蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ລາດ​ຕະ​ເວນ​ແລະ​ປະ​ຕິ​ບັດ​ກົດ​ໝາຍ​ຮ່ວມ​ຕາມ​ລຳ​ແມ່​ນ້ຳ​ຂອງ​ລະ​ຫວ່າງ​ຈີນ, ລາວ, ມຽນ​ມາ ແລະ ໄທ​ຄັ້ງ​ທີ 107 ໄດ້​ສຳ​ເລັດ​ລົງ

2021-07-25 15:37:04 CRI

ເວ​ລາ 13 ໂມງ​ເຄິ່ງ​ຂອງວັນ​ທີ 23 ກໍ​ລະ​ກົດ​ນີ້, ການ​ລາດ​ຕະ​ເວນ​ແລະ​ປະ​ຕິ​ບັດ​ກົດ​ໝາຍ​ຮ່ວມ​ຕາມ​ລຳ​ແມ່​ນ້ຳ​ຂອງ​ລະ​ຫວ່າງ​ຈີນ, ລາວ, ມຽນ​ມາ ແລະ ໄທ​ຄັ້ງ​ທີ 107 ໄດ້​ສຳ​ເລັດ​ລົງຢ່າງ​ຈົບ​ງາມ.

ປັດ​ຈຸ​ບັນ, ເຂດ​ລ້ອງ​ແມ່​ນ້ຳ​ລ້ານ​ຊ່າງ-ແມ່​ນ້ຳຂອງ​ມີ​ການ​ຝົນ​ຕົກ​ໜັກ. ໃນ​ໄລ​ຍະ​ປະ​ຕິ​ບັດ​ກົດ​ໝາຍ, ຝົນ​ຕົກ​ໜັກ​ເປັນ​ເວ​ລາ 3 ມື້​ລຽນ​ຕິດ​ໄດ້​ເຮັດ​ໃຫ້​ນ້ຳ​ຂຶ້ນ​ໃນ​ທາງ​ເດີນ​ເຮືອ​ຢ່າງວ່ອງ​ໄວ, ເຄື່ອງ​ຂອງ​ຕ່າງ​ໆ​ຟູ​ຢູ່​ຕາມ​ລຳ​ແມ່​ນ້ຳ, ເຄື່ອງ​ໝາຍ ແລະ ຫີນດອນ​ຈົມ​ຢູ່​ໃນ​ນ້ຳ​ໝົດ ເຊິ່ງ​ໄດ້​ສຳ​ເອົາ​ຄາວມ​ຫຍຸ້ງ​ຍາກ​ຢ່າງຫຼວງຫຼາຍ​ມາ​ໃຫ້​ແກ່​ການ​ເດີນ​ເຮືອ​ຂອງ​ເຮືອ​ລາດ​ຕະ​ເວນ​ແລະ​ປະ​ຕິ​ບັດ​ກົດ​ໝາຍ​ຮ່ວມ. ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເຮືອ​ການ​ຄ້າຕ່າງໆ​ເກີດ​ອຸ​ບັດ​ເຫດ​ໃນ​ການ​ເດີນ​ເຮືອ, ກອງ​ລາດ​ຕະ​ເວນ​ແລະ​ປະ​ຕິ​ບັດ​ກົດ​ໝາຍ​ຮ່ວມ​ໄດ້​ສົ່ງ​ຂໍ້​ມູນ​ແຈ້ງ​ເຕືອນ​ຄວາມ​ປອດ​ໄພ​ໃນ​ການ​ເດີນ​ເຮືອ​ໃຫ້​ເຮືອ​ການ​ຄ້າ​ຕ່າງໆ​ຢ່າງ​ຕໍ່​ເນື່ອງ.

ພາຍຫຼັງ​ການ​ລາດ​ຕະ​ເວນ​ແລະ​ປະ​ຕິ​ບັດ​ກົດ​ໝາຍ​ຮ່ວມ​ຄັ້ງ​ນີ້​ສິ້ນ​ສຸດ​ລົງ​ແລ້ວ, 3 ປະ​ເທດ​ ຄື: ຈີນ, ລາວ ແລະ ມຽນ​ມາ​ຍັງ​ຈະ​ຕ່າງ​ດຳ​ເນີນ​ການ​ລາດ​ຕະ​ເວນ​ຢູ່​ແມ່​ນ້ຳ​ລ້ານ​ຊ້າງ​ຕອນ​​ຊາຍ​ແດນ​ຈີນ-ມຽນ​ມາ, ​ບ້ານມອມ, ບ້ານ​ຊຽງ​ກົກ, ເຂດ 3 ຫຼ່ຽມ​ຄຳ ແລະ ເຂດ​ນ້ຳ​ສຳ​ຄັນ​ອື່ນໆ ເພື່ອ​ໂຈມ​ຕີ​ການ​ລັກ​ຂ້າມ​ແດນ ແລະ ການ​ຕ້ອງ​ໂທດ​ອື່ນໆ​ຢ່າງ​ເຂັ້ມ​ງວດ.

ຄຳ​ເຫັນ

0