蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດ​ຖະ​ບານ​ໄທ​ເປີດເຜີຍ​​ແຜນ​ການ​ສັກ​ວັກ​ຊິນ​ສະ​ບັບ​ໃໝ່​ໃຫ້​ສັກ​ວັກ​ຊິນ​ປະ​ເພດ​ຕ່າງ​ກັນ​ປົນ​ກັນ​ໄດ້

2021-07-13 14:51:58 CRI

ວັນ​ທີ 12 ກໍ​ລະ​ກົດ​ນີ້, ທ່ານ​ອາ​ນຸ​ທິນ ຊານ​ວິ​ຣາ​ກຸນ ຮອງ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ໄທ​ ໄດ້​ປະ​ກາດ​ມະ​ຕິ​ຂອງ​ກອງ​ປະ​ຊຸມ​ຄະ​ນະ​ກຳ​ມາ​ທິ​ການ​ພະ​ຍາດ​ຕິດ​ແປດ​ແຫ່ງ​ຊາດ ທີ່​ຮັບ​ຮອງ​ໃນ​ມື້​ດຽວ​ກັນ​ວ່າ: ເພື່ອ​ສະ​ກັດ​ກັ້ນ​ບໍ່​ໃຫ້​ພະ​ຍາດ​ໂຄວິດ-19 ສາຍ​ພັນ​ເດວ​ຕາ​ແຜ່​ລະ​ບາດ​ໃນ​ຂອບ​ເຂດ​ທົ່ວ​​ປະ​ເທດ​ຢ່າງວ່ອງ​ໄວ, ລັດ​ຖະ​ບານ​ໄທ​ໄດ້​ຕົກ​ລົງ​ຈະ​ປະ​ຕິ​ບັດ​ແຜນ​ການ​ສັກ​ວັກ​ຊິນ​ສະ​ບັບ​ໃໝ່, ຄື: ຈະ​ໃຫ້​ສັກ​ວັກ​ຊິນ​ປະ​ເພດ​ຕ່າງ​ກັນ​ປົນ​ກັນ​ໄດ້, ການ​ສັກ​ວັກ​ຊິນ 2 ເຂັມ​ໃຫ້​ມີ​ໄລ​ຍະ​ຫ່າງ​ກັນ​ 3 ຫາ 4 ອາ​ທິດ.

ການ​ທົດ​ລອງ​ຕາມ​​ທາງ​ຄ​ລິ​ນິກ​ຢູ່​ກ່ອນ​ໜ້າ​ນີ້​​ໄດ້ພິ​ສູດ​ວ່າ: ການ​ສັກ​ວັກ​ຊິນ​ແບບ​ນີ້​ສາ​ມາດເພີ່ມ​ປະ​ສິດ​ທິ​ພາບ​​ຂອງວັກ​ຊິນ​ໃນ​ການປ້ອງ​ກັນ​ເຊື້ອ​ພະ​ຍາດ​ໂຄວິດ-19 ສາຍ​ພັນ​ເດວ​ຕາ​​ໄດ້​ໃນ​ໄລ​ຍະ​ສັ້ນ. ນອກ​ນີ້, ພະ​ນັກ​ງານ​ການ​ແພດ​ທີ່​ໄດ້​ສັກ​ວັກ​ຊິນຄົບ 2 ເຂັມ​ມາ​ກ່ອນ​ແລ້ວ ຈະ​ເລີ່ມ​ການ​ສັກ​ວັກ​ຊິນ​ເຂັມ​ທີ 3.

ຄຳ​ເຫັນ

0