徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະ​ພາບ​ພະ​ຍາດ​​ໂຄວິດ-19 ຢູ່​ໄທ​ແຜ່ລະ​ບາດ​ຢ່າງ​ຕໍ່​ເນື່ອງ ລັດ​ຖະ​ບານ​ປະ​ກາດ​ຂະ​ຫຍາຍ​ຂອບ​ເຂດ “ການ​ປິດ​ເມືອງ”

2021-07-19 14:17:56 cri

ຕາມ​ຂ່າວCRI:ວັນ​ທີ 18 ກໍ​ລະ​ກົດ​ນີ້, ລັດ​ຖະ​ບານ​ໄທໄດ້​ປະ​ກາດ​ວ່າ, ນັບ​ແຕ່​ວັນ​ທີ 20 ກໍ​ລະ​ກົດ​ນີ້​ເປັນ​ຕົ້ນ​ໄປ, ຈະ​ຂະ​ຫຍາຍ​ຂອບ​ເຂດ​​ການ​ຄວ​ບ​ຄຸມ​ສະ​ພາບ​ພະ​ຍາດ​ເພີ່ມ​ຂຶ້ນ, ຈາກ 10 ແຂວງ​(ລວມ​ທັງນະ​ຄອນ​ຫຼວງ​ບາງກອກ)ໃນ​ເມື່ອ​ກ່ອນ​ເພີ່ມ​ຂຶ້ນ​ເປັນ 13 ​ແຂວງ. 13 ​ແຂວງ​ນີ້​ຈະ​ປະ​ຕິ​ບັດ​ມາດ​ຕະ​ການ​ການ“ປິດ​ເມືອງ”ເປັນ​ເວ​ລ​າ 14 ວັນ​ນັບ​ແຕ່ວັນ​ທີ 20 ກໍ​ລະ​ກົດ​ນີ້​ເປັນ​ຕົ້ນ​ໄປ.ນອກ​ນີ້, ນອກ​ຈາກ​ໂຮງ​ໝໍ, ​ຄ​ລິ​ນິກ, ທະ​ນາ​ຄານ, ໂຮງ​ໄປ​ສະ​ນີ, ສະ​ຖາ​ນີ​ປ້ຳ​ນ້ຳ​ມັນ, ສະ​ຖາ​ນີ​ຂົນ​ສົ່ງແລະ​ສະ​ຖານ​ທີ່​ທີ່​ມີ​ຄວາມ​ຈຳ​ເປັນ​ຕໍ່ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​​ໄດ້​ອະ​ນຸ​ຍາດ​ໃຫ້​ດຳ​ເນີນທຸ​ລະ​ກິດ​ຢ່າງ​ເປັນ​ປົກ​ກະ​ຕິ, ​ສ່ວນສະ​ຖານ​ທີ່​ໄດ້​ອະ​ນຸທຸ​ລະ​ກິດ​ອື່ນໆ​ຕ້ອງ​ຢຸດຕິ​ການ​ເຮັດທຸ​ລະ​ກິດ​ເປັນ​ການ​ຊົ່ວ​ຄາວ.

  ກ່ອນ​ໜ້າ​ນີ້​ລັດ​ຖະ​ບານ​ໄທ​ໄດ້​ປະ​ກາດ​ວ່າ, ນັບ​ແຕ່​ວັນ​ທີ 12 ກໍ​ລະ​ກົດ​ນີ້​ເປັນ​ຕົ້ນ​ໄປ​ຈະ​ປະ​ຕິ​ບັດ​ມາດ​ຕະ​ການ​ “ປິດ​ເມືອງ”ແລະການ​ຫ້າມ​ສັນ​ຈອນ​ໃນ​ຍາມຄ່ຳຄືນ​ຢູ່ 10 ແຂວງທີ່​ມີ​ສະ​ພາບ​ພະ​ຍາດ​ຢ່າງ​ຮ້າຍ​ແຮງ, ແຕ່​ວ່າ​ນັບ​ແຕ່​ໄດ້​ປະ​ຕິ​ບັດ​ມາດ​ຕະ​ການ​ເປັນ​ເວ​ລາ 1 ອາ​ທິດ​ເປັນ​ຕົ້ນ​ມາ, ບໍ່​ສາ​ມາດສະ​ກັດ​ກັ້ນ​ການ​ແຜ່​ລະ​ບາດຢ່າງວ່ອງ​ໄວ​ຂອງ​ພະ​ຍາດ​ໂຄວິດ-19 ​ໄດ້​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ປັດ​ຈຸ​ບັນ​ນີ້, ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິ​ດ-19 ເພີ່ມ​ຕື່ມ​ໃໝ່​ຕໍ່​ມື້ງ​ໄທທີ່​ຫຼາຍກວ່າ 1 ໝື່ນ​ກໍ​ລະ​ນີເປັນ​ເວ​ລາ 2 ມື້​ລຽນ​ຕິດ, ​ມີຜູ້​ຕິດ​ພະ​ຍາດ​ທັງ​ໝົດ​ເກືອບ 4 ແສນ​ກໍ​ລະ​ນີ, ມີ​ຜູ້​ເສຍ​ຊີ​ວິດ​ທັງ​ໝົດ 3000 ກວ່າ​ຄົນ​.

ຄຳ​ເຫັນ

0