吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຫວຽດນາມ​ປະກາດ​ຢ່າງ​ເປັນ​ທາງ​ການ​ກ່ຽວ​ກັບ​ການເລື່ອນ​ເວລາ​ຈັດ​ງານ​ກິລາ​ຊີ​ເກ​ມ​ຄັ້ງ​ທີ 31

2021-07-09 11:36:16 cri

ວັນ​ທີ 8 ກໍລະກົດ​ນີ້, ຄະນະ​ກຳມະການ​ໂອ​ລິ​ມປິກ​ຫວຽດນາມ​ໄດ້​ແຈ້ງ​ຂ່າວ​ຢ່າງ​ເປັນ​ທາງ​ການ​ວ່າ: ຍ້ອນ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິ​ດ-19, ສະຫະພັນ​ກິລາ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​​ໄດ້ເຫັນ​ດີ​ເລື່ອນ​ເວລາຈັດງານ​ກິລາ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ຫຼື​ຊີ​ເກ​ມຄັ້ງ​ທີ 31 ທີ່​ໄດ້​ກຳນົດ​​ໄວ້​ໃນ​ເບື້ອງ​ຕົ້ນ​ທີ່​ຈະ​ຈັດ​ຂຶ້ນ​ຢູ່​ປະ​ເທດ​ຫວຽດນາມ​ໃນ​ເດືອນ​ພະຈິກ​ປີ​ນີ້. ສະຫະພັນກິລາ​ອາຊີຕາ​ເວັນ​ອອກສຽງ​ໃຕ້ ​ແລະ​ຄະນະ​ກຳມະການ​ໂອ​ລິ​ມປິກຂອງ​ປະ​ເທດ​ສະມາຊິກ​ທີ່​ກ່ຽວຂ້ອງ​ໄດ້​ຮັບຮອງ​ຂໍ້​ຕົກລົງ​ດັ່ງກ່າວ​ໃນ​ກອງ​ປະຊຸມທາງ​ອ໋ອນລາຍ​ເມື່ອ​ບໍ່​ດົນ​ມາ​ນີ້. ​ໃນ​ກອງ​ປະຊຸມ​ທາງ​ອິນ​ເຕີ​ເນັດ​ທີ່​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 9 ມິ​​ຖຸນາ​ແລ້ວ​ນີ້, ຄະນະ​ກຳມະການ​ໂອ​ລິ​ມປິກ​ຫວຽດນາມ​ໄດ້ສະ​ເໜີ​ແຜນການ​ເລື່ອນ​ເວລາ​ຈັດ​ງານ​ກິລາ​ຊີ​ເກ​ມ​ຄັ້ງ​ທີ 31 ​ອອກ​ໄປ​ຈັດ​ຂຶ້ນໃນ​ເດືອນ​ກໍລະກົດ​ປີ 2022.

ຄະນະ​ກຳມະການ​ໂອ​ລິ​ມປິກ​ຫວຽດນາມ​ໄດ້​ຖະ​ແຫຼ​ງ​ວ່າ: ນັບ​ແຕ່​ພະຍາດ​ໂຄວິດ-19 ​ໄດ້​ແຜ່​ລະບາດຢູ່​ຫວຽດນາມ​ໃນ​ທ້າຍ​ເດືອນ​ເມສາປີ 2021 ນີ້​ເປັນ​ຕົ້ນ​ມາ, ​ໄດ້​ພົບ​ຜູ້​ຕິດ​ເຊື້ອ​ຫຼາຍ​ພັນ​ຄົນ​ໃນ​ເຂດ​ຊຸມ​ຊົນ, ນອກ​ນີ້ ສະພາບ​ການ​ແຜ່​ລະບາດ​ພະຍາດ​ໂຄ​ວິດ-19​ ​ໃນ​ຫຼາຍ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​​ໃຕ້​ມີ​ຄວາມ​ຂ້ຽວຂາດ ​ເຊິ່ງ​ໄດ້​ສົ່ງ​ຜົນ​ກະທົບ​ໃຫ້​ແກ່ການ​ຝຶກຊ້ອມ​ຂອງ​ທີ​ມກິລາ ​ແລະ​ນັກ​ກິລາ, ກິດຈະກຳທຸລະ​ກິດ​ທີ່​ກ່ຽວຂ້ອງ​ກໍ​ຍາກທີ່​ຈະບັນລຸ​ຜົນສຳ​ເລັດ​ດັ່ງ​ທີ່​ຄາດ​ໄວ້. ​ເພື່ອ​ອີງ​ໃສ່​ເຫດຜົນ​ຂອງ​ການ​ພິຈາລະນາ​ຕ່າງໆ​ແລ້ວ, ຈຶ່ງເລື່ອນ​ເວລາ​ຈັດ​ງານ​ກິລາ​ຄັ້ງ​ນີ້.

ຄຳ​ເຫັນ

0