郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອຸ​ປະ​ກອນ​ຕ້ານ​ພະ​ຍາດ​ໂຄວິດ-19ຂອງ​ຈີນງວດ​ໃຫຍ່​ໄດ້​ສົ່ງ​ໄປ​ມຽນ​ມາ​ດ້ວຍ​ລົດ​ຂົນ​ສົ່ງ​ແລະ​ເຮືອ​ບິນພິ​ເສດ

2021-07-21 17:33:31 cri

​ໃນ​ຫຼາຍໆມື້​ຜ່ານ​ມານີ້,​​ຢູ່​ມຽນ​ມາ ສະ​ພາບ​ພະ​ຍາດ​ໂຄວິດ-19​ຮອບ​ທີ​ສາມໄດ້​ຮ້າຍແຮງ​ຂຶ້ນກວ່າ​ເກົ່າ,ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19​ທີ່​ເພີ່ມ​ໃໝ່​ຕໍ່​ມື້​ແລະ​ຈຳ​ນວນ​ຄົນ​ເສຍ​ຊີ​ວິດ​ໄດ້​ສ້າງ​ສະ​ຖິ​ຕິ​ໃໝ່​ເລື້ອຍໆ. ເພື່ອ​ຊ່ວຍ​ເຫຼືອມຽນ​ມາ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19, ອຸ​ປະ​ກອນ​ຕ້ານ​ພະ​ຍາດ​ໂຄວິດ-19ຂອງ​ຈີນງວດ​ໃຫຍ່​ກຳ​ລັງ​ສົ່ງ​ໄປ​ມຽນ​ມາ​ດ້ວຍ​ລົດ​ຂົນ​ສົ່ງ​ແລະ​ເຮືອ​ບິນ​ພິ​ເສດ. ໃນ​ນັ້ນ​ພຽງ​ແຕ່​ໃນ​ວັນ​ທີ20ກໍ​ລະ​ກົດ​ນີ້,​ບັ້ງ​ອົກ​ຊີ 700ກວ່າ​ບັ້ງ,ຜ້າ​ປິດ​ປາກ,​ຊຸດ​ປ້ອງ​ກັນ​ພະ​ຍາດ ແລະ​ອຸ​ປະ​ກອນ​ຕ້ານ​ພະ​ຍາດ​ອື່ນໆ​ໄດ້​ສົ່ງ​ໄປ​ຮອດ​ມຽນ​ມາ​ແລ້ວ.

ນອກນີ້ ​ເຈົ້າ​ໜ້າ​ທີ່​ໃນສະ​ໜາມ​ບິນ​ຢາງ​ກຸ້ງ​ໄດ້​ເປີ​ດ​ເຜີຍ​ໃຫ້​ຮູ້​ວ່າ: ໃນ​ໄລ​ຍະ​ໜຶ່ງ​ອາ​ທິດ​ຜ່ານ​ມານີ້, ແຕ່​ລະ​ມື້​ຢ່າງ​ໜ້ອຍ​ມີ​ເຮືອ​ບິນ​ແບບ​ເໝົາ​ລຳ​ສະ​ເພາະ6-7ລຳ ໄດ້ຂົນ​ສົ່ງ​​ເຄື່ອງ​ຜະ​ລິດ​​ອົກ​ຊີ, ເຄື່ອງ​ຊ່ວຍ​ຫາຍ​ໃຈ, ອຸ​ປະ​ກອນປິ່ນ​ປົວ​ແລະ​ອື່ນ​ໆ ​ຈາກ​ຈີນສົ່ງ​ໄປ​ເຖິງມຽນ​ມາ, ​ເຮືອ​ບິນ​ທຸກ​ລຳ​ໄດ້​ຂົນ​ສົ່ງ​ວັດ​ຖຸ​ອຸ​ປະ​ກອນ10ໂຕນ​ຂຶ້ນ​ໄປ.

ຄຳ​ເຫັນ

0