吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ພະ​ນັກ​ງານຄົນໜຶ່ງ​ຂອງ​ທຳ​ນຽບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ຕິດ​ເຊື້​ອ​​ໄວ​ຣັດໂຄວິດ-19

2021-07-20 13:33:18 CRI

     ວັນ​ທີ 19 ກໍ​ລະ​ກົດ​ນີ້, ທຳ​ນຽບນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​​ໄດ້​ແຈ້ງ​ໃຫ້​ຮູ້​ວ່າ, ພະ​ນັກ​ງານ​ຜູ້​ໜຶ່ງ​​​ທີ່​ເຮັດ​ວຽກ​ຢູ່ຫ້ອງ​ການ​ທ່ານປະ​ວິດ ວົງ​ສຸ​ວັນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ໄດ້ຕິດ​ເຊື້ອ​​ໄວ​ຣັດໂຄວິດ-19, ເຖິງ​ວ່າ​ພະ​ນັກ​ງານ​ຜູ້​ນີ້​ບໍ່​ໄດ້​ຕິດ​ຕໍ່​​ພົວ​ພັນ​ກັບ​ທ່ານ​ປະ​ວິດ ວົງ​ສຸ​ວັນຢ່າງ​ໃກ້​ຊິດ​ກໍ່​ຕາມ,ແຕ່​ພະ​ນັກ​ງານ​​ຄົນອື່ນໆ​ລ້ວນ​ແຕ່​ເປັນ​​ກຸ່ມ​ຄົນທີ່​ມີ​ຄວາມ​ສ່ຽງ​ສູງ.

 

    ​ດ້ວຍ​ເຫດ​ນີ້, ທ່ານ​​ປະ​ຢຸດ ຈັນ​ໂອ​ຊາ ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ປະ​ກາດ​ວ່າ, ນັບ​ແຕ່​ວັນ​ທີ 20 ກໍ​ລະ​ກົດ​ນີ້​ເປັນ​ຕົ້ນ​ໄປ, ລັດ​ຖະ​ມົນ​ຕີ​ທັງ​ຫຼາຍ​ກໍ່​ຕ້ອງ​ປະ​ຕິ​ບັດ​ວຽກງານ​ຢູ່​ເຮືອນ​ຕົນ, ​ສ່ວນກອງ​ປະ​ຊຸມ​​ຄະ​ນະ​ລັດ​ຖະ​ບານ​ຈັດຈະ​ຈັດ​ຂຶ້ນ​ຜ່ານທາງ​ອອນ​ລາຍ. ​ມາດ​ຕະ​ການ​ດັ່ງ​ກ່າວ​ກໍ່ເພື່ອ​ຫຼຸດການ​ເດີນ​ທາງ ແລະ ການ​ເຄື່ອນ​ໄຫຼ​ຂອງ​ພະ​ນັກ​ງານ​ພາກ​ສ່ວນ​ຕ່າງໆ​​ທີ່​ເຮັດ​ວຽກ​ຢູ່​ທຳ​ນຽບ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ເຮັດ​ໃຫ້​ຄວາມ​ເປັນ​ໄປ​ໄດ້​​ທີ່​ຈະ​ຕິດ​ເຊື້ອໄວ​ຣັດໂຄວິດ-19ຫຼຸດ​ໜ້ອຍ​ລົງທີ່​ສຸດ. ​ມາດ​ຕະ​ການ​ດັ່ງ​ກ່າວ​ຈະ​ຈັດ​ຕັ້ງ​ປະ​ຕິ​ບັດ​ເປັນ​ເວ​ລາ 1 ອາ​ທິດ​ເປັນ​ການ​ຊົ່ວ​ຄາວ, ສ່ວນ​ຈະ​ສືບຕໍ່​ປະ​ຕິ​ບັດ​ອີກ​ຕໍ່​ໄປ​ຫຼື​ບໍ່​​ແມ່ນ​ອີງ​ຕາມ​ສະ​ພາບ​ພະ​ຍາດ​ໂຄວິດ-19 ໃນ​ໄລ​ຍະ​ຕໍ່​ໜ້າ.

ຄຳ​ເຫັນ

0