李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຟີ​ລິບ​ປິນ​ຍ້ອງ​ຍໍ​ການ​ຮ່ວມ​ມື​ຕ້ານ​ພະ​ຍາດ​ໂຄວິດ-19 ລະ​ຫວ່າງ​ຟີ​ລິບ​ປິນກັບ​ຈີນ

2021-07-14 14:57:18 cri

ວັນ​ທີ 13 ກໍ​ລະ​ກົດ​ນີ້, ທ່ານ ເ​ຕ​ໂດ​ໂຣ ລອກ​ເຊັນ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຟີ​ລິບ​ປິນ​ກ່າວ​ວ່າ, ຟີ​ລິບ​ປິນ​ກັບ​ຈີນ ໄດ້​ດຳ​ເນີນ​ “ການ​ຮ່ວມ​ມື​ທີ່​ບໍ່​ທຳ​ມະ​ດາ” ໃນ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19.

ມື້​ດຽວ​ກັນ, ໃນ​ເວ​ລາ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ແລກ​ປ່ຽນບົດ​ຮຽນ​ກ່ຽວ​ກັບ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19 ​ທາງອອນ​ລາຍ, ທ່ານ​​ລອກ​ເຊັນ​ກ່າວ​ວ່າ: ຟີ​ລິບ​ປິນຂອບ​ໃຈປະ​ເທດ​ຈີນ​ທີ່​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອດ້ານ​ສາ​ທາ​ລະ​ນະ​ສຸກ​​ແກ່​ຟິ​ລິບ​ປິນ, ລວມ​ທັງ​​ອຸ​ປະ​ກອນ​ປິ່ນ​ປົວ​ທີ່​ຈຳ​ເປັນ​ແລະ​ວັກ​ຊີນ​ໂຄວິດ-19. ຈີນຍັງ​ໄດ້​ສົ່ງ​ໜ່ວຍງານ​ຊ່ຽວ​ຊານ​ປິ່ນ​ປົວ​ພະ​ຍາດ​ມາ​ຊ່ວຍຟີ​ລິບ​ປິນ, ແບ່ງ​ປັນ​ບົດ​ຮຽນ​ທີ່​ກ່ຽວ​ຂ້ອງ​ກັບຝ່າຍຟີ​ລິບ​ປິນ. ຟີ​ລິບ​ປິນ​ຂໍ​ຂອບ​ໃຈ​​ຈີນ​ຢ່າງສຸດ​ໃຈ.

ນັບ​ແຕ່ວັນ​ທີ 1 ມີ​ນາ​​ປີນີ້​ເປັນ​ຕົ້ນ​ມາ, ຟີ​ລິບ​ປິນເລີ່ມ​ສັກ​ວັກ​ຊີນໂຄວິດ-19 ໃຫ້​ປະ​ຊາ​ຊົນຢ່າງ​ເປັນ​ທາງ​ການ, ປັດ​ຈຸ​ບັນ, ໄດ້​ອະ​ນຸ​ຍາດ​ໃຫ້​ນຳ​ໃຊ້​ວັກ​ຊີນ​ຫຼາຍ​​ຊະ​ນິດໂດຍ​ດ່ວນ, ເຊັນ: ວັກ​ຊີນ​ຊີ​ໂນ​ແວັກ​ແລະ​ອື່ນໆ.

ຄຳ​ເຫັນ

0