李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ມຽນ​ມາ​ໄດ້​ປະ​ກາດຄຳ​ສັ່ງ​ຫ້າມ​ສັນ​ຈອນ​ໄປ​ມາ​ເພື່ອ​ປ້ອງ​ກັນ​​ແລະຄວບ​ຄຸມ​ການແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ເພີ່​ມ​ອີກ 18 ເຂດ

2021-07-12 16:09:10 cri

ຕອນ​ຄ່ຳ​ວັນ​ທີ 11 ກໍ​ລະ​ກົດ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ແລະ​ກິ​ລາ​ມຽນ​ມາ​ປະ​ກາດ​ວ່າ: ໄດ້​ປະ​ຕິ​ບັດ​ຄຳ​ສັ່ງ​ຫ້າມ​ສັນ​ຈອນ​ໄປ​ມາ​ເພື່ອ​ປ້ອງ​ກັນ​​ແລະຄວບ​ຄຸມ​ການແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ເພີ່ມ​ອີກ 18 ເຂດ, ຄຳ​ສັ່ງ​ຈະ​ເລີ່ມ​ປະ​ຕິ​ບັດ​ແຕ່​ເວ​ລາ 4 ໂມງ​ຂອງວັນ​ທີ 12 ກໍ​ລະ​ກົດ​ນີ້. ນັບ​ມາ​ຮອດ​ປັດ​ຈຸ​ບັນ, ເຂດ​ທີ່​ປະ​ຕິ​ບັດ​ຄຳ​ສັ່ງ​ຫ້າມ​ສັນ​ຈອນ​ໄປ​ມາ​ເພື່ອ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ຢູ່​ມຽນ​ມາ​ມີ​ເຖິງ 57 ແຫ່ງ.

ພ້ອມ​​ດຽວກັນ​ນີ້, ພາກ​ສ່ວນ​ສາ​ທາ​ລະ​ນະ​ສຸກ​ມຽນ​ມາ​ຍັງ​​ໄດ້ປະ​ກາດ​ວ່າ: ໃນຈຳ​ນວນ 10.117 ຕົວ​ຢ່າງທີ່​ສົ່ງ​ໄປກວດ​ຫາ​ເຊື້ອ​ພະ​ຍາດ​ໃນ​ວັນ​ທີ 11 ກໍ​ລະ​ກົດ​ນີ້, ໄດ້​ກວດ​ພົບ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ​ຈຳ​ນວນ 3461 ກໍ​ລະ​ນີ, ອັດ​ຕາ​ພົບ​ເຊື້ອ​ພະ​ຍາດ​ມີ​ເຖິງ 34%, ໃນ​ມື້​ດຽວ​ກັນ, ຍັງ​ມີ​ຜູ້​ເສ​ຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ໂຄວິດ-19 ​ເພີ່ມ​ຈຳ​ນວນ 82 ຄົນ, ເຊິ່ງ​ເປັນ​ລະ​ດັບ​ສູງ​ສຸດ​ພາຍ​ຫຼັງ​ມຽນ​ມາ​ເກີດ​ມີການ​ແຜ່​ລະ​ບາດ​ເປັນ​ຕົ້ນ​ມາ. ໄລ​ຍະ​ມໍ່ໆ​ມາ​ນີ້, ພະ​ຍາດ​ໂຄວິດ-19 ໄດ້​ແຜ່​ລະ​ບາດ​ຢ່າງວ່ອງ​ໄວ​ຢູ່​ມຽນ​ມາ, ປັດ​ຈຸ​ບັນ, ໄດ້​ເກີດ​ມີ​ສະ​ພາບ​ການ​ທີ່​ອົງ​ການ​ປິ່ນ​ປົວ​ບໍ່​ສາ​ມາດ​ຮັບ​ຜູ້​ເປັນ​ພະ​ຍາດ​ໄດ້ທັງ​ໝົດ​ ແລະ​ຄົນ​ເຈັບຍາດ​ຊື້​ເຄື່ອງ​ຊ່ວຍ​ຫາຍ​ໃຈ.

ຄຳ​ເຫັນ

0