郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຫຼາຍ​ແຫ່ງ​ຂອງ​ຫວຽດ​ນາມ​ໄດ້​ປິດ​ເມືອງ​ຍ້ອນ​ຈຳ​ນວນ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19ເພີ່ມ​ໃໝ່ໄດ້​ສ້າງ​ສະ​ຖິ​ຕິ​ໃໝ່

2021-07-19 11:54:35 cri

图片默认标题_fororder_881475267

​ນັບ​ແຕ່​ຫວຽດ​ນາມ​ເກີດ​ມີສະ​ພາບ​ພະ​ຍາດ​ໂຄວິດ-19​​ຢ່າງ​ກະ​ທັນ​ຫັນ​ໃນ​ທ້າຍ​ເດືອນ​ເມ​ສາເປັນ​ຕົ້ນ​ມາ ສະ​ພາບ​ພະ​ຍາດ​ໄດ້​ແຜ່​ລະ​ບາດ​ຢ່າງ​ຕໍ່​ເນື່ອງ. ຕາມ​ກະ​ຊວງ​ສາ​ທາ​ລ​ະ​ນະ​ສຸກ​ຂອງ​ຫວຽດ​ນາມ​ລາຍ​ງານ​ໃນ​ວັນ​ທີ18ກໍ​ລະ​ກົດ​ນີ້​ວ່າ: ພາຍ​ໃນ​ໄລ​ຍະ​ເວ​ລາ24ຊົ່ວ​ໂມງ​ທີ່​ຜ່ານ​ມາ ຢູ່​ຫວຽດ​ນາມ​ໄດ້​ມີ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19ທີ່​ເພີ່ມ​ໃໝ່ 5.926ກໍ​ລະ​ນີ,ເຊິ່ງ​ເປັນ​ສະ​ຖິ​ຕິເພີ່ມ​ໃໝ່​ສູງ​ສຸດ​ຕໍ່​ມື້,ລວມແລ້ວ​ມີ​​ທັງ​ໝົດ53.830ກໍ​ລະ​ນີ.

ໂດຍ​ແນ​ໃສ່​ສະ​ພາບ​ການ​ດັ່ງ​ກ່າວ,ອົງ​ການ​ປົກ​ຄອງ​ນະ​ຄອນຫຼວງ​ຮ່າ​ໂນ້ຍ​ໄດ້ປະ​ກາດ​ວ່າ: ນັບ​ແຕ່ເວ​ລາ0ໂມງ​ຂອງວັນ​ທີ19ກໍ​ລະ​ກົດ​ເປັນ​ຕົ້ນ​ໄປ,ຮ່າ​ໂນ້ຍ​ຈະ​ໃຊ້​ມາດ​ຕະ​ການ​ປີດ​ເມືອງ ໂດຍ​ຮຽກ​ຮ້ອງ​ໃຫ້​ຊາວ​ເມືອງ​ໝົດ​ທຸ​ກ​ຄົນ​ຕ້ອງ​ກັກ​ບໍ​ລິ​ເວນ​ຢູ່​ໃນ​ເຮືອນ,ບໍ່​ຄວນ​ອອກນອກ​ເຮືອນ​ຖ້າ​ບໍ່​ຈຳ​ເປັນ​ແລະ​ບໍ່ມີ​ກໍ​ລະ​ນີ​ສຸກ​ເສີນ; ​ແຕ່ອະ​ນຸ​ຍາດ​ໃຫ້​ຮ້ານ​ຄ້າ​ທີ່​ຂາຍ​ເຄື່ອງໃຊ້​ໃນ​ຊີ​ວິດ​ປະ​ຈຳ​ວັນທີ່​ຈຳ​ເປັນແລະ​ຮ້ານ​ຂາຍ​ຢາ​ເປີດ​ບໍ​ລິ​​ການ​ຄື​ເກົ່າ; ປະ​ຊາ​ຊົນ​ຕ້ອງ​ປະ​ຕິ​ບັດ​ມາດ​ຕະ​ການ​ຕ່າງໆ​ຢ່າງ​ເຂັ້ມ​ງວດ ເຊັ່ນ:​ໃສ່​ຜ້າ​ປິດ​ປາກ,ບໍ່​ເຕົ້າ​ໂຮມ​ກັນ,ຮັກ​ສາໄລ​ຍະ​ຫ່າງ​ທາງ​ສັງ​ຄົມ,​ແ​ຈ້ງ​ໃບ​ຢັງ​ຢືນ​ສຸ​ຂະ​ພາບ; ​ສ່ວນຮ້ານ​ອາ​ຫາ​ນ​ມີ​ແຕ່​ອະ​ນຸ​ຍາດ​ໃຫ້​ຊື້​ກັບ​ເຮືອນ​ໄດ້​ເທົ່າ​ນັ້ນ.

ນອກນີ້​ແລ້ວ,ຢູ່​ພາກ​ໃຕ້​ຫວຽດ​ນາມ ມີ16​​ແຂວງ,ນະ​ຄອນ​ແລະ​ເຂດໄດ້​ເລີ່ມ​ປະ​ຕິ​ບັດ​ມາດ​ຕະ​ການ​ປິດ​ເມືອງ​ສອງ​ອາ​ທິດ ​ເຊິ່ງ​ເລີ່ມ​ແຕ່​ວັນ​ທີ19ກໍ​ລະ​ກົດນີ້​ເປັນ​ຕົ້ນ​ໄປ,ມາ​ຮອດ​ປັດ​ຈຸ​ບັນ,ຢູ່​ພາກ​ໃຕ້​ຫວຽດ​ນາມ ໄດ້ມີ19ແຂວງແລະ​ນະ​ຄອນໄດ້​ປິດ​ເມືອງ​ຍ້ອນ​ສະ​ພາບ​ພະ​ຍາດ​ໂຄວິດ-19.

ຄຳ​ເຫັນ

0