ່​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ ກໍ​ຄື​ເສດ​ຖະ​ກິດ​ຂອງ​ມຽນ​ມາ.

 

ສຳ​ນັກ​ງານ​ດັ່ງ​ກ່າວເຫັນ​ວ່າ, ວັນ​ທີ 4 ກໍ​ລະ​ກົດ​ນີ້, ອັດ​ຕາ​ກ​ານ​ກວດ​ຫາເຊື້ອ​ພະ​ຍາດ​ໂຄວິດ -19 ເປັນ​ຜົນ​ບວກ​ນັ້ນ​ມີ​ເຖິງ 22,3%, ແຕ່​ເມື່ອ 2 ອາ​ທິດ​ກ່ອນ​ມີ​ແຕ່ປະ​ມານ 10 % ເທົ່າ​ນັ້ນ. ນອກ​ນີ້, ຢູ່​ມຽນ​ມາ​ໄດ້​ກວດ​ພົບ​ເຊື້ອ​ພະ​ຍາດ​ໂຄວິດ-19 ກາຍ​ພັນຫຼາຍ​ຊະ​ນິດ, ໃນ​ນັ້ນ​ລວມ​ທັງ​ເຊື້ອ​ພະ​ຍາດ​ໂຄວິດ-19 ​ກາຍ​ພັນເດ​ວ​ຕາ.

 

ອີງ​ຕາມ​ຂໍ້​ມູນ​ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ, ນັບ​ມາ​ຮອດ​ປະ​ຈຸ​ບັນ, ຢູ່​ມຽນ​ມາ​ມີ ​z6hຕິດ​ເຊື້ອ​ພະ​ຍາດ​ໂຄວິດ -19 176000ກໍ​ລະ​ນີ, ມີ​ຜູ້​ເສຍ​ຊີ​ວິດ​ທັງ​ໝົດ 3570 ຄົນ, ແຕ່​ໃນ 24 ຊົ່ວ​ໂມງ​ທີ່​ຜ່ານ​ມາ​ນັ້ນ, ຢູ່​ມຽນ​ມາ​ມີ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19ເພີ່ມ​ໃໝ່​ຈຳ​ນວນ 3570 ຄົນ, ມີ​ຜູ້​ເສຍ​ຊີ​ວິດ​ເພີ່ມ​ຂຶ້ນ 57 ຄົນ.

ຄຳ​ເຫັນ

0