蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

“ຍົກ​​ນຳ​ໜັກບາດ​ດຽວ” ບັນ​ລຸ​ຄວາມ​ຝັນຫຼຽນ​ຄຳ​ໂອ​ລິມ​ປິກ​ເກືອບ​ຮ້ອຍ​ປີ​ຂອງ​ຟີ​ລິບ​ປິນ

2021-07-28 14:53:39 CRI

“ຍົກ​​ນຳ​ໜັກບາດ​ດຽວ” ບັນ​ລຸ​ຄວາມ​ຝັນຫຼຽນ​ຄຳ​ໂອ​ລິມ​ປິກ​ເກືອບ​ຮ້ອຍ​ປີ​ຂອງ​ຟີ​ລິບ​ປິນ_fororder_asedfasefasdfsad

ວັນ​ທີ 26 ກໍ​ລະ​ກົດ​ນີ້, ພາຍຫຼັງ​ນາງ​ຮີ​ດີ​ລິນ ດິ​ອາ​ສ ນັກ​ກິ​ລາ​ຟີ​ລິບ​ປິນ​ຊີງ​ໄດ້ຫຼຽນ​ຄຳ​ໃນ​ການ​ຍົກ​ນ້ຳ​ໜັກ​ລຸ້ນ 55 ກິ​ໂລ​ເພດ​ຍິງ​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ໂຕ​ກຽວ​ແລ້ວ, ຄະ​ນະ​ກຳ​ມະ​ການ​ກິ​ລາ​ຟີ​ລິບ​ຟິນ​ໄດ້​ຂ​ຽນ​ຂໍ້​ຄວາມ​ລົງ​ທາງ​ທ​ວີ​ເຕີ​ດ້ວຍ​ຄວາມ​ຕື້ນ​ຕັນ​ໃຈ​ວ່າ: ນາງ​ຮີ​ດີ​ລິນ ດິ​ອາ​ສ​ສາ​ມາດຊີງ​ໄດ້ຫຼຽນ​ຄຳຫຼຽນ​ທຳ​ອິດ​ໃຫ້​ກັບ​ຟີ​ລິບ​ປີນ ນັບ​ແຕ່​ຟີ​ລິບ​ປິນ​ເລີ່ມ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​​ງານ​ກິ​ລາ​ໂອ​ລິມ​ປິກ​ຢູ່​ນະ​ຄອນຫຼວງ​ປາ​ຣີ​ປະ​ເທດ​ຝ​ຣັ່ງ​ໃນ​ປີ 1924 ເປັນ​ຕົ້ນ​ມາ, ໄດ້​ສິ້ນ​ສຸດ​ປະ​ຫວັດ​ສາດເກືອບ​ຮ້ອຍ​ປີ​​ທີ່​ຟີ​ລິບ​ປິນບໍ່​ສາ​ມາດ​ຊີງ​ໄດ້​ຫຼຽນ​ຄຳ​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ.

“ຍົກ​​ນຳ​ໜັກບາດ​ດຽວ” ບັນ​ລຸ​ຄວາມ​ຝັນຫຼຽນ​ຄຳ​ໂອ​ລິມ​ປິກ​ເກືອບ​ຮ້ອຍ​ປີ​ຂອງ​ຟີ​ລິບ​ປິນ_fororder_aserfagrasfrasdf

ນາງ​ຮີ​ດີ​ລິນ ດິ​ອາ​ສເຄີຍ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ໃນ​ປີ 2008, ປີ 2012 ແລະ ປີ 2016, ຜົນ​ງານ​ດີ​ສຸດ​ແມ່ນ​ຊີງ​ໄດ້ຫຼຽນ​ເງິນ​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ທີ່​ດີ​ໂອ​ເດີ​​ຈາ​ເນ​ໂຣ​ປີ 2016.

“ຍົກ​​ນຳ​ໜັກບາດ​ດຽວ” ບັນ​ລຸ​ຄວາມ​ຝັນຫຼຽນ​ຄຳ​ໂອ​ລິມ​ປິກ​ເກືອບ​ຮ້ອຍ​ປີ​ຂອງ​ຟີ​ລິບ​ປິນ_fororder_sergtsgsdgfsdfgsdfg

ພາຍຫຼັງ​ຊີງ​ໄດ້ຫຼຽນ​ຄຳ​ແລ້ວ, ມີ​ນັກ​ຂ່າວ​ຟີ​ລິບ​ປິນ​ໄດ້​ຍ້ອງນາງ​ຮີ​ດີ​ລິນ ດິ​ອາ​ສ ​ໃຫ້ເປັນ “ວິ​ລະ​ຊົນ​ແຫ່ງ​ຊາດ”. ນາງ​ກ່າວ​ວ່າ: “ພາຍຫຼັງ​ຂ້ອຍ​ຊີງ​ໄດ້ຫຼຽນ​ເງິນ​ໃນງານ​ກິ​ລາ​ໂອ​ລິມ​ປິກ​ທີ່ດີ​ໂອ​ເດີ​ຈາ​ເນ​ໂຣ​ປີ 2016 ແລ້ວ, ຂ້ອຍ​​ມີ​ຄວາມ​ຮູ້​ສຶກ​ທີ່ດີ​ຕໍ່​ການ​ເປັນ​ດາ​ລາ. ຂ້ອຍ​ບໍ່​ຮູ້​ວ່າ​ຕົນ​ແມ່ນ​ວິ​ລະ​ຊົນ​ແຫ່ງ​ຊາດຫຼື​ບໍ່, ແຕ່​ຂ້ອຍ​ຫວັງ​ວ່າ: ຫຼຽນ​ຄຳ​ຂອງ​ຂ້ອຍ​ສາ​ມາດ​ເຊີດ​ຊູ​ກຳ​ລັງ​ໃຈ​ໃຫ້​ກັບ​ຊາວ​ຟີ​ລິບ​ປິນ​ໝົດ​ທຸກ​ຄົນ​ໃນ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19.”

“ຍົກ​​ນຳ​ໜັກບາດ​ດຽວ” ບັນ​ລຸ​ຄວາມ​ຝັນຫຼຽນ​ຄຳ​ໂອ​ລິມ​ປິກ​ເກືອບ​ຮ້ອຍ​ປີ​ຂອງ​ຟີ​ລິບ​ປິນ_fororder_aesasefrasfvsag

ຄຳ​ເຫັນ

0