徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ວັກ​ຊີນໂຄວິດ-19 ທີ່​ລັດ​ຖະ​ບານ​ຈີນ​ໃຫ້​ການຊ່ວຍ​ເຫຼືອ​ມຽນ​ມາ​ງວດ​ໃໝ່​ໄດ້​ຂົນ​ສົ່ງ​ຮອດນະ​ຄອນຢາງ​ກຸ້ງແລ້ວ

2021-07-23 17:36:26 CRI

ຕາມ​ຂ່າວCRI:ໃນ​ເວ​ລາ 18 ໂມງ 20 ນາ​ທີ​ຂອງວັນ​ທີ 22 ກໍ​ລະ​ກົດ​ນີ້, ໃນ​​ຈຳ​ນວນວັກ​ຊີນ​​ໂຄວິດ-19 ງວດ​ໃໝ່ທີ່​ລັດ​ຖະ​ບານ​ຈີນ​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ມຽນ​ 2 ລ້ານ​ຫຼອດໃນ​ນັ້ນ​ມີມີ 73,6 ໝື່ນ​ຫຼອດ​ທີ່​ເປັນ​ງວດ​ທຳ​ອິດ​ໄດ້​ຖືກ​ຂົນ​ສົ່ງໄປ​ຮອດ​ສະ​ໜາມ​ບິນ​ສາ​ກົນ​ນະ​ຄອນ​ຢາງ​ກຸ້ງແລ້ວ, ນອກ​ນີ້ຍັງ​ມີ​ສະ​ແລງ​ສັກ​ຢາ 54,4 ໝື່ນ​ອັນ​ໄດ້​ຖືກ​ຂົນ​ສົ່ງໄປ​ຮອດມຽນ​ມາ​ດ້ວຍ​ເນືອ​ບິນ​ລຳ​ດຽວ​ກັນ.

 

ໃນ​ເດືອນ​ພຶດ​ສະ​ພາ​ປີ 2021 ແລ້ວ​ນີ້, ກ່ອນ​ສະ​ພາບ​ພະ​ຍາດ​ໂຄວິດ-19 ຮອບ​ທີ 3 ​ຢູ່ມຽນ​ມາ​ຈະ​ເກີດ​ຂຶ້ນ, ວັກ​ຊີນ​ໂຄວິດ-19 ຈຳ​ນວນ 5 ແສນ​ຫຼອດ​ທີ່​ລັດ​ຖະ​ບານ​ຈີນ​ໄດ້ຊ່ວຍ​ເຫຼືອ​ມຽນ​ມາ​​ໄດ້ນ​ສົ່ງໄປ​ຮອດ​ມຽນ​ມາ​ແລະ​ໄດ້​ເລີ່ມ​ສັກ​ໃຫ້​ປະ​ຊາ​ຊົນ​ແລ້ວ. ໃນ​ໄລ​ຍະ​ມໍ່ໆ​ມາ​ນີ້, ສະ​ພາບ​ພະ​ຍາດ​ໂຄວິດ-19 ຮອບ​ທີ 3 ໄດ້ລະ​ບາດ​ຢ່າງ​ຕໍ່​ເນື່ອງ​ຢູ່​ມຽນ​ມາ, ຍ້ອນໄດ້​ພິ​ຈາ​ລະ​ນາ​ເຖິງ​ຄວາມ​ຫຍຸ້ງ​ຍາກ​ແລະ​ຄວາມ​ຕ້ອງ​ການ​ຕົວ​ຈິງ​ຂອງ​ມຽນ​ມາ, ລັດ​ຖະ​ບານ​ຈີນ​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ວັກ​ຊີນ ​ໂຄວິດ-19 ຈຳ​ນວນ 2 ລ້ານ​ຫຼອດ​ແກ່​ມຽນ​ມາ​ຕື່ມ​ອີກ, ແລະ​ໄດ້​ຂົນ​ສົ່ງ​ວັກ​ຊີນງວດ​ທຳ​ອິດ​ຮອດ​ມຽນ​ມາໄວ​ທີ່​ສຸດ. ຫວັງ​ວ່ການ​ຊ່ວຍ​ເຫຼືອກ່າວ​ຈະ​ສາ​ມາດ​ຊ່ວຍ​ໃຫ້​ມຽນ​ມາ​ສາ​ມາດ​ຕ້ານ​ກັບ​ພະ​ຍາດ​, ທັງ​ສາ​ມາດ​ປົກ​ປ້ອງ​ຄວາມ​ປອດ​ໄພ​ດ້ານ​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ​ມຽນ​ມາ.

ຄຳ​ເຫັນ

0