秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໄທປະຕິບັດຮູບແບບການປິ່ນປົວຢູ່ເຮືອນ ແລະເຂດຊຸມຊົນຍ້ອນໂຮງໝໍຊົ່ວຄາວໃຫຍ່ທີ່ສຸດຂອງໄທເຕັມແລ້ວ

2021-07-12 15:21:47 cri

ວັນ​ທີ 11 ກໍ​ລະ​ກົດ​ນີ້, ສື່​ມວນ​ຊົນໄທ​ໄດ້​ລາຍ​ງານ​ວ່າ: ໂຮງ​ໝໍ​ຊົ່ວ​ຄາວ​​ໃຫຍ່​ທີ່​ສຸດ​ຂອງ​ໄທ ທີ່​ດັດ​ແປງ​ຈາກ​ສູນ​ວາງ​ສະ​ແດງ​ສາ​ກົນ​ເມືອງ​ທອງ​ທາ​ນີ ທີ່​ແຂວງ​ນົນ​ທະ​ບູ​ລີ ໄດ້​ຮັບ​ປິ່ນ​ປົວ​ຄົນ​ເຈັບ​ເຕັມ​ແລ້ວ. ຜູ້​ຖືກ​ບົ່ງ​ມະ​ຕິ​ຕິດ​ພະ​ຍາດ​ໂຄວິ​ດ-19 ທີ່​ລໍ​ຖ້າ​ເຂົ້າ​ໂຮງ​ໝໍ​ດັ່ງ​ກ່າວ ນອນ​ຢູ່​ໃນ​ເຂດ​ພັກ​ຜ່ອນ​ທີ່​ຢູ່ນອກ​ຫ້ອງ​ປິ່ນ​ປົວ.

ສະ​ພາບ​ການ​ແຜ່​ລະ​ບາດ​ພະ​ຍາດ​ໂຄວິ​ດ-19 ຢູ່​ໄທ​ນັບ​ມື້​ນັບ​ຮ້າຍ​ແຮງ​ຂຶ້ນ, ຜູ້​ຖືກ​ບົ່ງ​ມະ​ຕິເພີ່ມ​ໃໝ່​ຕໍ່​ມື້ຫຼາຍກວ່າ 9000 ກໍ​ລະ​ນີ​ເປັນ​ 3 ມື້​ຕິດ​ຕໍ່​ກັນ​ແລ້ວ,​ ໂຮງ​ໝໍ​ຂາດ​ເຂີນ​ຕຽງ​ຄົນ​ເຈັບ​ຢ່າງຫຼວງຫຼ​າຍ. ເພື່ອບັນ​ເທົາ​ບັນ​ຫາ​ນີ້, ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ໄທ​ກຳ​ລັງ​ປະ​ຕິ​ບັດ​ຮູບ​ແບບ​ປິ່ນ​ປົວ​ຢູ່​ເຮືອນ ແລະ​ເຂດ​ຊຸມ​ຊົນ ໂດຍ​ສະ​ເໜີ​ໃຫ້​ຄົນ​ເຈັບ​ທີ່​ບໍ່​ສະ​ແດງ​ອາ​ການ​ ແລະ​ຄົນ​ເຈັບ​ທີ່​ມີ​ອາ​ການ​ເບົ​ານັ້ນ ກັກ​ບໍ​ລິ​ເວນ ແລະ​ປິ່ນ​ປົວ​ຢູ່​ເຮືອນ, ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຈະ​​ຈັດ​ສັນແພດ​ໝໍ​ຂອງ​ເຂດ​ຊຸມ​ຊົນ​ເພື່ອ​ໃຫ້​ການ​ບໍ​ລິ​ການ​ດ້ານ​ການ​ປິ່ນ​ປົວ.

ພ້ອມ​ດຽວ​ກັນ​ນັ້ນ, ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ແລະ​ກະ​ຊວງ​ຄົມ​ມະ​ນາ​ຄົມ​ໄທ ໄດ້​ເລືອກ ແລະ​ຈະ​ສ້າງໂຮງ​ໝໍ​ຊົ່ວ​ຄາວ​ຂະ​ໜາດ​ໃຫຍ່​ແຫ່ງ​ໃໝ່ ເຊິ່ງ​ໄດ້​ວາງ​ແຜນ​ຈະ​ດັດ​ແປງ​ອາ​ຄານ​ຜູ້​ໂດຍ​ສານຫຼັງ​ໃໝ່​ຂອງ​ສະ​ໜາມ​ບິນ​ສາ​ກົນ​ສຸ​ວັນ​ນ​ະ​ພູມ ໃຫ້​ກາຍ​ເປັນ​ໂຮງ​ໝໍ​ຊົ່ວ​ຄາວ​ທີ່​ສາ​ມາດ​ບັນ​ຈຸ​ຕຽງ​ຄົນ​ເຈັບ​ໄດ້ 5.000 ຕຽງ.

ຄຳ​ເຫັນ

0