黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກະ​ຊວງ​ການ​ຕ່າງ​ປະ​ເທດ​ລາວ​ອອກ​ຖະ​ແຫຼງ​ການ ຄັດ​ຄ້ານການ​ຖື​ເອົາ​​ບັນ​ຫາ​ການ​ສຳ​ຫຼວດ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19 ຫັນ​ເປັນ​ບັນ​ຫາການ​ເມືອງ

2021-07-27 14:17:03 cri

ວັນ​ທີ 22 ກໍ​ລະ​ກົດ​ນີ້, ກະ​ຊວງ​ການ​ຕ່າງ​ປະ​ເທດ​ລາວ​ໄດ້​ອອກ​ຖະ​ແຫຼງ​ການ​ກ່ຽວ​ກັບ​ບັນ​ຫາ​ການ​ສຳ​ຫຼວດ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19.

ໃນ​ຖະ​ແຫຼງ​ການ​ຂອງກະ​ຊວງ​ການ​ຕ່າງ​ປະ​ເທດ​ລາວ​​ໄດ້​ລະ​ບຸວ່າ: ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢ່າງ​ຮ້າຍ​ແຮງ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ໄດ້​ສ້າງຜົນ​ກະ​ທົບ​ທີ່​ບໍ່​ສາ​ມາດ​ຄາດ​ຄະ​ເນ​ໄດ້​​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ແລະ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ຂອງ​ບັນ​ດາ​ປະ​ເທດ​ໃນ​ໂລກ, ບໍ່​ມີ​ປະ​ເທດ​ໃດ​ໆ​ສາ​ມາດຢູ່ຢ່າງ​ສະ​ຫງົບ​ດີ​ພຽງ​ເປັນ​ປະ​ເທດ​ດຽວ. ປະ​ຊາ​ຄົມ​ໂລກ​ຄວນ​ປຶກ​ສາ​ຫາ​ລື​ແລະ​ຮ່ວມ​ມື​ກັນ​ຢ່າງ​ຈິງ​ໃຈ, ຮ່ວມ​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ. ໂດຍ​ສະ​ເພາະ​ພາຍ​ໃຕ້​ສະ​ພາບ​ການ​ທີ່​ເຊື້ອ​ພະ​ຍາດ​ກາຍ​ພັນ​ທີ່​ສາ​ມາດ​ຕິດ​ແປດ​ໄດ້​ງ່າຍກວ່າ​ເກົ່າ, ເຮັດ​ໃຫ້​ປະ​ສິ​ທິ​ພາບ​ຂອງວັກ​ຊີນ​ໂຄວິດ-19 ຫຼຸດ​ລົງ​ແລະ​ພາ​ໃຫ້​ເກີດ​ມີ​ການ​ແຜ່​ລະ​ບາດ​ຮອບ​ໃໝ່, ປະ​ເທດ​ຕ່າງໆ​ຄວນ​ສຸມ​ກຳ​ລັງ​ຢ່າງ​ສຸດ​ຂີດ​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ການ​ຄົ້ນ​ຄວ້າ​ແລະ​ຜະ​ລິດ​ວັກ​ຊີນ, ຫຼີກ​ເວັ້ນ​ບໍ່​ໃຫ້​ບັນ​ຫາ​ສຳ​ຫຼວດ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19 ຫັນ​ເປັນ​​ບັນ​ຫາການ​ເມືອງ.

ການ​ຮ່ວມ​ມື​ສຳ​ຫຼວດ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19 ​ແມ່ນ​ບັນ​ຫາ​ວິ​ທະ​ຍາ​ສາດ​ທີ່​​ສະ​ຫຼັບ​ຊັບ​ຊ້ອນ, ຄວນ​ຢືນ​ຢູ່​ຫຼັກ​ການ​ທີ່​ພາ​ວະ​ວິ​ໄສ, ໂປ່ງ​ໃສ​, ກວມ​ລວມ​ແລະ​ຈິດ​ໃຈ​ຄົ້​ນ​ຄວ້າ​ວິ​ທະ​ຍາ​ສາດ. ​ຂໍ​ພຽງ​ແຕ່​ສາ​ມາດ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຫຼາຍ​ຝ່າຍ, ປະ​ເທດ​ຕ່າງໆ​ໃນ​ໂລກ​ໂດຍ​ສະ​ເພາະ​ແມ່ນ​ປະ​ເທດ​ພວມ​ພັດ​ທະ​ນາ​ຈຶ່ງ​​ຈະສາ​ມາດ​ໄດ້​ຮັບ​ວັກ​ຊີນ​ແລະ​ຢາ​ປິ່ນ​ປົວ​ພະ​ຍາດ​ຢ່າງ​ສະ​ເໝີ​ພາບ​ກັນ, ປະ​ເທດ​ຕ່າງໆ​ໃນ​ໂລກ​ຈຶ່ງ​​ສາ​ມາດ​ເອົາ​ຊະ​ນະ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໄດ້​ໃນ​ສຸດ​ທ້າຍ. ສ​ປ​ປ ລາວ​ສະ​ໜັບ​ສະ​ໜູນ​ແລະ​ຍິນ​ດີ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ຄວາມ​ພະ​ຍາ​ຍາມ​ດັ່ງ​ກ່າວ​ໃນ​ທຸກ​ເວ​ລາ.

ຄຳ​ເຫັນ

0