吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ມຽນມາມີ​ຫຼາຍ​ກວ່າ 300000 ຄົນສະ​ເໜີ​ຊື່​ສັກ​ວັກ​ຊີ​ນໂຄ​ວິດ-19 ຈີນ

2021-07-11 14:12:15 cri

​ໃນ​ໄລຍະ 1 ​ເດືອນກວ່າ​ຜ່ານ​ມາ, ມຽນມາ​ໄດ້​​ເກີດ​ການລະບາດ​ພະຍາດ​ໂຄ​ວິດ-19 ຢ່າງ​ຮ້າຍ​ແຮງ​ຮອບ​ທີ 3 ​ແລະ​ແຜ່​ລະບາດ​ໃນ​ທົ່ວ​ປະ​ເທດ​ຢ່າງ​ວ່ອງ​ໄວ. ກະຊວງ​ສາທາລະນະ​ສຸກ ​ແລະ​ກິລາ​ມຽນມາ​ໄດ້ປະຕິບັດ​ມາດ​ຕະການ​ຕ່າງໆ​ເພື່ອ​ເພີ່ມ​ທະວີ​ການ​ປ້ອງ​ກັນ​ພະຍາດ, ​ໃນ​ຂະ​ນະ​ດຽວ​ກັນຍັງ​ປຸກລະດົມໃຫ້​ວິ​ສາ​ຫະກິດ​​ເອກະ​ຊົນ ​ແລະອົງການ​ຈັດ​ຕັ້ງ​ປະຊາຊົນ​ຈັດ​ຊື້​ວັກ​ຊີ​ນຈາກ​ຕ່າງ​ປະ​ເທດ​ກ ນັບ​ແຕ່ທ້າ​ຍ​ເດືອນ​ມິຖຸນາ​​ແລ້ວນີ້​ເປັນ​ຕົ້ນ​ມາ, ສະພາ​ການ​ຄ້າຊາວ​ຈີນ​ຕ່າງ​ດ້າວ​ປະຈຳ​ມຽນມາ​ໄດ້ຈັດ​ກິດຈະກຳ​ລະ​ດົມ​ທຶນ​ຈັດ​ຊື້​ວັກ​ຊີ​ນໂຄ​ວິດ-19 ຈາກ​ຈີນ, ສະພາ​​ຊາວ​ຟູ​ຈ້ຽນຢູ່​ມຽນມາ, ສະພາ​ແຂວງ​ຢຸນານ​ປະຈຳ​ນະຄອນ​ຢາງ​ກຸ້ງ​ມຽນມາ, ສະພາ​ອຸດສາຫະກຳ​ການ​ຄ້າ​ແຂວງ​ກວາງ​ຕຸ່ງປະຈຳ​ມຽນມາ, ສະຫະພັນ​ອຸດສາຫະກຳ​ການ​ຄ້າ​ມຽນມາ, ​ເວັບ​ໄຊ​ພາສາ​ຈີນ-ມຽນມາ ​ແລະ​ອົງການ​ຈັດຕັ້ງ​ທາງ​ສັງຄົມ ​ແລະ​ວິ​ສາ​ຫະກິດ​ຈຳນວນ​ໜຶ່ງກໍ​ຕັ້ງໜ້າ​ເຂົ້າຮ່ວມ​ກິດຈະກຳ​ດັ່ງກ່າວ. ມາ​ຮອດ​ວັນ​ທີ 9 ກໍລະກົດ​ນີ້, ​ມີ​ຫຼາຍ​ວ່າ 300000 ຄົນ​ໄດ້​ສະ​ເໜີ​ຊື່​ແລ້ວ. ປັດຈຸບັນ​ນີ້,​ຝ່າຍ​ເຈົ້າ​ພາບ​ໄດ້​ຢືນ​ຢັນ​​ຈະ​​ແກ່ຍາວ​ເວລາ​ສະ​ເໜີ​ຊື່ ​ເພື່ອ​ໃຫ້​ປະຊາຊົນ​ມຽນມາ​ຫຼາຍ​ກວ່າ​ເກົ່າ​ສາ​ມາດ​ສັກ​ວັກ​ຊີ​ນປ້ອງ​ກັນພະຍາດ​ໂຄ​ວິດ-19 ຈີນ​​ໂດຍ​ຜ່ານກິດຈະກຳ​ຄັ້ງ​ນີ້.

 

 

ຄຳ​ເຫັນ

0