黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດໂຄວິດ-19​ເພີ່ມ​ໃໝ່ທີ່​ມາ​ຈາກ​ຕ່າງ​ປະ​ເທດຢູ່ງ​ກຳ​ປູ​ເຈຍ​ໄດ້​ເພີ່ມ​ຂຶ້ນ​ຢ່າງວ່ອງ​ໄວ

2021-07-26 14:24:52 cri

ຫວ່າງ​ມໍ່ໆ​ມາ​ນີ້, ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ຢູ່​ກຳ​ປູ​ເຈຍ​ໄດ້​ເກີດ​ມີ​ທ່ວງ​ທ່າ​ໃໝ່, ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ເພີ່ມ​ໃໝ່ທີ່​ມາ​ຈາກ​ຕ່າງ​ປະ​ເທດໄດ້​ເພີ່ມ​ຂຶ້ນ​ຢ່າງວ່ອງ​ໄວ.

ອີງ​ຕາມ​ຕົວ​ເລກ​ທີ່​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ກຳ​ປູ​ເຈຍ​ເປີດ​ເຜີຍ, ເລີ່ມ​ແຕ່​ກາງ​ເດືອນ​ນີ້, ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ເພີ່ມ​ໃໝ່ທີ່​ມາ​ຈາກ​ຕ່າງ​ປະ​ເທດກວມເກືອບ​ເຄິ່ງ​ໜຶ່ງ​ຂອງ​ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ເພີ່ມ​ໃໝ່​ຢູ່ກຳ​ປູ​ເຈຍ, ຄົນ​ເຈັບ​ເຫຼົ່າ​ນີ້​ສ່ວນ​ຫຼາຍ​ມາ​ຈາກ​ປະ​ເທດ​ໄທ. ສະ​ນັ້ນ, ເຈົ້າ​ໜ້າ​ທີ່​ກຳ​ປູ​ເຈຍ​​ຈຶ່ງ​ໃຊ້​ມາດ​ຕະ​ການ​ຕ່າງໆ​ເພື່ອ​ເພີ່ມ​ທະ​ວີ​ການ​ຄວບ​ຄຸມ​​ເຂດ​ທີ່​ມີ​ຊາຍ​ແດນ​ຕິດ​ກັບ​​ປະ​ເທດໄທ​, ຫວຽດ​ນາມ​ແລະ​ປະ​ເທດ​ອື່ນໆ, ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ພະ​ຍາດ​ໂຄວິດ-19 ແຜ່​ລະ​ບາດ​ອີກ.

​ໃນຂະ​ນະ​ດຽວ​ກັນ​ນັ້ນ, ເຖິງວ່າ​​ອັດ​ຕາຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ​ທີ່ເກີດ​ຂຶ້ນ​ພາຍ​ໃນ​ປະ​ເທດ​ໄດ້​ຫຼຸດ​ລົງ, ແຕ່​ຫຼາຍ​ແຫ່ງ​ຂອງ​ກຳ​ປູ​ເຈຍ​ຍັງ​ສືບ​ຕໍ່​ປະ​ຕິ​ບັດ​ມາດ​ຕະ​ການ​ຄວບ​ຄຸມ​ຢ່າງ​ເຂັ້ມ​ງວດ, ຄຳ​ສັ່ງ​ກ່ຽວ​ກັບ​ການ​ປ້ອງ​ກັນ​ພະ​ຍາດ​ໂຄວິດ-19 ຂອງ​ນະ​ຄອນ​ຫຼວງ​ພະ​ນົມ​ເປັນ​ໄດ້​ແກ່​ຍາວ​ເວ​ລາ​​ອອກ​ໄປ​ອີກ​ໄລ​ຍະ​ໜຶ່ງ.

ຄຳ​ເຫັນ

0