尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນະ​ຄອນໂຮ່​ຈິ​ມິ່ນຂອງ​ຫວຽດ​ນາມ​ຫ້າມ​ບໍ່​ໃຫ້​ປະ​ຊາ​ຊົນ​ທ້ອງ​ຖິ່ນ​ອອກນອກ​ເຮືອນ

2021-07-26 14:34:09 cri

      ຕອນ​ຄ່ຳ​ວັນ​ທີ 25 ກໍ​ລະ​ກົດ​ນີ້ຕາມ​ເວ​ລາ​ທ້ອງ​ຖິ່ນ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ໂຮ່​ຈິ​ມິ່ນຂອງ​ຫວຽດ​ນາມ​ໄດ້​​ມີ​ຄຳ​ສັ່ງ​ຫຼ້າ​ສຸດ​ໂດຍ​ຫ້າມ​ບໍ່​ໃຫ້​ປະ​ຊາ​ຊົນ​ຢູ່​ນະ​ຄອນໂຮ່​ຈິ​ມິ່ນ​ອອກນອກ​ເຮືອນ​ແຕ່​ເວ​ລາ 18 ໂມງ​ຂອງວັນ​ທີ 26 ກໍ​ລະ​ກົດ​ນີ້​ເປັນ​ຕົ້ນ​ໄປ, ນອກ​ຈາກ​ມີ​ກໍ​ລະ​ນີ​​ຈຳ​ເປັນກໍ​ຄື​ມີ​ສະ​ພາບ​ພິ​ເສດ​ສຸກ​ເສີນ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ປະ​ສານ​ງານ​ດ້ານ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19, ນະ​ຄອນ​ດັ່ງ​ກ່າວ​ຈະ​ຢຸດ​ຕິ​ການ​ເຄື່ອນ​ໄຫວ​ກິດ​ຈະ​ກຳ​ທັງ​ໝົດ​ເປັນ​ການ​ຊົ່ວ​ຄາວ.
 

      ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນໂຮ່​ຈິ​ມິ່ນ​ຂອງ​ຫວຽດ​ນາມ​ກ່າວ​ວ່າ: ກ່ອນ​ໜ້າ​ນີ້, ນະ​ຄອນໂຮ່​ຈິ​ມິ່ນໄດ້​ປະ​ຕິ​ບັດ​ມາດ​ຕະ​ການກັກ​ບໍ​ລິ​ເວນ​ໃນ​ສັງ​ຄົມ​ຫຼາຍ​ເທື່ອ​ຕາມ​ຄຳ​ສັ່ງ​ຊີ້​ນຳ​ສະ​ບັບ​ວັນ​ທີ 16 ເດືອນ​ນີ້​ຂອງ​ລັດ​ຖະ​ບານ​ຫວຽດ​ນາມ, ແຕ່​ໄດ້​ຮັບ​ປະ​ສິດ​ທິ​ຜົນ​ພຽງ​ສ່ວນ​ໃດ​ໜຶ່ງ, ສະ​ນັ້ນ​ຈຶ່ງ​ຈຳ​ເປັນ​ຕ້ອງ​ຮັດ​ກຸມ​ນະ​ໂຍ​ບາຍ​ກັກ​ບໍ​ລິ​ເວນ​ຕື່ມ​ອີກ,ເພື່ອ​ຄວບ​ຄຸມ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ມີ​ປະ​ສິດ​ທິ​ຜົນ​ກວ່າ​ເກົ່າ.
 

      ​ຕາມ​ຂ່າວ​ຫຼ້າ​ສຸດ​ຈາກກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຫວຽດ​ນາມທີ່​ໄດ້​ໃຫ້​ຮູ້​ໃນ​ຕອນ​ຄ່ຳ​​ຂອງວັນ​ທີ 25 ກໍ​ລະ​ກົດ​ນີ້​ວ່າ: ໃນ​ເວ​ລາ 24 ຊົ່​ວ​ໂມງ​ຜ່ານ​ມາ, ຈຳ​ນວ​ນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ເພີ່ມ​ໃໝ່​ຢູ່​ຫວຽດ​ນາມ​ມີ​ເຖິງ 7.531 ກໍ​ລະ​ນີ, ໃນ​ນັ້ນ, ຈຳ​ນວນ​ຜູ້​ເປັນ​ພະ​ຍາດເພີ່ມ​ໃໝ່ຢູ່​ນະ​ຄອນ​ໂຮ່​ຈິ​ມິ່ນ​ມີ​ເຖິງ 4.555 ກໍ​ລະ​ນີ.

ຄຳ​ເຫັນ

0