蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຍອດ​ປະ​ລິ​ມານ​ຜະ​ລິດ​ໄຟ​ຟ້າ​ຂອງໂຄງ​ການ​ເຂື່ອນ​ໄຟ​ຟ້າ​ໄລ​ຍະ 1 ​ຕາມ​ນ້ຳ​ອູ​ໄດ້ຫຼາຍກວ່າ 6 ຕື້​ກິ​ໂລ​ວັດ​ໂມງ

2021-07-10 15:42:54 CRI

ວັນ​ທີ 28 ມິ​ຖຸ​ນາ​ຜ່ານ​ມາ​ນີ້, ຍອດ​ປະ​ລິ​ມານ​ຜະ​ລິດ​ໄຟ​ຟ້າ​ຂອງເຂື່ອນ​ໄຟ​ຟ້າ​ເລກ 2, ເລກ 5 ແລະ ເລກ 6 ໃນໂຄງ​ການ​ເຂື່ອນ​ໄຟ​ຟ້າ​ໄລ​ຍະ 1 ​ຕາມ​ນ້ຳ​ອູ ຂອງ​ບໍ​ລິ​ສັດ POWER CHINA ​​ລວມ​ທັງ​ໝົດໄດ້ຫຼາຍກວ່າ 6 ຕື້​ກິ​ໂລ​ວັດ​ໂມງ. ເຄື່ອງ​ຈັກ​ຜະ​ລິດ​ໄຟ​ຟ້າ​ໃນ 3 ເຂື່ອນ​ໄຟ​ຟ້າ​ດັ່ງ​ກ່າວ​ແມ່ນ 5 ແສນ 4 ໝື່ນ​ກິ​ໂລ​ວັດ, ເລີ່ມ​ຜະ​ລິດ​ໄຟ​ຟ້າ​ແຕ່​ເດືອນ​ທັນ​ວາ​ປີ 2015 ແລະ ຜະ​ລິດ​ໄຟ​ຟ້າ​ຢ່າ​ງ​ຮອບ​ດ້ານ​ໃນ​ເດືອນ​ເມ​ສາ​ປີ 2016.

ນັບ​ແຕ່​ເລີ່ມ​ຜະ​ລິດ​ໄຟ​ຟ້າ​ຈົນ​ເຖິງ​ປັດ​ຈຸ​ບັນ​ນີ້, ໂຄງ​ການ​ເຂື່ອນ​ໄຟ​ຟ້າ​ໄລ​ຍະ​ໜຶ່ງ​ຕາມນ້ຳ​ອູ ໄດ້​ສະ​ໜອງ​ໄຟ​ຟ້າ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ຢ່າງ​ໝັ້ນ​ທ່ຽງ​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ ສ​ປ​ປ ລາວ, ການ​ສ້າງ​ເຂື່ອນ​ໄຟ​ຟ້າ​ໄດ້​ປັບ​ປຸງ​ພື້ນ​ຖານ​ໂຄງ​ລ່າງ​ຂອງ​ລຳ​ແມ່​ນ້ຳ​ໃຫ້​ດີ​ຂຶ້ນ, ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ສັງ​ລວມ​ຕ່າງໆ ເຊັ່ນ: ປ້ອງ​ກັນ​ໄພ​ນ້ຳ​ຖ້ວມ, ເປັ່ງ​ນ້ຳ​ເຂົ້າ​ນາ ແລະ ຜະ​ລິດ​ໄຟ​ຟ້າ​ເປັນ​ຕົ້ນ ເຊິ່ງ​ໄດ້​ຊຸກ​ຍູ້​ການ​ປະ​ກອບ​ອາ​ຊີບ​, ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ນິ​ເວດ, ການ​ພັດ​ທະ​ນາ​ຂອງ​ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ ແລະ ຂະ​ແໜງ​ການສາ​ທາ​ລະ​ນະ​ປະ​ໂຫຍດ​ຂອງ​ທ້ອງ​ຖິ່ນ. ໃນ​ຂະ​ບວນ​ການ​ກໍ່​ສ້າງ​ເຂື່ອນ​ໄຟ​ຟ້າ, ໄດ້​ສ້າງ​ບ້ານ​ໃໝ່​ໃຫ້​ແກ່​ປະ​ຊາ​ຊົນ​ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ ພ້ອ​ມ​ທັງ​ໄດ້​ສ້າງ​ທ່າ​ເຮືອ, ໂຮງ​ຮຽນ, ຕະຫຼາດ, ໂຮງ​ໝໍ ແລະ ວັດ​ໃຫ້​ແກ່​ບ້ານ​ຂອງ​ຊາວ​ຍົກ​ຍ້າຍ​ຖິ່ນ​ຖານ, ໄດ້​ປັບ​ປຸງ​ເງື່ອນ​ໄຂ​ດ້ານ​ພື້ນ​ຖານ​ໂຄງ​ລ່າງ​ຂອງ​ທ້ອງ​ຖິ່ນ​ໃຫ້​ດີ​ຂຶ້ນ​ຢ່າງ​ຈະ​ແຈ້ງ.

ຄຳ​ເຫັນ

0