秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດຖະບານອິນໂດເນເຊຍຈະສັກວັກຊີນໂຄວິດ-19 ເຂັມທີ 3 ໃຫ້ແກ່ພະນັກງານການແພດ

2021-07-12 15:20:42 cri

ວັນ​ທີ 9 ກໍ​ລະ​ກົດ​ນີ້, ຄະ​ນະ​ກຳ​ມະ​ການ​ປ້ອງ​ກັນ, ​ຄວບ​ຄຸມການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ແລະ​ຟື້ນ​ຟູ​ເສດ​ຖະ​ກິດ​ອິນໂດ​ເນ​ເຊ​ຍ​ໄດ້​ຈັດ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວທາງ​ອອນລາຍ ໂດຍ​ປະ​ກາດ​ວ່າ: ຈະ​ສັກ​ວັກ​ຊີນ​ໂຄວິດ-19 ເຂັມ​ທີ 3 ໃຫ້​ແກ່​ພະ​ນັກ​ງານ​ການ​ແພດ​ຂອງ​ອິນ​ໂດ​ເນ​ເຊຍ. ພະ​ນັກ​ງານ​ການ​ແພດ​ເປັນ​ຜູ້​ທີ່​ຢູ່​ແນວ​ໜ້າ​ໃນ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ພະ​ນັກ​ງານ​ການ​ແພດ​ຈຳ​ນວນຫຼ​ວງຫຼາຍ​ໄດ້​ຕິດ​ພະ​ຍາດ​ໂຄວິດ-19. ລັດ​ຖະ​ບານ​ອິນ​ໂດ​ເນ​ເຊຍ​ເຫັນ​ວ່າ: ມີ​ຄວາມ​ຈຳ​ເປັນ​ໃນ​ການ​ປະ​ຕິ​ບັດ​ມາດ​ຕະ​ການ​ເພື່ອ​ປ້ອງ​ກັນ​ຄວາມ​ປອດ​ໄພ​ໃຫ້​ກັບເຂົາ​ເຈົ້າ.

ລັດ​ຖະ​ບານ​ອິນ​ໂດ​ເນ​ເຊຍ​ຈະສັກ​ວັກ​ຊີນ​ໂຄວິດ-19 ເຂັມ​ທີ 3 ໃຫ້​ແກ່​ພະ​ນັກ​ງານ​ການ​ແພດ ເຊິ່ງ​ຈະ​ເລີ່ມ​ແຕ່​ອາ​ທິດ​ໜ້າ. ຕາມ​ຂ່າວ​ແຈ້ງວ່າ: ປັດ​ຈຸ​ບັນ, ຢູ່​ທົ່ວ​ປະ​ເທດ​ອິນ​ໂດ​ເນ​ເຊຍ​ມີ​ພະ​ນັກ​ງານ​ການ​ແພດ 1.470.000 ຄົນ.

ຄຳ​ເຫັນ

0