尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄະ​ນະ​ກຳ​ມະ​ການ​ການ​ເລືອກ​ຕັ້ງ​ມຽນ​ມາ​ປະ​ກາດ​ຍົກ​ເລີກ​ຜົນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ໃນ​ປີ​ກາຍນີ້

2021-07-27 16:51:52 cri

      ວັນ​ທີ 26 ກໍ​ລະ​ກົດ​ນີ້, ຄະ​ນະ​ກຳ​ມະ​ການ​ການ​ເລືອກ​ຕັ້ງ​ສະ​ຫະ​ພັນ​ມຽນ​ມາ​ທີ່​ສ້າງ​ຕັ້ງ​ຂຶ້ນ​ມາ​ໃໝ່​ໄດ້​ອອກປະ​ກາດແຈ້ງ​ການ​ໂດຍ​ກ່າວ​ວ່າ: ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 8 ພະ​ຈິກ​ປີ 2020 ບໍ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍແລະ​ບໍ່​ເປັນ​ທຳ, ຈຶ່ງ​ໄດ້​ຍົກ​ເລີກ​ຜົນ​ການ​ເລືອກ​ຕັ້ງ​ຄັ້ງ​ນັ້ນ. ແຈ້ງ​ການ​ລະ​ບຸ​ວ່າ: ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ​ໄດ້ກວດ​ກາ​ບັດ​ເລືອກ​ຕັ້ງ​ໃນການ​ເລືອກ​ຕັ້ງ​ທົ່ວ​ໄປ​ໃນ​ປີ​ກາຍ​ນີ້,ແລ້ວ​ໄດ້​ພົບ​ເຫັນ​ກໍ​ລະ​ນີ​ທີ່​ບໍ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ແລະ​ບໍ່​ເປັນ​ທຳ​​ຫຼາຍ​ຢ່າງ.
 

      ​ເດືອນ​ພະ​ຈິກປີ 2020, ມຽນ​ມາ​ໄດ້​ຈັດ​ການ​ເລືອກ​ຕັ້ງ​ທົ່ວ​ໄປ, ​ພັກສັນ​ນິ​ບາດ​ແຫ່ງ​ຊາດ​ເພື່ອ​ປະ​ຊາ​ທິ​ປະ​ໄຕ​ຫຼື(NLD)ຂອງ​ມຽນ​ມາ​​ໄດ້​ສະ​ມາ​ຊິກ​ສະ​ພາ​ຫຼາຍກວ່າ​ເຄິ່ງ​ໜຶ່ງ. ກອ​ງ​ທັບ​ມຽນ​ມາ​ແລະ NLD ​ຈຶ່ງ​ເກີດ​ມີ​ຄວາມ​ຂັດ​ແຍ້ງ​ກັນ​ກ່ຽວ​ກັບ​ຜົນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ, ທາງກອງ​ທັບ​ເຫັນ​ວ່າ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ມີ​ການ​​ສໍ້​ໂກງ,ແລະ​ໄດ້​ຮຽກ​ຮ້ອງ​ໃຫ້​ດຳ​ເນີນ​ການກວດ​ກາຄືນ​ໃໝ່,ພ້ອມ​ທັງ​​ສະ​ເໜີ​ໃຫ້ເລື່ອນ​ເວ​ລາ​ຈັດ​ກອງ​ປະ​ຊຸມ​ສະ​ພາ​ຊຸດ​ໃໝ່. ແຕ່​ຝ່າຍ NLD ໄດ້​ປະ​ຕິ​ເສດ.
 

      ວັນທີ 1 ກຸມ​ພາ​ປີ​ນີ້, ທ່ານ ​ວິນ​ມິນ ປະ​ທາ​ນາ​ທິ​ບໍ​ດີ​ມຽນ​ມາ, ທ່ານ​ນາງ ອອງ​ຊານ ຊູ​ຈີ​ ທີ່​ປຶກ​ສາ​ແຫ່ງ​ລັດ​ມຽນ​ມາ​ກໍ​ຄື​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ບາງ​ທ່ານ​ຂອງ​ພັກ NLD ໄດ້​ຖືກ​​ຝ່າຍ​ທະ​ຫານກັກ​ຂັງ. ຫຼັງ​ຈາກ​ນັ້ນ, ກອງ​ທັບ​ມຽນ​ມາ​ໄດ້​ປະ​ກາດ​​ສະ​ພາ​ວະ​ສຸກ​ເສີນ​ເປັນ​ເວ​ລາ 1 ປີ, ອຳ​ນາດ​ແຫ່ງ​ຊາດ​ຕົກ​ຢູ່​ໃນ​ການ​ບໍ​ລິ​ຫານ​ຂອງທ່ານ ມິນ ອອງ​ລາຍ ຫົວ​ໜ້າ​ບັນ​ຊາ​ການກອງ​ທັບ​ປ້ອງ​ກັນ​ປະ​ເທດ​ມຽນ​ມາ.

ຄຳ​ເຫັນ

0