黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສື່ມວນ​ຊົນ​ຟິ​ລິບ​ປິນ​ຮຽກ​ຮ້ອງ​ໃຫ້ອາ​ເມ​ຣິ​ກາ​ຈົ່ງ​ເປີດ​​ຟອດ​ເດ​ຕ​ຣິກ ເພື່ອໃຫ້ມີການ​ຄົ້ນ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19

2021-07-26 10:34:09 CRI

ວັນ​ທີ 23 ກໍ​ລະ​ກົດ​ນີ້, ເວັບ​ໄຊ​ຂ່າວ​ຟິ​ລິບ​ປິນ ໄດ້​ລົງ​ບົດ​ຄວາມ​ທີ່​ພາດ​ຫົວ​ຂໍ້ວ່າ “ຈົ່ງເປີດ​ປະ​ຕູ​ຫ້ອງ​ທົດ​ລອງ​ຊີ​ວະ​ພາບຟອດ​ເດ​ຕ​ຣິກ​ເພື່ອ​ໃຫ້ມີ​ການ​ສຳຫຼວດ​ແລະ​ຄົ້ນ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19”, ບົດຄວາມທີ່ຂຽນໂດຍທ່ານ​ເຮີ​ເມນ ໂລ​ເຣວ ໄດ້​ຊີ້​ໃຫ້​ເຫັນ​ວ່າ: ໃນ​ບັນ​ຫາ​ການ​ຄົ້ນ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19, ອາ​ເມ​ຣິ​ກາ​ໄດ້​ໃສ່​ຮ້າຍ​ປ້າຍ​ສີ​ຈີນ​ເລື້ອຍໆ, ຫັນ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອ​ງພະ​ຍາດໂຄວິດ-19 ເປັນ​ບັນ​ຫາ​ການ​ເມືອງ​ແບບຂາດຄວາມ​ຮັບ​ຜິດ​ຊອບ, ອາ​ເມ​ຣິ​ກາ​ຄວນ​ເປີດ​ປະ​ຕູ​ຫ້ອງ​ທົດ​ລອງ​ຊີ​ວະ​ພາບຟອດ​ເດ​ຕ​ຣິກ​ທີ່​ມີ​ຈຸດ​ທີ່​ໜ້າ​ສົງ​ໄສຫຼາຍ​ຈຸດ ເພື່ອໃຫ້ມີການ​ສຳຫຼວດ​ແລະ​ຄົ້ນ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19.

ທ່ານ​ໂລ​ເຣວ ຍັງກ່າວຕື່ມ​ວ່າ: ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ຮຽກ​ຮ້ອງ​ໃຫ້​ພາກ​ສ່ວນ​ຂ່າວ​ລັບ​ຂອງ​ຕົນ​ສຳຫຼວດ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ດັ່ງ​ກ່າວ, ມາ​ຮອດ​ປັດ​ຈຸ​ບັນ​ໄດ້​ຜ່ານ​ໄປ​ເກືອບ​ສອງ​ເດືອນ​ແລ້ວ, ​ອາ​ເມ​ຣິ​ກາ​ຍັງສືບຕໍ່ສ້າງ​ຂ່າວ​ປອມ​ກ່ຽວ​ກັບ​ຫ້ອງ​ຄົ້ນ​ຄວ້າ​ເຊື້​ອພະ​ຍາດອູ​ຮັ້ນ​ຂອງ​ຈີນ ເຖິງ​ວ່າບໍ່​ສາ​ມາດ​ຄົ້ນ​ຫາ​ຫຼັກ​ຖານ​ໄດ້​ເລີຍກໍ​ຕາມ. ທີ່​ຈິງ​ແລ້ວ, ອາ​ເມ​ຣິ​ກາ​ຄວນ​ໃຊ້​ເວ​ລາ​ເພື່ອ​ອະ​ທິ​ບາຍ​ຄຳ​ເວົ້າ​ຂອງ​ທ່ານ​ດາ​​ເນວ ແອນ​ດ​ຣູ ຜູ້​ຊ່ຽວ​ຊານ​ສັນ​ຊາດ​ອົ​ສ​ຕ​ຣາ​ລີ​ທີ່​ເຄີຍ​ເຮັດ​ວຽກ​ຢູ່​ຫ້ອງ​ຄົ້ນ​ຄວ້າ​ອູ​ຮັ້ນ​ດັ່ງ​ກ່າວ. ທ່ານ​ແອນ​ດ​ຣູ ເຄີຍກ່າວ​ວ່າ: ຮອດ​ທ້າຍ​ປີ 2019, ​ໃນຫ້ອງ​ຄົ້ນ​ຄວ້າດັ່ງ​ກ່າວ​ບໍ່​ມີ​ພະ​ນັກ​ງານ​ຊາວ​ຈີນຫຼື​ຊາວ​ຕ່າງ​ປະ​ເທດ​ຜູ້​ໃດເລີຍ​ທີ່ຕິດ​ແປດ​ພະ​ຍາດ​ໂຄວິດ-19. ທ່ານ​ໂລ​ເຣວ ກ່າວ​ຕື່ມ​ອີກວ່າ: “​ລະ​ຫວ່າງ​ທ່ານແອນ​ດ​ຣູເອງ ກັບ​ພາກ​ສ່ວນ​ຂ່າວ​ລັບ​ອ​າ​ເມ​ຣິ​ກາ ທີ່ມີ​​ຊື່​ສຽງ​ເໜົ່າ​ເໝັນ​ໄປ​ທົ່ວ​ໂລກນັ້ນ, ພາກ​ເຮົາ​ກໍ​ສາ​ມາດຄິດ​​ໄດ້ຢ່າງ​ງ່າຍໆ​ວ່າ​ແມ່ນ​ໃຜຈະ​ໜ້າ​ເຊື່ອ​ຖືຫຼາຍກວ່າກັນ”.

ຄຳ​ເຫັນ

0