尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄະ​ນະ​ກຳ​ມະ​ການ​ການ​ເລືອກ​ຕັ້ງ​ມຽນ​ມາ​ເປີດ​ເຜີຍ​ຜົນ​ການກວດ​ກາ​ສະ​ພາບ​ສໍ້​ໂກງ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ປີ 2020

2021-07-10 16:35:30 cri

     ຕອນ​ຄ່ຳ​ວັນ​ທີ 8 ກໍ​ລະ​ກົດ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ຄະ​ນະ​ກຳ​ມະ​ການ​ການ​ເລືອກ​ຕັ້ງ​ມຽນ​ມາ​ໄດ້​ເປີດ​ເຜີຍ​ຜົນ​ການກວດ​ກາ​ສະ​ພາບ​ສໍ້​ໂກງ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ປີ 2020, ອີງ​ຕາມ​ການ​​ປຽບ​ທຽບ​ຕໍ່​ບັນ​ຊີລາຍ​ຊື່​​ຜູ້​ປ່ອນ​ບັດ​ເລືອກ​ຕັ້ງ​ແລະ​ບັດ​ເລືອກ​ຕັ້ງ​ຢູ່ 315 ຕາ​ແສງ​ແລະ​ເຂດ​ແລ້ວ​ໄດ້​ພົບ​ເຫັນວ່າ:ມີຫຼາຍກວ່າ 11,3 ລ້ານກໍ​ລະ​ນີເກີດມີ​ຄວາມ​ຜິດ​ພາດ, ໃນ​ນັ້ນ, ລວມ​ທັງ​ກໍ​ລະ​ນີ​ທີ່​ຜູ້​ຄົນ​ທີ່​ບໍ່​ມີ​ບັດ​ປະ​ຈຳ​ຕົວໄດ້​ເຂົ້​າ​ຮ່ວມ​ການ​ປ່ອນ​ບັດ, ​ມີ​ບັດ​ປະ​ຈຳ​ຕົວ​ໃບ​ດຽວ​ໃນ​ບັນ​ຊີ​ລາຍ​ຊື່​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ພັດ​ມີ 2 ຫາ 3 ຄົນ​ພ້ອມ​ທັງ​ຜູ້​ທີ່​ມີ​ອາ​ຍຸ​ບໍ່​ຮອດ 15 ປີ​ໄດ້​ເຂົ້າ​ຮ່ວມການ​ປ່ອນ​ບັດ​ແລະ​ກໍ​ລະ​ນີ​ອື່ນໆ.
 

      ມຽນ​ມາ​ໄດ້​ຈັດ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​​​ພາຍ​ໃຕ້ລະ​ບອບ​ຫຼາຍ​ພັກ​ໃນ​ວັນ​ທີ 8 ພະ​ຈິກ​​ໃນ​ປີ​ຜ່ານ​ມາ, ພັກ​ສັນ​ນິ​ບາດ​ແຫ່ງ​ຊາດ​ເພື່ອ​ປະ​ຊາ​ທິ​ປະ​ໄຕ(NLD) ເຊິ່ງ​ເປັນ​ພັກ​ກຳ​ອຳ​ນາດ​ຂອງ​ມຽນ​ມາ​ໄດ້​ຮັບ​ໄຊ​ຊະ​ນະ​ດ້ວຍ​ສຽງ​​ຖ້ວມ​ທົ້ນ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຄັ້ງ​ນີ້. ແຕ່​ຫຼັງ​ການ​ເລືອກ​ຕັ້ງ, ກອງ​ທັບ​ມຽນ​ມາ​ແລະ​ພັກ​ສາ​ມັກ​ຄີ​ແລະ​ພັດ​ທະ​ນາ​ສະ​ຫະ​ພັນ​ມຽນ​ມາ(USDP)ເຫັນ​ວ່າ​ໄດ້​ເກີດ​ມີ​ສະ​ພາບ​ສໍ້​ໂກງ​ທີ່​ໜັກ​ໜ່ວງ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ, ສ່ວນ​ລັດ​ຖະ​ບານ​ຂອງ​ພັກ NLD​ ປະ​ຕິ​ເສດ​ດຳ​ເນີນ​ການກວດ​ກາ​ຕໍ່​ຜົນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ.
 

      ການກວດ​ກາ​ກ່ຽວ​ກັບ​ຜົນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ໃນ​ຄັ້ງ​ນີ້​ໄດ້​ເລີ່ມ​ດຳ​ເນີນ​ໃນ​ວັນ​ທີ 16 ກຸມ​ພາ​ປີ​ນີ້,​ແລະ​ໄດ້​ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 7 ກໍ​ລະ​ກົດ​ນີ້,ໃຊ້​ເວ​ລາ​ເກືອບ 5 ເດືອນ.

ຄຳ​ເຫັນ

0