吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ພະ​ຍາດ​ໂຄວິດ-19ແຜ່​ລະ​ບາດ​ຢູ່​ມຽນ​ມາ​ຢ່າງວ່ອງ​ໄວ ການ​ຢຸດ​ການ​ຮຽນ​ການ​ສອນ​​ຕ້ອງ​ແກ່​ຍາວ​ອອກ​ໄປ​ສອງ​ອາ​ທິດ

2021-07-24 14:08:55 CRI

    ຕອນ​ຄ່ຳ​ວັນ​ທີ 23 ກໍ​ລະ​ກົດ​ນີ້, ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ແລະ ກິ​ລາ​ມຽນ​ມາ​ປະ​ກາດ​ວ່າ, ຍ້ອນ​ວ່າ​ໃນ​ໄລ​ຍະ​ຜ່ານ​ມາ​ພະ​ຍາດ​ໂຄວິດ-19 ​ໄດ້ແຜ່​ລະ​ບາດ​ຢູ່​ມຽນ​ມາ​ຢ່າງວ່ອງ​ໄວ, ​ສະ​ນັ້ນ, ຕ້ອງ​ແກ່​ຍາວ​ເວ​ລາ​ການຢຸດ​ການ​ຮຽນ​ການ​ສອນ​ຂອງ​ໂຮງ​ຮຽນ​ອອກ​ໄປ​ສອງ​ອາ​ທິດ, ​ຄື ແຕ່​ວັນ​ທີ 26 ກໍ​ລະ​ກົດ​ ຫາ ​ວັນ​ທີ 8 ສິງ​ຫາ.


    ກ່ອນ​ໜ້າ​ນີ້, ຄະ​ນະ​ກຳ​ມະ​ກາ​ນ​ຄຸ້ມ​ຄອງແຫ່ງ​ຊາດ​ມຽນ​ມາ​ໄດ້​ປະ​ກາດ​ໃນ​ວັນ​ທີ 8 ກໍ​ລະ​ກົດ​ນີ້​ວ່າ,ແຕ່​ວັນ​ທີ 9 ຫາ​ວັນ​ທີ 23 ກໍ​ລະ​ກົດ, ໂຮງ​ຮຽນ​ຕ່າງໆ​ຈະ​ຢຸດ​ການ​ຮຽນ​ການ​ສອນ​ເປັນ​ເວ​ລາ​ສອງ​ອາ​ທິດ​. ໂຮງ​ຮຽນ​ທີ່​ຢຸດ​ການ​ຮຽນ​ການ​ສອນ​ລວມ​ທັງ​ໂຮງ​ຮຽນພາກ​ລັດ, ໂຮງ​ຮຽນພາກ​ເອ​ກະ​ຊົນ​ ແລະ ໂຮງ​ຮຽນ​ຂອງວັດ​ຕ່າງໆ.


     ນອກ​ນີ້, ຄະ​ນະ​ກຳ​ມະ​ການ​ຄຸ້ມ​ຄອງ​ແຫ່ງ​ຊາດ​ມຽນ​ມາ​ຍັງ​ປະ​ກາດ​ໃນ​ວັນ​ທີ 14 ກໍ​ລະ​ກົດ​ນີ້​ວ່າ, ທົ່ວ​ປະ​ເທດ​ມຽນ​ມາ​ຈະ​ພັກ​ວຽກ​ເປັນ​ເວ​ລາ 9 ວັນ ຄື:ແຕ່​ວັນ​ທີ 17 ຫາ ​ວັນ​ທີ 25 ກໍ​ລະ​ກົດ.

ຄຳ​ເຫັນ

0