刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສິງ​ກະ​ໂປ​ພິ​ຈາ​ລະ​ນາ​ຜ່ອນ​ຜັນ​ຂໍ້​ຈຳ​ກັດ​ສຳ​ລັບ​ຜູ້​ທີ່​ໄດ້​ສັກ​ວັກ​ຊີນ​ໂຄວິດ-19 ຄົບ 2 ເຂັມ

2021-07-08 10:57:03 cri

 

ຕອນ​ບ່າຍ​ວັນ​ທີ 7 ກໍ​ລະ​ກົດ​ນີ້, ໜ່ວຍ​ງານ​ປະ​ສົມ​ຕ້ານ​​ພະ​ຍາດ​ໂຄວິດ-19 ຮ່ວມ​ຂອງ​ສິງ​ກະ​ໂປ​ໄດ້​ແຈ້ງ​ໃຫ້​ຊາບ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ວ່າ: ເມື່ອ​ຮອດ​ທ້າຍ​ເດືອນ​ກໍ​ລະ​ກົດ​ນີ້, ສິງ​ກະ​ໂປ​ຈະ​ມີ​ປະ​ຊາ​ກອນສັກ​ວັກ​ຊີນ​ໂຄວິດ-19 ຄົບ 2 ເຂັມ​ກວມ 50%. ຖ້າ​ວ່າ​ສະ​ພາບ​ພະ​ຍາດ​ໂຄວິດ-19 ສາ​ມາດ​ຄວບ​ຄຸມ​ໄວ້​ໄດ້​ຢ່າງຄວາມ​ໝັ້ນ​ທ່ຽງ, ລັດ​ຖະ​ບານ​ສິງ​ກະ​ໂປ​ຈະ​ຜ່ອນ​ຜັນ​ຂໍ້ຈຳ​ກັດ​​ສຳ​ລັ​ບ​ຜູ້​ທີ່​ໄດ້ສັກ​ວັກ​ຊີນ​ໂຄວິດ-19 ຄົບ 2 ເຂັມ. ນອກ​ນີ້, ຄຽງ​ຄູ່​ກັບ​ການ​ເລັ່ງ​ລັດ​ການ​ສັກ​ວັກ​ຊີນ, ສິງ​ກະ​ໂປ​ຈະ​ເປີດ​ດ່ານ​ຊາຍ​ແດນ​ເປັນ​ແຕ່​ລະ​ບາດ​ກ້າວໃນຫຼາຍ​ອາ​ທິດ​ຕໍ່​ໜ້າ.

ຄຳ​ເຫັນ

0