李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ແຜ່​ລະ​ບາດ​ຂອ​ງ​ພະ​ຍາດ​ໂຄວິດ-19 ຢູ່ໄທ​ຮ້າຍ​ແຮງ​ຂຶ້ນ, ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ໄທ​ສະ​ເໜີ​ໃຫ້​ລັດ​ຖະ​ບານ​ປິດ​ເມືອງ

2021-07-09 17:27:16 cri

ວັນ​ທີ 8 ກໍ​ລະ​ກົດ​ນີ້, ໂຄ​ສົກ​ສູນບໍ​ລິ​ຫານ​ສະ​ຖາ​ນະ​ການ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຂອງ​ໄທ​ກ່າວ​ວ່າ: ປັດ​ຈຸ​ບັນ, ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຂ້ຽວ​ຂາດ​ຫຼາຍ, ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິເປັນ​ພະ​ຍາດ​ໂຄວິດ-19 ​ແລະ​ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ທີ່​ເພີ່ມ​ໃໝ່ຕໍ່​ມື້​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ, ບໍ່​ພຽງ​ແຕ່​​ສະ​ຖານ​ທີ່ກໍ່​ສ້າງ​ທີ່​ມີ​ແຮງ​ງານ​ຕ່າງ​ປະ​ເທດ​ເຕົ້າ​ໂຮມ​ກັນ​ເທົ່າ​ນັ້ນ, ເຂດ​ຊຸມ​ຊົນ​ຫຼາຍ​ແຫ່ງ​ກໍ່​ໄດ້​ກາຍ​ເປັນ​ບ່ອນ​ແຜ່​ລະ​ບາດ​. ເພື່ອ​ສະ​ກັດ​ກັ້ນ​ບໍ່​ໃຫ້​ພະ​ຍາດ​ແຜ່​ລະ​ບາດ​ຕື່ມ​ອີກ, ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ໄດ້​ສະ​ເໜີມາດ​ຕະ​ການ​ທີ່​ກ່ຽວ​ຂ້ອງ​ທີ່​ເຂັ້ມ​ງວດກວ່​າ​ເກົ່າ​ເພື່ອ​ປ້ອງ​ກັນ​ພະ​ຍາດ ໃຫ້​ສູນ​ບໍ​ລິ​ຫານ​ສະ​ຖານ​ະ​ການການແຜ່​ລະ​ບາດ​ຂອງ​ພະ​ຍາດ​​ໂຄວິດ-19 ແລະ​ອົງ​ການ​​ກຳ​ນົດ​ນະ​ໂຍ​ບາຍ​ທີ່​ກ່ຽວ​ຂ້ອງ​ຂອງ​ລັດ​ຖະ​ບານ​ແລ້ວ.

ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຂອງ​ໄທ​ນັບ​ມື້​ນັບ​ຮ້າຍ​ແຮງຂຶ້ນ, ເຊື້ອ​ພະ​ຍາດ​ກາຍ​ພັນ​ເດວ​​ຕາ​​ໄດ້​ແຜ່​ລະ​ບາດ​ຢູ່​ແຫ່ງ​ຕ່າງໆ​ຂອງ​ທົ່ວ​ປະ​ເທດ​ໄທຢ່າງວ່ອງ​ໄວ, ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເພີ່ມ​ໃໝ່​ຕໍ່​ມື້​ໄດ້​ລື່ນ​ກາຍ 7.000 ກໍ​ລະ​ນີ, ນັບ​ລວມ​ແລ້ວ, ໄດ້​ມີ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ຫຼາຍກວ່າ 3 ແສນ​ກໍ​ລະ​ນີ​ແລ້ວ, ໃນ​ນັ້ນ, ມີ 280.000 ກໍ​ລະ​ນີ​ແມ່ນ​ກວດ​ພົບ​ໃນໄລ​ຍະ​ການ​ແຜ່​ລະ​ບາດຮອບ​ທີ 3 ທີ່​ເລີ່ມ​ຈາກຕົ້ນ​ເດືອນ​ເມ​ສາ​ປີ​ນີ້​ມາ​ເຖິງ​ປັດ​ຈຸ​ບັນ. ປັດ​ຈຸ​ບັນ, ໂຮງ​ໝໍ​ຂາດແຄນ​ຕຽງ​ນອນ​ຢ່າງ​ໜັກ​ໜ່ວງ, ຜູ້​ຖືກ​ບົ່ງ​ມະ​ຕິ​​ຕິດ​ເຊື້ອ​ພະ​ຍາດຈຳ​ນວນ​ຫຼວງ​ຫຼາຍ​ບໍ່​ສາ​ມາດ​ໄດ້​ຮັບ​ການ​ປິ່ນ​ປົວ​ຢ່າງ​ທັນ​​ເວ​ລາ, ສະ​ພາບ​ການ​​ຢູ່​ນະ​ຄອນ​ຫຼວງ​ບາງກອກ​ໜັກ​ໜ່ວງກວ່າ​ໝູ່, ​ດັ່ງ​ນັ້ນ​ຈຶ່ງ​ມີ​ຫາງ​ສຽງ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ​ໃຫ້​ລັດ​ຖະ​ບານ​ປະ​ກາດປິດ​ເມືອງ.

ຄຳ​ເຫັນ

0