蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ເລ​ຂາ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ໄດ້​ປຶກ​ສາ​ຫາ​ລື​ກັບຫຼາຍ​ປະ​ເທດ ເພື່ອ​ກະ​ກຽມ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ໃນ​ປີ​ນີ້

2021-07-10 15:41:38 CRI

ນັບ​ແຕ່​ວັນ​ທີ 7 ຫາ​ວັນ​ທີ 9 ກໍ​ລະ​ກົດ​ນີ້, ກອງ​ເລ​ຂາ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ໄດ້​ແຍກ​ອອກ​ປຶກ​ສາ​ຫາ​ລື​ກັບຫຼາຍ​ປະ​ເທດ​ເຈົ້າ​ພາບ​ຮ່ວມ ເຊັ່ນ: ລາວ, ສິງ​ກະ​ໂປ, ມາ​ເລ​ເຊຍ ແລະ ໄທ​ເປັນ​ຕົ້ນ ໂດຍ​ຜ່ານ​ທາງວິ​ດີ​ໂອ, ຮ່ວມ​ກັນ​ປຶກ​ສາ​ຫາ​ລື​ວຽກ​ງານ​ກະ​ກຽມ​ໃຫ້​ແກ່​ການ​ເຊື້ອ​ເຊີນ​ຜູ້​ນຳ, ການ​ດຶ​ງ​ດູດ​ນັກ​ທຸ​ລະ​ກິດ​ເຂົ້າ​ຮ່ວມ ແລະ ການ​ຈັດ​ກິດ​ຈະ​ກຳ​ສົ່ງ​ເສີມ​ການ​ລົງ​ທຶນ​ຂອງ​ງານວ​າງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ຄັ້ງ​ທີ 18.

ໃນ​ການ​ປຶກ​ສາ​ຫາ​ລື​ກັນ, ເຈົ້າ​ໜ້າ​ທີ່​ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ ແຫ່ງ ສ​ປ​ປ ລາວ​ກ່າວ​ວ່າ: ປີ​ນີ້, ສ​ປ​ປ ລາວ​ຈະ​ສືບ​ຕໍ່​ເປັນ​ປະ​ເທດ​ເຈົ້າ​ພາບ​ຮ່ວມ​ໃນ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ຄັ້ງ​ທີ 18, ຝ່າຍ​ລາວ​ຈະ​ຕັ້ງ​ໜ້າ​ຊຸກ​ຍູ້​ໃຫ້​ຜູ້​ນຳ ສ​ປ​ປ ລາວ​ອັດ​ວິ​ດີ​ໂອ​ກ່າວ​ຄຳ​ປາ​ໄສ​ໃນ​ພິ​ທີ​ໄຂ​ງານ​ປີ​ນີ້, ວາງ​ແຜນ​ພິ​ທີ​ເປີດ​ຫໍ​ວາງ​ສະ​ແດງ​ແຫ່ງ​ຊາດ​ລາວ, ຈັດ​ກິດ​ຈະ​ກຳ​ສົ່ງ​ເສີມ​ການ​ລົງ​ທຶນ ແລະ ກິດ​ຈະ​ກຳ​ອື່ນໆ​ໂດຍ​ຜ່ານ​ທາງ​ອອນ​ລາຍ, ເນັ້ນ​ໃສ່​ໂຄ​ສະ​ນາ​ເຜີຍ​ແຜ່​ນະ​ໂຍ​ບາຍ​ການ​ລົງ​ທຶນ​, ໂຄງ​ການ​ໃນ​ສວນ​ອຸດ​ສາ​ຫະ​ກຳ ແລະ ຂະ​ແໜງ​ການ​ທ່ອງ​ທ່ຽວຂອງ​ແຂວງ​ສະ​ຫວັນ​ນະ​ເຂດ ທີ່​ເປັນ​ເມືອງ​ສະ​ເໜ່​ໃນ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ໃນ​ປີ​ນີ້. ປັດ​ຈຸ​ບັນ, ມີວິ​ສາ​ຫະ​ກິດ​ລາວ 23 ແຫ່ງ​ໄດ້​ສະ​ເໜີ​ຊື່​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ຕົວ​ຈິງ​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ໜານ​ໜິງ, ຕົ້ນ​ຕໍ​ວາງ​ສະ​ແດງ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ, ອາ​ຫານ​ແລະ​ເຄື່ອງ​ດື່ມ, ເຄື່ອງ​ຫັດ​ຖະ​ກຳ ແລະ ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ​ເປັນ​ຕົ້ນ.

ຄຳ​ເຫັນ

0