徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໄຂເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ສື່ມວນ​ຊົນ “ຄູ່ຮ່ວມ​ອາ​ຊຽນ”2021 ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ

2021-07-15 15:12:22 cri

ໄຂເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ສື່ມວນ​ຊົນ “ຄູ່ຮ່ວມ​ອາ​ຊຽນ”2021 ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ_fororder_1111111

ຕາມ​ຂ່າວCRI: ເນື່ອງ​ໃນ​ໂອ​ກາດ​ທີ່​ຈີນ​​-ອາ​ຊຽນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ສົນ​ທະ​ນາ​ຄົບ​ຮອບ 30 ປີ, ວັນ​ທີ 14 ກໍ​ລະ​ກົດ​ນີ້,ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ດ້ານ​ສື່ມວນ​ຊົນ “ຄູ່ຮ່ວມ​ອາ​ຊຽນ”2021 ທີ່​ຈັດ​ຂຶ້ນ​ໂດຍສະ​ຖາ​ນີ​ວິ​ທະ​ຍຸ​ກະ​ຈາຍ​ສຽງແລະ​ໂທ​ລະ​ພາບ​ສູນ​ກາງ​ຈີນ​ຫຼື CMG ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ຂອງ​ຈີນ. ​ທ່ານ​ເສີນ ໄຫ ຊົງ, ​ຮອງ​ຫົວ​ໜ້າຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ, ຜູ້​ອຳ​ນວຍ​ການ​ໃຫຍ່​ທັງ​ເປັນ​ຫົວ​ໜ້າ​ບັນ​ນາ​ທິ​ການ​ຂອງ CMG  ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ແລະ​ກ່າວ​ຄຳ​ປາ​ໄສ. CMG ໄດ້​ດຳ​ເນີນ​ການ​ສົນ​ທະ​ນາ​ກັບ​ແຂກ​ຈີນ​ແລະ​ຕ່າງ​ປະ​ເທດເກືອບ 100  ທ່ານ​ທີ່​ມາ​ຈາກສື່ມວນ​ຊົນ​ແລະ​ອົງ​ການ 33 ແຫ່ງຂອງ 15 ປະ​ເທດ​ຜ່ານ​ທາງ​ອອນ​ລາຍ​ແລະ​ອອ​ຟ​ລາຍ.

ໄຂເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ສື່ມວນ​ຊົນ “ຄູ່ຮ່ວມ​ອາ​ຊຽນ”2021 ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ_fororder_2222222222

ທ່ານ​ເສີ້ນ ໄຫ ຊົງ​ກ່າວ​ຄຳ​ປາ​ໄສວ່າ, ໃນຊຸມ​ປີ​ມໍ່ໆ​ມາ​ນີ້, CMG ກັບ​ສື່ມວນ​ຊົນ​ຕ່າງໆ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊຽນ​ໄດ້​ດຳ​ເນີນ​ການ​ຮ່ວມ​ມື​ແລະ​ແລກ​ປ່ຽນກັນ​ດ້ວຍ​ຫຼາຍ​ຮູບ​ແບບ​ແລະ​ຫຼາຍ​ລະ​ດັບ, ເຊິ່ງ​ໄດ້​ຊຸກ​ຍູ້​ຄວາມ​ເຂົ້າ​ໃຈ​ກັນ​ແລະ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ລະ​ຫວ່າງ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ມີ​ປະ​ສິດ​ທິ​ຜົນ. CMG ຍິນ​ດີ​ຕ້ອນ​ຮັບ​​​ສື່ມວນ​ຊົນຂອງ​ປະ​ເທດ​ອາ​ຊຽນ​ຫຼາຍກວ່າ​ເກົ່າ​ມາເລົ່າ​ເລື່ອງ​ກ່ຽວ​ກັບ​ຈີນ, ກ່ຽວ​ກັບ​ອາ​ຊຽນ​ຢ່າງ​ພາ​ວະ​ວິ​ໄສ​ແລະ​ສອດ​ຄ່ອງ​ກັບ​ສະ​ພາບ​ຕົວ​ຈິງ​, ຮ່ວມ​ກັນ​ເລົ່າ​ເລື່ອງ​ກ່ຽວ​ກັບ​ການ​ຮ່ວມ​ມື​ແລະ​ການ​ແລກ​ປ່ຽນ​ລະ​ຫວ່າງ​ຈີນ-ອາ​ຊຽນ​ໃຫ້​ດີ..

 

ໃນ​ເວ​ທີ​ປຶກ​ສາ​ຫາ​ລືຄັ້ງ​ນີ້, ຜູ້​ຮັບ​ຜິດ​ຊອບ​ຂອງ​ສູນ​ລາຍ​ການ​ທະ​ວີບ​ອາ​ຊີ​ແລະ​ທະ​ວີບ​ອາ​ຟ​ຣິ​ກາ​ແລະ​ທ່ານ​ອື່ນໆ​ໄດ້​ຮ່ວມ​ກັນ​ເປີດ​ສາດ​ກິດ​ຈະ​ກຳ “ໂຮງຮູບ​ເງົາ​​ກາງ​ແຈ້ງ​ຕາມ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ”ປີ 2021.

ຄຳ​ເຫັນ

0