秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ວັກຊີນໂຄວິດ-19 ຊີນໂນແວກຈີນງວດທີ 13 ທີ່ຟີລິບປີນສັ່ງຊື້ຈາກຈີນ ໄດ້ຖືກຂົນສົ່ງໄປເຖິງນະຄອນຫຼວງມະນີລາ

2021-07-17 14:27:53 cri

ຕອນ​ເຊົ້າ​ວັນ​ທີ 17 ກໍ​ລະ​ກົດ​ນີ້, ວັກ​ຊີນ​ໂຄວິດ-19 ຊີນ​ໂນ​ແວກ​ຈີນ​ງ​ວດ​ທີ 13 ທີ່​ລັດ​ຖະ​ບານຟິ​ລິບ​ປີນ​ສັ່ງ​ຊື້​ຈາກ​ຈີນ ໄດ້​ຖືກ​ຂົນ​ສົ່ງ​ໄປ​ເຖິງ​ສະ​ໜາມ​ບິນ​ສາ​ກົນ​ມະ​ນີ​ລາ​ແລ້ວ. ວັ​ກ​ຊີ​ນ​ງວດ​ນີ້​ແມ່ນ​ຂົນ​ສົ່ງ​ໂດຍ​ການ​ບິນ​​ເຊ​ບູ​ປາ​ຊີ​ຟິກ, ລວມ​ມີ 1.500.000 ຫຼອດ.

ມາ​ຮອດ​ປັດ​ຈຸ​ບັນ, ຟີ​ລິບ​ປິນ​ໄດ້​ຮັບ​ວັກ​ຊີນ​ໂຄວິດ-19 ຊີນ​ໂນ​ແວກ​ລວມ​ທັງ​ໝົດ 14.500.000 ຫຼອດ. ລັດ​ຖະ​ບານ​ຟິີລິບ​ປິນມີແຜນ​ຈະ​ສັ່ງ​ຊື້ ວັກ​ຊີນ​ໂຄວິດ-19 ຊີນ​ໂນ​ແວກ​​ຈຳ​ນວນ 25.000.000 ຫຼອ​ດ​ພາຍ​ໃນ​ປີ​ນີ້.

ຄຳ​ເຫັນ

0