黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໄທ​ໄດ້ແກ່​ຍາວ​ເວ​ລາພະ​ລາຊະ​ບັນຍັດ​ການ​ບໍລິຫານ​ລາຊະການ​ໃນ​ສະຖາ​ນະ​ການ​ສຸກ​ເສີນຮອດ​ທ້າຍ​ເດືອນ​ກັນ​ຍາ​ປີ​ນີ້

2021-07-25 16:32:06 cri

ເວັບ​ໄຊ​ລັດ​ຖະ​ບານ​ໄທ​ອອກ​ຖະ​ແຫຼງ​ການ​ໃນ​ວັນ​ທີ 24 ກໍ​ລະ​ກົດ​ນີ້​ວ່າ: ເພື່ອ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ລັດ​ຖະ​ບານ​ໄທ​ຕົກ​ລົງ​ແກ່​ຍາວ​ເວ​ລາພະ​ລາຊະ​ບັນຍັດ​ການ​ບໍລິຫານ​ລາຊະການ​ໃນ​ສະຖາ​ນະ​ການ​ສຸກ​ເສີນທີ່​ຈະ​ໝົດ​ອາ​ຍຸ​ໃນ​ທ້າຍ​ເດືອນ​ກໍ​ລະ​ກົດ​ນີ້​​ອອກ​ໄປອີກ 2 ເດືອນ​, ກໍ​ຄື​ຈະ​ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 30 ກັນ​ຍາ​ໜ້າ​ນີ້. ນີ້​ແມ່ນ​ລັດ​ຖະ​ບານ​ໄທ​ແກ່​ຍາວ​ເວ​ລາ​ປະ​ຕິ​ບັດພະ​ລາຊະ​ບັນຍັດ​ການ​ບໍລິຫານ​ລາຊະການ​ໃນ​ສະຖາ​ນະ​ການ​ສຸກ​ເສີນຄັ້ງ​ທີ 13 ຫຼັງ​ລັດ​ຖະ​ບານ​ໄທ​ເລີ່ມ​ປະ​ຕິ​ບັດ​ກົດ​ໝາຍ​ດັ່ງ​ກ່າວ​ເມື່ອ​ວັນ​ທີ 26 ມີ​ນາ​ປີ​ຜ່ານ​ມາ.

ໄທ​ໄດ້​ເກີດ​ມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຮອບ​ທີ 3 ໃນ​ຕົ້ນ​ເດືອນ​ເມ​ສາ​ປີ​ນີ້, ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໄດ້​ສ້າງ​ສະ​ຖິ​ຕິ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ. ເພື່ອ​ສະ​ກັດ​ກັ້ນ​ບໍ່​ໃຫ້​ພະ​ຍາດ​ແຜ່​ລະ​ບາດ​ຢ່າງວ່ອງ​ໄວ, ໄທ​ໄດ້​ປະ​ຕິ​ບັດ​ມາດ​ຕະ​ການ​ປິດ​ເມືອງ​ຕໍ່ 10 ກວ່າ​ແຂວງ​ທີ່​ພະ​ຍາດ​ໂຄວິດ-19 ​ໄດ້ແຜ່​ລະ​ບາດ​ຢ່າງ​ໜັກ​ໜ່ວງ ​ລວມ​ທັງນະ​ຄອນຫຼວງ​ບາງກອກ​ແລະ​ອື່ນໆ, ລວມ​ທັງຈຳ​ກັດ​ເວ​ລາ​ສັນ​ຈອນ, ກຳ​ນົດ​ເວ​ລາ​ອອກ​ເດີນ​ທາງ, ປິດ​ສະ​ຖານ​ທີ່​ຕ່າງໆ​ທີ່​ບໍ່​ກ່ຽວ​ກັບ​​ການດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ແລະ​ອື່ນໆ.

ວັນ​ທີ 24 ກໍ​ລະ​ກົດ​ນີ້, ໄທ​​ມີ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ​ເພີ່ມ​ໃໝ່ 14.260 ກໍ​ລະ​ນີ, ຜູ້​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ດັ່ງ​ກ່າວເພີ່ມ​ໃໝ່ 119 ຄົນ. ນັບ​ມາ​ຮອດ​ປັດ​ຈຸ​ບັນ, ຜູ້​ຖຶກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ຂອງ​ໄທ​ມີ​ເຖິງ 481.967 ກໍ​ລະ​ນີ, ເສຍ​ຊີ​ວິດ 3.930 ຄົນ, ຍັງ​ມີ​ຄົນ​ເຈັບ 150.248 ກໍ​ລະ​ນີ​ປິ່ນ​ປົວ​ຢູ່​ໂຮງ​ໝໍ.

ຄຳ​ເຫັນ

0