刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສ.ເກົາຫຼີ​ມີ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ເພີ່ມ​ໃໝ່ຫຼາຍກວ່າ 1000 ຄົ​ນ​ຕໍ່​ມື້​ໃນ 5 ມື້​ລຽນ​ຕິດ

2021-07-11 15:25:11 cri

 

ສື່ມວ​ນ​ຊົນ​ສ​.ເກົາຫຼີ​ລາຍ​ງານ​ວ່າ: ຄະ​ນະປ້ອງ​ກັນ​ພະ​ຍາດ​ສູນ​ກາງ​ ສ.ເກົາຫຼີ​ແຈ້ງ​ໃຫ້​ຊາບ​ໃນ​ວັນ​ທີ 11 ກໍ​ລະ​ກົດ​ນີ້​ວ່າ: ນັບ​ມື​ຮອດ​ເວ​ລາ 0 ໂມງ​ຂອງ​ມື້​ດຽວ​ກັນ, ສ.ເກົາ​ຫຼີ ມີ​ຜູ້​ຖືກບົ່ງ​ມະ​ຕິເປັນ​ພະ​ຍາ​ຍາດ​ໂຄວິດ-19 ເພີ່ມ​ໃໝ່ 1324 ກໍ​ລະ​ນີ, ລວມ​ທັງ​ໝົດ​ມີ​ຜູ້​ເປັນ​ພະ​ຍາດ 168,046 ກໍ​ລະ​ນີ. ຫວ່າງມໍ່ໆ​ມາ​ນີ້, ສ.ເກົາຫຼີ ມີ​ສະ​ພາບ​ພະ​ຍາດ​ໂຄວິດ-19 ​ທີ່​ຂ້ຽວ​ຂາດ ເຊິ່ງມີ​ຜູ້​ເປັນ​ພະ​ຍາດ​ເພີ່ມໃໝ່ຫຼາຍ​ກວ່າ 1000 ຄົນ​ຕໍ່​ມື້​ໃນ 5 ມື້​ລຽນ​ຕິດ, ລັດ​ຖະ​ບານ​ຈະ​ໃຊ້​ມາດ​ຕະ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ທີ່​ເຂັ້ມ​ງວດກວ່າ​ເກົ່າ.

ຕາມ​ກ່າວ​ແຈ້ງວ່າ: ຈຳ​ນວນ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ເພີ່ມ​ໃໝ່​ຕໍ່​ມື້​ທີ່​ ສ.ເກົາ​ລາຍ​ງານໃນ​ວັນ​ທີ 11 ກໍ​ລະ​ກົດ​ນີ້​ໄດ້​ໜ້ອຍກວ່າວັນ​ທີ 10 ເຖິງ 54 ກໍ​ລະ​ນີ ເຊິ່ງ​ໄດ້ຫຼາຍກວ່າ 1300 ກໍ​ລະ​ນີ​ຕໍ່​ມື້​ໃນ 3 ມື້​ລຽນ​ຕິດ ແລະ​ຫຼາຍກວ່າ 1000 ກໍ​ລະ​ນີ​ໃນ 5 ມື້​ລຽນ​ຕິດ.

ຄຳ​ເຫັນ

0