徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ລີ້​ຈ້ານ​ຊູ່​ສົ່ງສານ​ຊົມ​ເຊີຍ​ໄປ​ຍັງ​ທ່ານ​ຫວືງ ດີງ ຮຸຍ​ທີ່​ໄດ້​ຮັບ​​ເລືອກ​ຕັ້ງໃຫ້​ເປັນ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ອີກ​ສະ​ໄໝ​ໜຶ່ງ

2021-07-21 14:59:00 ​cri

 ຕາມ​ຂ່າວCRI:ວັນ​ທີ 20 ກໍ​ລະ​ກົດ​ນີ້, ທ່ານ​ລີ້​ຈ້ານ​ຊູ່, ປະ​ທານ​ຄະ​ນະ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ໄດ້​ສົ່ງ​ສານ​ຊົມ​ເຊີຍໄປ​ຍັງ​ທ່ານ ຫວືງ ດີງ ​ຮຸຍ, ເພື່ອ​ສະ​ແດງ​ຄວາມ​ຊົມ​ເຊີຍ​ທີ່​ທ່ານ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ໃຫ້ເປັນ​ປະ​ທານ​ສະ​ພາ​ແຫ່ງ​ຊາດຫວຽດ​ນາມ​ອີກ​ສະ​ໄໝ​ໜຶ່ງ.

 

  ໃນ​ສານ​ຊົມ​ເຊີຍ​ຂອງທ່ານ​ລີ້​ຈ້ານ​ຊູ່​ໄດ້​ລະ​ບຸ​ວ່າ: ປັດ​ຈຸ​ບັນ​ນີ້, ການ​ພົວ​ພັນ​ລະ​ຫວ່າງ​ຈີນ-ຫວຽດ​ນ​າມໄດ້​ຂະ​ຫຍາຍ​ຕົວ​ກ້າວ​ໄປ​ໜ້າ​ຢ່າງ​ໝັ້ນ​ທ່ຽງ,​​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ແລະ​ສ​ະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​​ກໍນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ​ກວ່າ​ເກົ່າ. ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ພວກ​ເຮົາ​ໄດ້​ຈັດ​ການ​ພົບ​ປະ​ສົນ​ທະ​ນາ​ກັນ​ຜ່ານ​ທາງວິ​ດີ​ໂອ, ໄດ້​ດຳ​ເນີນ​ການ​ແລ​ກ​ປ່ຽນ​​ຄວາມ​ຄິດ​ເຫັນ​ກັນຢ່າງ​ເລິກ​ເຊິ່ງ​​ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ພັກ​ແລະ​ສອງ​ລັດ​ແລະ​ບັນ​ຫາ​ທີ່​ມີ​ຄວາມ​ສົ​ນ​ໃຈ​ຮ່ວມ​ກັນ, ສອງ​ຝ່າຍໄດ້​ບັນ​ລຸ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ພາບ​ກັນ​ຢ່າງກວ້າງ​ຂວາງ. ຂ້າ​ພະ​ເຈົ້າ​ຍິນ​ດີ​ຮ່ວມ​ກັນ​ກັບ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​​ຫວືງ ດີງ ຮຸຍຖື​ເອົາຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ພາບ​ກັນ​ດ້ານ​ການ​ເມືອງ​ລະ​ຫວ່າງ​ຜູ້​ນຳ​ສູງ​ສຸດ​ຂອງສອງ​ພັກ​ສ​ອງ​ລັດ​ເປັນ​ຫຼັກ​ການ, ຊຸກ​ຍູ້​ໃຫ້​ການ​ໄປ​ມາ​ຫາ​ສູ່​ກັນ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ອົງ​ການ​ນິ​ຕິ​ບັນ​ຍັດ​ສອງ​ຝ່າຍ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່​ຢ່າງ​ຕໍ່​ເນື່ອງ, ປະ​ກອບ​ສ່ວນ​​ອັນໃໝ່​ເຂົ້າ​ໃນ​ການ​ພັ​ດ​ທະ​ນາ​ດ້ານ​ການ​ພົວ​ພັນ​ຄູ່​ຮ່ວ​ມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ຈີນ-ຫວຽດ​ນາມ​ໃນ​ໄລ​ຍະ​ໃໝ່.

 

ຄຳ​ເຫັນ

0